ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອົບຮົມຄູ່ຝຶກກ່ຽວກັບການເຜີຍແຜ່ຂູ້ມູນຂ່າວສານາກນຕ້ານການແຜ່ກະຈາຍການລຶ້ງຢາຂອງເຊື້ອໄຂຍຸງ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 20/09/2015

ໂດຍ: ນາງ ກອງມະນີ ນາມມະວົງມີໄຊ

ຫົວໜ້າພະແນກຄຸ້ມຄອງຂ່າວສານ, ກົມອາຫານ ແລະ ຢາ

ໃນ​​ກາງເດືອນ 8/2015 ຜ່ານມາ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ລາໍພອນ ສີຫາຄັງ ຮອງຫົວໜ້າກົມອາຫານ ແລະ ຢາ ໄດ້ເປີດຊຸດອົບຮົມຄູ​ຝຶກ​ໃຫ້​ພະນັກງານສາທາລະນະສຸກ​ຂັ້ນ​ແຂວງ​ແລະ​ເມືອງ 06 ເມືອງ( ເມືອງຈຳປາສັກ, ປາກເຊ, ຊະນະສົມບູນ, ສຸຂຸມາ, ບາຈຽງ ແລະ ເມືອງໂພນທອງ)​ ກ່ຽວ​ກັບ​ວິທີ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ຕ້ານ​ການດື້ຕໍ່ຢາປົວໄຂ້ຍຸງ ຢູ່ແຂວງຈຳປາສັກ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 27 ທ່ານໃນນັ້ນເປັນເພດຍິງ 07. ເພື່ອ​ໃຫ້ຄູຝຶກໄດ້ຮັບຮູ້ ກ່ຽວກັບສະພາບການດື້ຢາ Artemisininຂອງເຊື້ອໄຂ້ຍຸງ, ສະພາບຢາປອມ ແລະ ຢາຕົກມາດຕະຖານ ແລະ ການນຳໃຊ້ຢາປິ່ນປົວໄຂ້ຍຸງຢ່າງສົມເຫດ ສົມຜົນ ເຊິ່ງຜູ້ເຂົ້ຮ່ວມ ພາຍຫລັງຈົບການອົບຮົມສາມາດນຳໄປເຜີຍແຜ່ຕໍ່ໃຫ້ພະນັກງານ​ແພດ​ໝໍ, ທະຫານ, ຜູ້​ຈຳໜ່າຍ​ຢາ​ແລະ​ປະຊາຊົນ (ນາຍບ້ານ, ແມ່ຍິງບ້ານ, ແນວໂຮມ, ອສປ, ຜູ້ໃຊ້ແຮງງານ....) ຢູ່ໃນຂັ້ນເມືອງ ແລະ ໃເຂດຄຸ້ມຄອງຂອງຕົວໄດ້.

ໃນການຈັດຕັ້ງການອົບຮົມ ຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກ ກອງທຶນໂລກ ໂດຍຜ່ານ ໂຄງການ ຕ້ານການດື້ຕໍ່ຢາ (RAIProgram). ພາຍຫລັງ ການອົບຮົມແລ້ວໂຄງການ ຈະໄດ້ສະໜອງງົບປະມານ ໃຫ້ບັນດາແຂວງເພື່ອນຳ​ເອົາ​ບົດຮຽນພ້ອມ​ປະສົບ​ປະການ​ໄປຜັນ​ຂະຫຍາຍ​ແລະເຜີຍ​ແຜ່ໃຫ້​ແກ່​ກຸ່ມ​​ເປົ້າ​ໝາຍ​ດັ່ງກ່າວ​ໃຫ້​ເຂົ້າ​ໃຈ ແລະ ຫຼີກລ້ຽງການນໍາໃຊ້ຢາຊະຊາຍ, ໂດຍສະເພາະການຫ້ສຸຂະສຶກສາແກ່ຄົນເຈັບ ເວລາເຈັບເປັນຖ້າສົງໃສເປັນໄຂ້ຍຸງ ຫ້າມເດັດຂາດບໍ່ໃຊ້ຢາArtesunateຊະນິດເມັດເພາະຈະພາໃຫ້ເຊື້ອພະຍາດໄຂ້ຍຸງດື້ຕໍ່ຢາ.

ຢາ Artemisinin ເປັນຢາທີ່ມີປະສິດທິພາບ ປະສິດທິຜົນໃນປິ່ນປົວ ຢາໄຂ້ຍຸງ P. falciparum, ແຕ່ປະຈຸບັນ ໄດ້ມີລາຍງານການດື້ຕໍ່ຂອງເຊື້ອພະຍາດໄຂ້ຍຸງ ຕໍ່ກັບຢາ ດັ່ງກ່າວ ໃນນັ້ນ ລວມທັງ ຢູ່ພາກໃຕ້ ຂອງ ສປປ ລາວ ເຊິ່ງໄດ້ມີການລາຍງານການດື້ຢາ. ອົງການອະນາໄມໂລກ ໄດ້ແນະນໍາໃຫ້ ໃຊ້ຢາ  Artemisinin ໃນຮູບຢາປະສົມ (Combination therapy) ເພື່ອຮັກສາປະສິດທິພາບຢາດັ່ງກ່າວໄວ້ໃຫ້ເປັນເວລາດົນ. ສໍາລັບຢາ Arthemisinin ໃນຮູບແບບຊະນິດເມັດດຽວ  ເປັນຢາທີ່ນ້ອນຢູ່ໃນບັນຊີຢາຕ້ອງຫ້າມ ຂອງສປປ ລາວສະບັບປະກາດໃຊ້ໃນປະຈຸບັນ. ຖ້າກວດພົບການນໍາເຂົ້າ, ຈໍາໜ່າຍ ຈະຖືກປະຕິບັດມາດຕະການຕາມລະບຽບກົດໝາຍທີ່ກະຊວງສາທລະນະສຸກວາງອອກຢ່າງເຄັ່ງຄັດ.

 

 

free porn videos free sex videos
 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA