ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ປຶກສາຫາລືແຜນພັດທະນາວຽກງານອາຫານ ແລະ ຢາ 5 ປີ (2021-2025)
ປະກາດໂດຍ: ພູປະສິດ ອຸດົມສິນ, ວັນທີ: 01/08/2019

          

          ໃນວັນທີ 30 ກໍລະກົດ 2019 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມ ປຶກສາຫາລືແຜນພັດທະນາວຽກງານອາຫານ ແລະ ຢາ 5 ປີ (2021-2025) ຢູ່ທີ່ ນາປ່າກວາງຣີສອດ, ແຂວງ ວຽງຈັນ

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ເອກະພາບກັນກຳນົດເອົາບັນດາແຜນງານຍ່ອຍ, ບັນດາໂຄງການ ແລະ ຕົວຊີ້ວັດກ່ຽວກັບວຽກງານອາຫານ ແລະ ຢາເຂົ້າໃນແຜນງານປົກປ້ອງຜູ້ບໍລິໂພກອາ ຫານ, ຢາ ແລະ ຜະລິດຕະພັນການແພດ(ແຜນງານ 4) ເພື່ອກະກຽມປະກອບເຂົ້າໃນແຜນພັດທະນາສາທາ ລະນະສຸກ ຄັ້ງທີ IX (2021-2025).

ເພື່ອປະກອບສ່ວນໃນການສູ້ຊົນໃຫ້ບັນລຸເປົ້າໝາຍທີ່ສໍາຄັນຂອງລັດຖະບານໄດ້ວາງໄວ້ຄື: ນຳພາປະເທດຊາດໃຫ້ຫຼຸດພົ້ນຈາກຄວາມ ດ້ອຍພັດທະນາໃນປີ 2020, ປົກຄຸມການບໍລິການສຸຂະພາບທົ່ວປວງຊົນ(ປີ 2025) ແລະ ບັນລຸເປົ້າໝາຍພັດທະນາຍືນຍົງໃນປີ 2030. ວຽກງານສາທາລະນະສຸກເປັນອົງປະກອບອັນສຳຄັນເວົ້າລວມ, ເວົ້າສະເພາະໃນຂົງເຂດວຽກງານອາຫານ ແລະ ຢາ ກໍ່ແມ່ນວຽກງານໜຶ່ງທີ່ໄດ້ ປະກອບສ່ວນສູ້ຊົນໃຫ້ມີຜົນສໍາເລັດ. ເພື່ອສືບຕໍ່ຜັນຂະຫຍາຍວຽກງານດັ່ງກ່າວ ກົມອາຫານ ແລະ ຢາ ຮ່ວມກັບສາຍງານກ່ຽວຂ້ອງແຕ່ສູນກາງ ຮອດທ້ອງຖິ່ນ ຈຶ່ງໄດ້ຈັດກອງປະຊຸມ ນີ້ຂຶ້ນ.

ໃຫ້ກຽດເປັນປະທານໂດຍທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 65 ທ່ານ, ທີ່ມາຈາກສາຍອາຫານ ແລະ ຢາ ແລະ ບັນດາຂະແໜງອາຫານ ແລະ ຢາ ແຂວງ ແລະ ນະຄອນຫຼວງ, ບັນດາພະແນກການຂອງກົມອາຫານ ແລະ ຢາ ພ້ອມດ້ວຍຄະນະທີມງານວິຊາການທີ່ກ່ຽວຂ້ອງ.

ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 2 ວັນ ເຊິ່ງຜົນໄດ້ຮັບຂອງກອງປະຊຸມຄັ້ງນີ້ ແມ່ນ ຮັບຮອງເອົາ 9 ແຜນງານຍ່ອຍ, 20 ໂຄງ ການ ແລະ ບັນດາຕົວຊີ້ວັດເຂົ້າໃນແຜນງານປົກປ້ອງຜູ້ບໍລິໂພກດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ(ແຜນງານ 4 ຂອງກະຊວງ ສາທາລະນະສຸກ) ຊຶ່ງລາຍລະອຽດ 9 ແຜນງານຍ່ອຍມີດັ່ງລຸ່ມນີ້:

1.​   ແຜນງານຍ່ອຍ ຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ

2.     ແຜນງານຍ່ອຍສຶກສາ, ຄົ້ນຄ້ວາວິທະຍາສາດ, ສົ່ງເສີມ ແລະ ພັດທະນາ ດ້ານການແພດ ແລະ ການຢາພື້ນເມືອງ

3.     ແຜນງານອາຫານປອດໄພ

4.     ແຜນງານຍ່ອຍສ້າງຄວາມເຂັ້ມແຂງດ້ານການວິໄຈຄຸນນະພາບອາຫານ, ຢາ ແລະ ຜະລິດຕະພັນການແພດ

5.     ແຜນງານຍ່ອຍສະໜອງຢາ-ອຸປະກອນການແພດ ແລະ ເຕັກໂນໂລຍີ

6.     ແຜນງານຍ່ອຍຄຸ້ມຄອງຢາເສບຕິດ, ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ເຄມີຕົ້ນ.

7.     ແຜນງານຍ່ອຍກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ

8.     ແຜນງານຍ່ອຍສົ່ງເສີມການຜະລິດພາຍໃນ

9.     ແຜນງານຍ່ອຍສ້າງຄວາມເຂັ້ມແຂງຂໍ້ມູນຂ່າວສານດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ.

         ນອກນັ້ນຍັງໄດ້ລົງເລິກໃນການກຳນົດໃນການກຳນົດຕົວຊີ້ວັດ ແລະ ຄາດໝາຍສູ້ຊົນ. ເພື່ອໃຫ້ມີຄວາມເປັນເອກະພາບກັນຂອງຂົງເຂດ ອາຫານ ແລະ ຢາ ໃນຂອບເຂດທົ່ວປະເທດ. ເພື່ອສະເໜີໃຫ້ຂັ້ນເທິງຮັບຮອງ ແລະ ນຳໄປເປັນບ່ອນອີງໃນການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ຈະໄດ້ກຳນົດເປັນແຜນພັດທະນາວຽກງານສາທາລະນະສຸກ 5 ປີ ຄັ້ງທີ IX ແຜນງານປົກປ້ອງຜູ້ບໍລິໂພກອາຫານ ແລະ ຢາ ຕາມແຜນງານທີ 4 ຂອງກະຊວງສາທາລະນະສຸກ.

 

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA