ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ປະຊຸມລະບົບການແຈ້ງເຕືອນແບບຮີບດ່ວນກ່ຽວກັບ ອາຫານ ແລະ ອາຫານສັດ ອາຊຽນ ຄັ້ງທີ 7 ແລະ ຄະນະກຳມະການລະບົບການແຈ້ງເຕືອນແບບຮີບດ່ວນກ່ຽວກັບ ອາຫານ ແລະ ອາຫານສັດ ອາຊຽນ ຄັ້ງທີ 5
ປະກາດໂດຍ: ພູປະສິດ ອຸດົມສິນ, ວັນທີ: 23/07/2019

ກົມອາຫານແລະຢາ, ກະຊວງສາທາລະນະສຸກ ໄດ້ເປັນເຈົ້າພາບຈັດກອງປະຊຸມ ລະບົບການແຈ້ງເຕືອນແບບຮີບດ່ວນກ່ຽວກັບ ອາຫານ ແລະ ອາຫານສັດ ອາຊຽນ ຄັ້ງທີ 7 ແລະ ຄະນະກຳມະການລະບົບການແຈ້ງເຕືອນແບບຮີບດ່ວນກ່ຽວກັບ ອາຫານ ແລະ ອາຫານສັດ ອາຊຽນ ຄັ້ງທີ 5 (The 7 Meeting of ASEAN Rapid Alert System for Food and Feed, National Focal Points and The 5 Meeting of ASEAN Rapid Alert System Food and Feed Steering Committee) ຄັ້ງວັນທີ 23-25 ກໍລະກົດ 2019 ທີ່ ຮງແຮມຈໍາປາສັກແກຣນ ແຂວງ ຈຳປາສັກ.

ໂດຍໃຫ້ກຽດເປັນປະທານກ່າວເປີດກອງປະຊຸມຄັ້ງນີ້ ໂດຍ ທ່ານ ດຣ. ສົມທະວີ ຈາງວິສົມມິດ, ຫົວໜ້າກົມອາຫານແລະຢາ, ພ້ອມດ້ວຍບັນດາແຂກຜູ້ເຂົ້າຮ່ວມທີ່ມາຈາກກົມກອງອ້ອມຂ້າງ ແລະ ບັນດາກະຊວງຕ່າງໆ ເຊັ່ນ: ຫ້ອງການກະຊວງສາທາລະນະສຸກ, ກົມອາຫານ ແລະ ຢາ, ກົມອາຊຽນ, ກົມການຄ້າພາຍໃນ, ກົມລ້ຽງສັດ ແລະ ການປະມົງ, ກົມປູກຝັງ, ກົມມາດຕະຖານ ແລະ ວັດແທກ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ພະແນກສາທາລະນະສຸກແຂວງ ຈຳປາສັກ ແລະ ພ້ອມທັງຜູ້ເຂົ້າຮ່ວມຊຶ່ງເປັນຊ່ຽວຊານດ້ານຄວາມປອດໄພອາຫານ ຈາກ 06 ປະເທດອາຊຽນ: ກຳປູເຈຍ, ມາເລເຊຍ, ໄທ, ຟີລິບປີນ, ບລູໄນ ແລະ ອິນໂດເນເຊຍ. ລວມທັງໝົດ 33 ທ່ານ.

ກອງປະຊຸມຄັ້ງນີ້ຈັດຂຶ້ນ ໂດຍມີຈຸດປະສົງ ເພື່ອລາຍງານ ແລະ ຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິ ບັດລະບົບແຈ້ງເຕືອນແບບຮີບດ່ວນກ່ຽວກັບຄວາມປອດໄພຂອງ ອາຫານ ແລະ ອາຫານສັດ ເຊິ່ງບັນດາປະເທດອາ ຊຽນຈະຕ້ອງໄດ້ລາຍງານ ແລະ ແລກປ່ຽນຂໍ້ມູນກ່ຽວກັບການກວດກາ ແລະບັນຫາທີ່ພົບ ເຊັ່ນ: ການປົນເປື້ອນໃນອາຫານ,ອາຫານທີ່ນໍາເຂົ້າ-ສົ່ງອອກ ແລະ ຈໍລະຈອນຈຳໜ່າຍອາຫານ ເພື່ອໃຫ້ມີການເຝົ້າລະວັງ ຕິດຕາມ ແລະ ຮຽກຄືນຜະລິດ ຕະພັນອາຫານທີ່ປົນເປື້ອນ ແລະ ເພື່ອປົກປ້ອງຜູ້ບລິໂພກໃຫ້ໄດ້ຮັບອາຫານທີ່ມີຄວາມປອດໄພ. ພ້ອມນີ້ຍັງຈະໄດ້ສົນ ທະນາກ່ຽວກັບແຜນການຈັດຕັ້ງປະຕິບັດ ແລະ ສະເໜີການຊ່ວຍເຫຼືອຈາກ ແລະ ຜູ້ໃຫ້ທຶນໃນການສະໜັບສະໜູນວຽກງານດັ່ງກ່າວ ຮັບປະກັນໄດ້ຄວາມປອດໄພອາຫານ ແລະ ອາຫານສັດ ໂດຍຜ່ານລະບົບແຈ້ງເຕືອນແບບຮີບດ່ວນ.

ການຄາດຄະເນຜົນໄດ້ຮັບຂອງກອງປະຊຸມຄັ້ງນີ້ແມ່ນຈະໄດ້ຮັບບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດລະບົບການແຈ້ງເຕືອນແບບຮີບດ່ວນກ່ຽວກັບອາຫານ ແລະ ອາຫານສັດ. ພ້ອມທັງການຮັບຮອງເອົາແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອສະເໜີໃຫ້ມີການສະໜັບສະໜູນວຽກງານດັ່ງກ່າວ ແລະ ຂໍການຊ່ວຍເຫຼືອຈາກ ແລະ ຜູ້ໃຫ້ທຶນອື່ນໆ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA