ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ແຈ້ງການຂອງກົມອາຫານ ແລະ ຢາ ກ່ຽວກັບການພົບຢາວັກແຊງປອມ ຢູ່ປະເທດ ຟີລິບປິນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 25/07/2019

ແຈ້ງການຂອງກົມອາຫານ ແລະ ຢາ ກ່ຽວກັບການພົບຢາວັກແຊງປອມ ຢູ່ປະເທດ ຟີລິບປິນ

ອີງຕາມໜັງສືແຈ້ງເຕືອນຂອງອົງການອະນາໄມໂລກເລກທີ Ref.EMP/SAV/Alert-N8. 2019ລົງວັນທີ 16/17/209, ກົມອາຫານ ແລະ ຢາ ໄດ້ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການເລກທີ 6910/ກອຢ, ລົງວັນທີ 24 ກໍລະກົດ 2019 (ທ່ານສາມາດກົດເຂົ້າເບິ່ງແຈ້ງການບ່ອນນີ້) ເຖິງທຸກພາກສ່ວນທີ່ກ່ຽວຂ້ອງກ່ຽວກັບ ການພົບ ວັກແຊງ ແລະ ເຊຣອມ ຕ້ານພະຍາດວໍ້ (Rabies Vaccines ແລະ Anti-Rabies Serum)  4 ຜະລິດຕະພັນ ຄື: Verorab, Speeda, Rapibur ແລະ Equirab ທີ່ຕົກມາດຕະຖານ ແລະ ມີການຈໍລະຈອນຈຳໜ່າຍ ເປັນຈໍານວນຫຼາຍ ທີ່ ປະເທດ ຟີລິບປິນ (ລາຍລະອຽດຂອງຮູບພາບ ແລະ ຂໍ້ມູນຂອງຜະລິດຕະພັນ ກະລຸນາກົດເບິ່ງບ່ອນນີ້).

ຜະລິດຕະພັນຕາມຊື່ທີ່ໄດ້ແຈ້ງນີ້ ດ້ານຫຼັກການ ທີ່ຖືກຕ້ອງແມ່ນໂຮງງານ Sanofi Pasteur, Liaoning Cheng Da Biotechnology Co., Ltd., GlaxoSmithKline (GSK) ແລະ  Bharat Serums and Vaccines Limited ເປັນຜູ້ຜະລິດ ແລະ ຖືທະບຽນຢາ. ແຕ່ເກີດມີສະພາບລັກລອບຜະລິດ ທັງເປັນຜະລິດຕະພັນທີ່ຕົກມາດຕະຖານ ເຊິ່ງສາມາດຮັບຮູ້ໄດ້ ຜ່ານການເກັບກໍາຂໍ້ມູນຂອງບັນດາບໍລິສັດທີ່ກ່າວມາຂ້າງເທິງ ທີ່ເຫັນວ່າມີຫຼາຍຂໍ້ມູນທີ່ບໍ່ກົງກັນເຊັ່ນ: ຊຸດຜະລິດ, ວັນເດືອນປີຜະລິດ, ວັນໝົດອາຍຸລະບຸໃນສະຫຼາກ ແລະ ການຫຸ້ມຫໍ່ ຂອງຜະລິດຕະພັນດັ່ງກ່າວ ແມ່ນບໍ່ກົງກັບຂໍ້ມູນຜະລິດຕະພັນທີ່ໂຮງງານຖືກຕ້ອງຕາມລະບຽບການ ໄດ້ອະນຸຍາດຜະລິດ ແລະ ຈຳໜ່າຍ. ສໍາລັບຢູ່ ສປປ ລາວ ເມື່ອໄດ້ຮັບແຈ້ງເຕືອນຈາກ ອົງການອະນາໄມໂລກ ແລ້ວ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ກວດກາ, ກວດສອບຄືນ ຂໍ້ມູນເອກະສານຂໍອະນຸຍາດນຳເຂົ້າຢາດັ່ງກ່າວໃນໄລຍະຜ່ານມາ ໃນເບື້ອງຕົ້ນເຫັນວ່າ ຍັງບໍ່ພົບຜະລິດຕະພັນ​ຊຸດ​ຜະລິດ​ທີ່​ແຈ້ງ​ເຕືອນນີ້ ອະນຸຍາດໃຫ້ນໍາເຂົ້າຈໍາໜ່າຍ ໃນ ສປປ ລາວ.

ສະນັ້ນ, ກົມອາຫານ ແລະ ຢາ ສະເໜີມາຍັງທ່ານ ເພື່ອຊີ້ນໍາພາກສ່ວນທີ່ກ່ຽວຂ້ອງ ຕິດຕາມກວດກາ ຢູ່ຕາໜ່າງການບໍລິການສາທາລະນະສຸກທັງພາກລັດ ແລະ ເອກະຊົນ ເພື່ອຮັບປະກັນບໍ່ໃຫ້ມີຜະລິດຕະພັນດັ່ງກ່າວ ຈໍລະຈອນຈໍາໜ່າຍຢູ່ ສປປ ລາວ ເຊິ່ງຈະເປັນອັນຕະລາຍ ແລະ ສົ່ງຜົນສະທ້ອນຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນ. ຖ້າພົບຢາດັ່ງກ່າວ ໃຫ້ຢືດ ແລະລາຍງານມາຍັງກົມອາຫານ ແລະ ຢາ ຊາບໂດຍດ່ວນ ເພືອຮ່ວມກັນແກ້ໄຂ.

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA