ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ບົດຂ່າວກອງປະຊຸມ ໜ່ວຍງານວິຊາການດ້ານຢາອາຊຽນ ຄັ້ງທີ 22 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 09/09/2015

ສະເໜີໂດຍ: ດຣ. ບຸນຊູ ແກ້ວຫາວົງ  ຫົວໜ້າພະແນກຄຸ້ມຄອງຢາຫຼວງ, ກົມອາຫານ ແລະ ຢາ

      ພາຍໃຕ້ຄຳຂວັນຂອງ ອາຊຽນ “ວິ​ໄສ​ທັດ​ໜຶ່ງ​ດຽວ​, ​ເອກະລັກ​ໜຶ່ງ​ດຽວ, ປະຊາຄົມຫນຶ່ງດຽວ“ (One vision, One identity, One Community) ຈິ່ງມີຄວາມຈໍາເປັນຕ້ອງມີຄວາມພ້ອມພຽງໃນທຸກດ້ານ ເພື່ອໃຫ້ມີການ ເຊື່ອມສານໃນທຸກຂົງເຂດ ວຽກງານ ບໍ່ວ່າດ້ານ ການເມືອງ ແລະ ຄວາມຫມັ້ນຄົງ, ດ້ານວັດທະນະ ທຳ-ສັງຄົມ ແລະ ດ້ານເສດຖະກິດ ເຊິ່ງເປັນ 3 ເສົາຄ້ຳ ໃນຂົງເຂດອາຊຽນ.

ສຳລັບການເຊື່ອມສານໃນຂົງເຂດເສດ ຖະກິດ ໄດ້ເນັ້ນໃສ່ການຮັບປະກັນ ແລະ ສ້າງໃຫ້ໄດ້ມາດ ຕະຖານ ແລະ ຄຸນນະພາບ ຈິ່ງໄດ້ສ້າງຕັ້ງຄະນະກຳມະການ ທີ່ປຶກສາອາຊຽນສຳລັບ ມາດຕະຖານ ແລະ ຄຸນນະພາບ “ACCSQ” ໃນນັ້ນວຽກງານ ການຄຸ້ມຄອງຜະລິດ​ຕະພັນ​ຢາ ໃຫ້ໄດ້ມາດຕະຖານ ເພື່ອຕະຫຼາດອັນຫນຶ່ງອັນດຽວ, ຄະນະກຳມະການທີ່ປຶກສາອາຊຽນທາງດ້ານຄຸນນະພາບ ແລະ ມາດຕະຖານໄດ້ເຫັນດີສ້າງຕັ້ງຫນ່ວຍງານວິຊາການ ດ້ານຜະລິດ​ຕະພັນ​ຢາອາຊຽນຂຶ້ນ, ເຊິ່ງໄດ້ຈັດກອງປະຊຸມ ວິຊາການຂຶ້ນ 2 ຄັ້ງຕໍ່ປີ, ນັບ​ແຕ່​ປີ 1999 ​ເປັນຕົ້ນ​ມາ ໂດຍໄດ້ໝູນວຽນກັນເປັນເຈົ້າພາບໃນບັນດາປະເທດສະມາຊິກ ຕາມລຳດັບຕົວອັກສອນມາຮອດປະຈຸບັນແມ່ນເປັນ ຄັ້ງທີ 22.

      ສໍາລັບ ສປປ ລາວ ກໍໄດ້ເປັນເຈົ້າພາບຂອງກອງປະຊຸມໜ່ວຍງານອາຊຽນດ້ານຢາ ຜ່ານມາໃນປີ 2008 ເປັນກອງປະຊຸມ ACCSQ-PPWG ຄັ້ງທີ 14 ເຊິ່ງເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ໃນຄັ້ງນີ້ ເປັນຄັງທີ 2 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງແມ່ນກອງປະຊຸມ ACCSQ-PPWG ຄັ້ງທີ 22 ແລະ ກອງປະຊຸມວິຊາການອື່ນໆ ທີ່ກ່ຽວຂ້ອງໃນວາລະດຽວກັນ.

ກອງປະຊຸມ ACCSQ-PPWG ຄັ້ງທີ 22 ໄດ້ເປີດຂຶ້ນຢ່າງເປັນທາງ ໃນຕອນເຊົ້າຂອງວັນທີ 12 ມີນາ 2015 ໂດຍແມ່ນ ທ່ານ  ສາດສະດາຈານ ດຣ. ເອກສະຫວ່າງ ວົງວິຈິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ເປັນກຽດໃນການເປີດພິທີກອງປະຊຸມຄັ້ງນີ້ ພ້ອມດ້ວຍການເຂົ້າຮ່ວມ ຂອງບັນດາແຂກ ທີ່ເຊີນຈາກ ກະຊວງ, ກົມ, ກອງ, ສູນ ທີ່ກ່ຽວຂ້ອງພາຍໃນ ແລະ ຍັງມີບັນດາແຂກ ຈາກຕ່າງປະເທດ ໃນຂົງເຂດອາຊຽນ ເຊິ່ງປະກອບດ້ວຍປະທານ, ຮອງປະທານຫນ່ວຍງານວິຊາການ ຜະລິດຕະພັນຢາ ອາຊຽນ, ກອງເລຂາອາຊຽນ ທີ່ປະຈຳຢູ່ນະຄອນຈາກາຕ້າ ປະເທດ ອິນໂດເນເຊຍ, ນອກນັ້ນຍັງມີບັນດາພະນັກງານ ເຈົ້າຫນ້າທີ່ ພາກລັດ ແລະ ຕາງຫນ້າ ຫົວຫນ່ວຍທຸລະກິດດ້ານຢາ ຈາກບັນດາປະເທດໃນກຸ່ມອາຊຽນ ເຂົ້າຮ່ວມ ຈໍານວນ ທັງຫມົດ 250 ກວ່າທ່ານ ເຊິ່ງມາຈາກ 9​ ປະ​ເທດ​ສະມາຊິກ​ອາ​ຊຽນ ມີຄື: ບລູ​ໄນດາຣຸດຊາລາມ, ກຳປູເຈຍ, ອິນໂດເນເຊຍ, ສ ປປ ລາວ,  ມາເລເຊຍ,  ຟີລິບປິນ, ສິງກະໂປ, ໄທ ແລະ ສສ ຫວຽດນາມ. ນອກຈາກນັ້ນ, ຍັງມີຜູ້ຕາງໜ້າ ສະມາຄົມ ອຸດສາຫະກຳການຢາອາຊຽນເຂົ້າຮ່ວມນຳດ້ວຍ. ສໍາລັບຜູ້ແທນຈາກມຽນມ້າແມ່ນບໍ່ສາມາດເຂົ້າຮ່ວມໄດ້.

      ກອງປະຊຸມຄັ້ງນີ້ ມີ 3 ຈຸດປະສົງຫຼັກຄື:

- ເພື່ອແລກປ່ຽນ ​ແລະ ​ຖອດ​ຖອນບົດຮຽນກັບບັນດາປະເທດສະມາຊິກອາຊຽນກ່ຽວກັບການຈັດຕັ້ງປະຕິບັດການ ເຊື່ອມສານດ້ານເອກະສານ ແລະ ຂໍ້ຮຽກຮ້ອງກ່ຽວກັບການຂຶ້ນທະບຽນຢາໃນບັນດາປະເທດອາຊຽນ ASEAN  Common Technical Dossier/ACTD  ແລະ  ASEAN  Common Technical Requirement/ACTR

- ​​ເພື່ອຄົ້ນຄວ້າ ແລະ ປະກອບຄຳ​ເຫັນໃສ່ຄູ່ມືທາງວິຊາການດ້ານຢາ ໃຫ້​ເປັນມາດຕະຖານອັນດຽວຢ່າງເປັນ ເອກະພາບໃນ ການຈັດຕັ້ງປະຕິບັດ.

- ​ເພື່ອ​ທົບ​ທວນຄືນແຜນງານ​ຂອງ​ໜ່ວຍ​ງານດ້ານຢາ​ໃຫ້​ມີ​ຄວາມ​ສອດຄ່ອງ​ໃນ​ການ​ຈັດຕັ້ງປະຕິບັດ​ໃນຕໍ່ຫນ້າ​ເພື່ອ​ບັນ ລຸ​ເປົ້າ​ໝາຍ​ຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ໃນປີ 2015 ແລະແຜນການຮ່ວມມືຈາກຂົງເຂດສາກົນກັບພາກພື້ນ.

ໃນວາລະກອງປະຊຸມຄັ້ງນີ້ ຍັງມີອີກ 5 ກອງປະຊຸມວິຊາການກ່ຽວຂ້ອງໄດ້ຈັດຂຶ້ນລະຫວ່າງ ວັນທີ 09 - 11 ມີນາ 2015 ມີຄື:

  1. ກອງປະຊຸມໜ່ວຍງານສະເພາະກິດທາງດ້ານການຈັດຕັ້ງປະຕິບັດວຽກງານດ້ານຄຸນນະພາບຢາ ແລະ ຜະລິດຕະ ພັນ ຊີວະສາດ (Technical Working Group /TWG Qulity and Biological Taskforce)
  2. ກອງປະຊຸມໜ່ວຍງານສະເພາະກິດທາງດ້ານຊີວະສົມທຽບ ແລະ ຊີວະຄົງທົນຂອງຢາ (TWG onBE/BA Taskforce)
  3. ກອງປະຊຸມຂອງຄະນະກຳມະການຮ່ວມ ກ່ຽວກັບການປະຕິບັດຕາມບົດບັນທຶກຄວາມຮັບຮູ້ຮ່ວມກັນທາງດ້ານ ການກວດກາການປະຕິບັດຕາມຫຼັກການຜະລິດຢາທີ່ດີ (Join Sectoral Committee on Good Manufaturing Practice/JSC GMP MRA Meeting.
  4. ກອງປະຊຸມສຳມະນາແລກປ່ຽນບົດຮຽນຂັ້ນຕອນການຂຶ້ນທະບຽນຢາລະຫວ່າງອົງການອະນາໄມໂລກ ແລະບັນດາ ປະເທດສະມາຊິກອາຊຽນ ພາຍໃຕ້ຫົວຂໍ້ WHO Session on Experience with WHO collaborative registration procedure and potential of applying the procedure in AEAN countries.
  5. ກອງປະຊຸມຫົວໜ້າຜູ້ແທນຂອງບັນດາປະເທດສະມາຊິກອາຊຽນກ່ຽວກັບຜະລິດຕະພັນຢາ,(Head of Delegation/HOD metting) ໄດ້ດຳ​ເນີນ ​ໃນ ວັນ​ທີ 11 ມີນາ 2015.  

ບັນດາກອງປະຊຸມທີ່ກ່າວມາຂ້າງເທິງເຊິ່ງໄດ້ຈັດຂຶ້ນຜ່ານມາ ແມ່ນການກະກຽມຂໍ້ມູນເພື່ອສະໜອງ ແລະ

ລາຍງານຕໍ່ກອງປະຊຸມຫຼັກຂອງໜ່ວຍງານວິຊາການດ້ານຢາອາຊຽນຄັ້ງທີ 22.

ກອງປະຊຸມ ACCSQ-PPWG ຄັ້ງທີ 22 ນີ້ ໄດ້ດຳເນີນໃນວັນທີ 12-13 ມີນາ 2015. ກອງປະຊຸມ ດັ່ງກ່າວໄດ້ທົບທວນຄວາມຄືບຫນ້າຂອງວຽກງານທີ່ກ່າວມາຂ້າງເທິງໂດຍສືບຕໍ່ຈາກກອງປະຊຸມ ACCSQ- PPWG  ຄັ້ງທີ 21 ເຊິ່ງໄດ້ຈັດຂຶ້ນທີ່ ກົວລາລຳເປີ, ປະເທດມາເລເຊຍ ໃນປີຜ່ານມາ. 

ກອງ​ປະຊຸມໜ່ວຍງານການຢາ ອາຊຽນ ຄັ້ງທີ 22 (The 22nd ACCSQ-PPWG Meeting)  ​ໄດ້​ເນັ້ນໃສ່  ​ການຈັດຕັ້ງປະຕິບັດ ASEAN  Common Technical Dossier/ACTD  ແລະ  ASEAN  Common Technical Requirement/ACTR ເຊິ່ງເປັນວຽກງານຮັບປະກັນຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ຂອງຢາທີ່ຜະລິດ ຫຼື ນຳເຂົ້າມາຈໍລະຈອນຈຳໜ່າຍໃນບັນດາປະເທດອາຊຽນ.

      ໃນໄລຍະຂອງການກ້າວເຂົ້າເປັນປະຊາຄົມເສດຖະກິດອາຊຽນ AEC ວຽກງານການຢາກໍ່ເປັນຫນ້າວຽກທີ່ ທ້າຍທາຍ ແລະ ຕ້ອງໄດ້ຮິບຮ້ອນສ້າງ ໃຫ້ມີລະບົບການ ຄຸ້ມຄອງວຽກງານ ດ້ານນີ້ ໂດຍມີລະບຽບໃນການຄຸ້ມຄອງ ທີ່ໄດ້ປະຕິບັດຕາມຫຼັກການຂອງພາກພື້ນ ແລະ ສາກົນໃຫ້ມີຄວາມເປັນເອກະພາບ ແລະ   ກົມກຽວກັນທາງດ້ານ ລະບຽບ ໃນການຄຸ້ມຄອງດ້ານ​ຢາ.

ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານຄວາມຄືບຫນ້າຂອງແຕ່ລະປະເທດໃນການຈັດຕັ້ງປະຕິບັດ ACTD/ACTR ໄດ້ສົນທະນາ ແລະ ຮັບຮອງບັນດາຄູ່ມືທາງດ້ານການຂຶ້ນທະບຽນຢາ ເພື່ອ​ໃຫ້​ມີ​ຄວາມ​ເຊື່ອມ​ສານ​ທາງ​ດ້ານ​ການ​ຮັບຮອງ​ຂຶ້ນ​ທະບຽນ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ນຳເປັນບ່ອນອີງໃນການຈັດຕັ້ງປະຕິບັດ  ​ແລະ ຈະໄດ້ຮັບຮອງ​ເອກະສານພ້ອມ​ທັງ​ກະກຽມ​ການ​ເຊັນ​ລົງ​ນາມ​ຮັບ​ຮູ້​ເຊິ່ງກັນ ​ແລະ ກັນ​ຂອງ​ບັນດາ​ຄູ່​ມື​ກ່ຽວຂ້ອງທີ່ໄດ້ ຜ່ານ ຕາມວາລະ ຂອງກອງປະຊຸມ ເຊັ່ນ:

- ກອງປະຊຸມໜ່ວຍງານສະເພາະກິດທາງດ້ານວຽກງານຄຸນນະພາບຢາ ແລະ ຜະລິດຕະພັນຊີວະ¦¾© (Technical Working Group /TWG Qulity and Biological Taskforce) ໄດ້ຜ່ານຮ່າງເອກະສານເບື້ອງຕົ້ນ ຂອງການ ປະຕິບັດເຊື່ອມສານໃນການຂຶ້ນທະບຽນຜະລິດຕະພັນທາງຊີວະສາດ ແລະ ໄດ້ປັບປຸງເນື້ອໃນບາງຈຸດຂອງ ຄູ່ມືການ ປ່ຽນແປງຂອງຢາທີ່ໄດ້ຂຶ້ນທະບຽນແລ້ວ.

- ກອງປະຊຸມໜ່ວຍງານສະເພາະກິດທາງດ້ານຊີວະສົມທຽບ ແລະ ຊີວະຄົງທົນຂອງຢາ (TWG on BE/BA Taskforce) ໄດ້ວາງແຜນ ແລະ ຮ່າງແຜນການເຊັນບົດບັນທຶກຄວາມຮັບຮູ້ເຊິ່ງກັນແລະການໃນການປະຕິບັດ ເຊິ່ງຄາດຄະເນຈະເຊັນລົງນາມກັບບັນດາປະເທດອາຊຽນໃນກາງປີ 2016.

- ກອງປະຊຸມຂອງຄະນະກຳມະການຮ່ວມ ກ່ຽວກັບການປະຕິບັດຕາມບົດບັນທຶກຄວາມຮັບຮູ້ຮ່ວມກັນທາງດ້ານ ກວດກາຕາມຫຼັກການ ຜະລິດຢາທີ່ດີ (Joint Sectoral Committee on Good Manufaturing Practice/JSC GMP MRA Meeting ແມ່ນໄດ້ກະກຽມຮັບເອົາປະເທດໄທ ເປັນປະເທດທີ 4  ເພື່ອບັນຈຸເຂົ້າເປັນສະມາຊິກຂອງ ຄະນະກຳມະການ ຮ່ວມໃນການກວດກາ ຫຼັກການ ຜະລິດຢາທີ່ດີ ເຊິ່ງຜ່ານມາມີ ປະເທດສິງກະໂປ, ມາເລເຊຍ ແລະ ອິນໂດເນເຊຍ.

- ໄດ້ຮັບຮູ້ກ່ຽວກັບບົດຮຽນດ້ານການຢັ້ງຢືນ ແລະ ການຮັບຮອງການຂຶ້ນທະບຽນຢາທີ່ໄດ້​​ແລກປ່ຽນປະສົບການຈາກ ອົງການອະນາໄມໂລກ.

      ກອງປະຊຸມດັ່ງກ່າວໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ບົນພື້ນຖານຄວາມສາມັກຄື ແລະ ຄວາມມີໄມຕີຈິດມິດຕະພາບຂອງຜູ້ແທນໃນບັນດາສະມາຊິກອາຊຽນ, ກອງປະຊຸມດັ່ງກ່າວຍັງໄດ້ສ້າງຊື່ສຽງໃຫ້ແກ່ ສ ປປ ລາວ ໂດຍສະເພາະຂະແໜງການສາທາລະນະສຸກເວົ້າລວມ, ວຽກງານອາຫານ ແລະ ຢາ ເວົ້າສະເພາະ ແລະ ໄດ້ໃຫ້ໂອກາດແກ່ບຸກຄະລາກອນໃນຂະແໜງການອາຫານ ແລະ ຢາໄດ້ພັດທະຄວາມສາມາດດ້ານການ ປະສານງານ, ການພົວພັນ ແລະ ຄວາມຮັບຜິດຊອບໃນການເປັນເຈົ້າພາບທີ່ດີ ປະກອບສ່ວນໃຫ້ກອງປະຊຸມ ດັ່ງກ່າວໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ນຳເອົາໝາກຜົນຂອງກອງປະຊຸມໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກ ຜົນໃນວຽກງານການຢາ ຂອງ ສ ປປ ລາວ.

free porn videos free sex videos
 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA