ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ຝຶກອົບຮົມຫຼັກການ ການຜະລິດທີດີ, ດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ.
ປະກາດໂດຍ: ທ້າວ ຊົ່ງ, ວັນທີ: 18/08/2020
ກົມອາຫານ ແລະ ຢາ ໄດ້ຈັດຝຶກອົບຮົມຫຼັກການ ການຜະລິດທີດີດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ໃຫ້ແກ່ພະນັກງານ ພາຍໃນກົມອາຫານ ແລະ ຢາ ໃນລະຫວ່າງ ວັນທີ 10-14/ 8 /2020, ຊຶ່ງມີຄູຝືກຈາກກົມອາຫານ ແລະ ຢາທີ່ໄດ້ຜ່ານການຝຶກອົບຮົມ ແລະ ມີປະສົບການ ຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານດັ່ງກ່າວມາຂຶ້ນຫ້ອງເພື່ອແລກປ່ຽນບົດຮຽນ, ການອົບຮົມແມ່ນໄດ້ນຳສະເໜີ 10 ຫຼັກການ ຂອງການປະຕິບັດການ ການຜະລິດທີ່ດີດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບຂອງອາຊຽນ ເຊີ່ງມີຕົວຫຍໍ້ແມ່ນ:”ASEAN TMHS GMP“.
                     
ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງ, ພັດທະນາຄວາມອາດສາມາດ ແລະ ເພື່ອເປັນການແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນທີ່ດີ ໃຫ້ພະນັກງານພາຍໃນກົມອາຫານ ແລະ ຢາ ແລະ ທັງເປັນການເພີ້ມຄວາມເຂົ້າໃຈ ແລະ ມີຄວາມຊຳນິຊຳນານ ໃນການຈັດຕັ້ງປະຕິບັດວຽກງານຕາມຫຼັກການ ການຜະລິດທີ່ດີຂອງອາຊຽນ. ເພື່ອກະກຽມຄວາມພ້ອມໃນການເປັນເຈົ້າການຮວ່ມກັນໃນກອງປະຊຸມຝືກອົບຮົມໃຫ້ແກ່ບັນດາຜູ້ປະກອບການທຸລະກິດການຜະລິດ, ປຸງແຕ່ງ ຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ທີ່ຈະຈັດຂື້ນໃນມໍ່ໆນີ້.
 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA