ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມ ປຶກສາຫາລື ຄະນະກຳມະການເພື່ອຄຸ້ມຄອງຄວາມປອດໄພອາຫານ ແລະ ຢາ ຄັ້ງທີ 1
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 10/10/2019

ບົດຂ່າວໂດຍ: ດຣ. ກອງມະນີ ນາມມະວົງມີໄຊ.

ກອງປະຊຸມປຶກສາຫາລືກ່ຽວກັບວຽກງານຂອງຄະນະກຳມະການເພື່ອຄຸ້ມຄອງຄວາມປອດໄພອາຫານ ແລະ ຢາ ຄັ້ງທີ 1 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 03 ຕຸລາ 2019, ທີ່ ຫ້ອງປະຊຸມ ລ່ອງງື່ມວິວ ຣີສອດ, ເມືອງ ແກ້ວອຸດົມ ແຂວງ ວຽງຈັນ. ພາຍໃຕ້ການເປັນປະທານ ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ. ຊຶ່ງມີຜູ້ເຂົ້າຮ່ວມຈາກກົມສັງຄົມ ສະພາແຫ່ງຊາດ; ກົມຕໍາຫຼວດສິ່ງແວດລ້ອມ; ກະຊວງປ້ອງກັນຄວາມສະຫງົບ; ກົມກົດໝາຍ ກະຊວງຍຸດຕິທຳ; ກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຍີ; ກົມປູກຝັງ; ກົມປ່າໄມ້; ກະຊວງອຸດສາຫະກໍາ ແລະ ການຄ້າ; ກົມນະໂຍບາຍການຄ້າຕ່າງປະເທດ; ກົມການຄ້າພາຍໃນ; ກົມນໍາເຂົ້າ-ສົ່ງອອກ; ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ; ຫ້ອງການກະຊວງສາທາລະນະສຸກ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ ແລະ ພະແນກການພາຍໃນກົມອາຫານ ແລະ ຢາ.  ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ລວມທັງໝົດ 35  ທ່ານ .

       ຈຸດປະສົງຂອງກອງປະຊຸມ: ເພື່ອຜ່ານຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງກອງເລຂາຄະນະກຳມະການແຫ່ງຊາດດ້ານອາຫານ ແລະ ຢາ; ເພື່ອຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກອງເລຂາຄະນະກຳມະການແຫ່ງຊາດດ້ານອາຫານ ແລະ ຢາ; ປຶກ​ສາ​ຫາ​ລື ແລະ ທົບ​ທວນ​ການ​ປະ​ສານ​ງານ​ຂອງ​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ດ້ານ​ອາ​ຫານ​ແລະ​ ຢາ; ແລະ ທິດທາງແຜນການ​ເຄື່ອນ​ໄຫວ​ຂອງ​ຄະ​ນະດັ່ງກ່າວໃນຕໍ່ໜ້າ. ໃນໂອກາດກ່າວເປີດກອງປະຊຸມທ່ານ ດຣ. ສົມທະວີ ຈາງວິສົມມິດ ໄດ້ຍົກໃຫ້ເຫັນຄວາມເປັນມາກ່ຽວກັບວຽກງານຂອງຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ, ຄວາມໝາຍສຳຄັນຂອງຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງອາຫານ ແລະ ຢາ ກໍ່ຄືວຽກງານຄຸ້ມຄອງອາຫານ ແລະ ຢາ ແມ່ນຕິດພັນກັບຫຼາຍກະຊວງເຊັ່ນ: ກະຊວງອຸດສາຫະກຳການຄ້າໃນຂອດຂອງການຄຸ້ມຄອງການຈົດທະບຽນຫົວໜ່ວຍທຸລະກິດທີ່ເປັນ ໂຮງງານ ແລະ ບໍລິສັດ, ການຄຸ້ມຄອງເຄມີ ແລະ ວຽກງານການປົກປ້ອງຜູ້ບໍລິໂພກ. ກະຊວງກະສິກຳ ແລະ ປ່າໄມ້ ແມ່ນຮັບປະກັນໃນວຽກງານອາຫານປອດໄພໃນເບື້ອງການປູກ, ລ້ຽງ ແລະ ການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ ແລະ ຂະແໜງການອື່ນໆ ໃຫ້ມີຄວາມເອກະພາບ ເຊື່ອມສານ ແລະ ປະຕິບັດໃຫ້ເປັນອັນນື່ງອັນດຽວກັນໃຫ້ເປັນຮູບປະທຳ ເພື່ອຮັບປະກັນໄດ້ຄຸນນະພາບຂອງຜະລິດຕະພັນ ແລະ ຜູ້ບໍລິໂພກມີຄອາມປອດໄພ ໂດຍສະເພາະແມ່ນດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ. 

      ໃນວາລະກອງປະຊຸມຄັ້ງນີ້ ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທັງເປັນປະທານຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງອາຫານ ແລະ ຢາ  ທ່ານໄດ້ໂອ້ລົມຕໍ່ກອງປະຊຸມວ່າ: ວຽກງານອາຫານ ແລະ ຢາ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເຊີ່ງໄດ້ຕິດພັນກັບບັນດາກະຊວງທີ່ກ່ຽວຂ້ອງທີ່ຈະຕ້ອງມີການປະສານງານກັນຢ່າງໃກ້ຊິດ ແລະ ກົມກຽວກັນ ຈຶ່ງຈະສາມາດປະຕິບັດໃຫ້ສຳເລັດຜົນໄດ້ ໂດຍສະເພາະວຽກງານອາຫານປອດໄພ ແລະ ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດທີ່ເປັນຢາ ເຊັ່ນ: ການອອກອະນຸຍາດຄຸດຄົ້ນ ແລະ ຖອດຮີດ ທີ່ຍັງຊະຊາຍ ທີ່ແຕະຕ້ອງບັນດາເຄື່ອງປ່າຂອງດົງທີ່ເປັນຢາ ແລະ ເຄື່ອງປ່າຂອງດົງທີ່ມີຄ່າ ກຳລັງຈະດັບສູນ. ສະນັ້ນ ໃນການກຳນົດພາລະບົດບາດ ການເຄື່ອນໄຫວຂອງກອງເລຂາຄະນະກຳມະການແຫ່ງຊາດດ້ານອາຫານ ແລະ ຢາ ທີ່ປຽບສະເໜືອນເປັນແຂນຂວາໃຫ້ແກ່ປະທານ ເພື່ອຈະສາມາດຕອບ ຫຼື ແກ້ໄຂໄດ້ຫຼາຍໆ ບັນຫາ ຕໍ່ຜູ້ບໍລິໂພກ ກໍ່ຄືຂັ້ນເທິງເພື່ອຊາບ ຈື່ງຮຽກຮ້ອງໃຫ້ກອງເລຂາເຮົານີ້ຕ້ອງກຳໄດ້ລະບຽບຫຼັກການທີ່ມີ ແລະ ຕ້ອງປະສານງານກັນຢ່າງເຂັ້ມແຂງ  ເພື່ອຈະສາມາດຮັບປະກັນໄດ້ອາຫານ, ຢາ ແລະ ຜະລິດຕະພັນການແພດ ທີ່ມີຄວາມປອດໄພຕໍ່ຜູ້ບໍລິໂພກ. ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກຕື່ມບາງຈຸດ ເປັນຕົ້ນ ໃຫ້ທີ່ປະຊຸມເອົາໃຈໃສ່ປະກອບຄຳຄິດເຫັນຕໍ່ຮ່າງພາລະບົບບາດ ຂອງຄະນະກໍາມະການແຫ່ງຊາດ ແລະ ກອງເລຂາ ໃຫ້

ສໍາເລັດ ເຊິ່ງມີຄວາມສໍາຄັນຫຼາຍ ເພື່ອຈັດຕັ້ງຜັນຂະຫຍາຍກົດໝາຍອາຫານ, ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ທີ່ໄດ້ລົງລາຍເຊັນແລ້ວ ກ່ຽວກັບຄະນະກໍາມະການແຫ່ງຊາດດ້ານອາຫານ ແລະ ຢາ; ໃຫ້ກົມອາຫານ ແລະ ຢາ ສືບຕໍ່ເກັບກໍາລາຍຊື່ຄະນະກໍາມະການ ແລະ ກອງເລຂາ ໃຫ້ສໍາເລັດ ແລະ ກໍານົດພາລະບົດບາດ ຂອງກອງເລຂາໃຫ້ຈະແຈ້ງ ໂດຍສະເພາະໜ້າວຽກຕ່າງໆ ຂອງແຕ່ລະພາກສ່ວນ ຈະຕ້ອງມີໜ້າທີ່ຄືແນວໃດ ໃນການປະສານງານ, ກົນໄກການປະສານງານກັບແຕ່ລະພາກສ່ວນ ທີ່ກ່ຽວຂ້ອງ.

       ກອງປະຊຸມປຶກສາຫາລືຄັ້ງນີ້ ໂດຍພື້ນຖານແມ່ນເຫັນດີເປັນເອກະພາບຕໍ່ຮ່າງຂໍ້ຕົກລົງ ກອງເລຂາຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງອາຫານ ແລະ ຢາ (ກຄອຢ) ພ້ອມດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະດັ່ງກ່າວເພື່ອຜັນຂະຫຍາຍຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງອາຫານ ແລະ ຢາ(ຄອຢ) ສະບັບເລກທີ 51/ນຍ, ລົງວັນທີ 3/8/2018 ໃຫ້ມີປະສິດທິຜົນ ແລະ ສືບຕໍ່ການປະສານງານໃຫ້ກົມກຽວກັນໃນຕໍ່ໜ້າ.

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA