ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມລິເລີ້ມ ການຈັດຕັ້ງປະຕິບັດວຽກງານ ແລະ ການຝຶກອົບຮົມວິທີການຕິດຕາມ ການຊົມໃຊ້ຢາຕ້ານເຊື້ອຈຸລະຊີບ.
ປະກາດໂດຍ: ທ້າວ ຊົ່ງ, ວັນທີ: 22/09/2020

ບົດຂ່າວໂດຍ: ທ່ານ ນາງ ພຸດທະວັນ ອິນລໍຄຳ ຫົວໜ້າພະແນກຄຸ້ມຄອງຢາຫຼວງ, ກົມອາຫານ ແລະ ຢາ

ກອງປະຊຸມລິເລີ້ມການຈັດຕັ້ງປະຕິບັດວຽກງານ ແລະ ການຝຶກອົບຮົມວິທີການຕິດຕາມ ການຊົມໃຊ້ຢາຕ້ານເຊື້ອຈຸລະຊີບ ໄດ້ຈັດຂຶ້ນລະຫວ່າງວັນທີ ວັນທີ 22-25 ກັນຍາ 2020, ໂດຍການເປັນປະທານ ແລະ ຊີ້ນຳຂອງທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ແລະ ມີທ່ານ ດຣ. ນາງ ຢູຣິ ປາກ ເຈົ້າໜ້າທີ່ຊ່ຽວຊານລະບົບສາທາລະນະສຸກ ຂອງອົງການອະນາໄມໂລກ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ມີຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງເປັນຕົ້ນຈາກກົມ, ກອງອ້ອມຂ້າງກະຊວງສາທາລະນະສຸກ, ມີຄະນະອຳນວຍການ, ຜູ້ຕາງໜ້າ ຈາກໂຮງໝໍສູນກາງ ແລະ ໂຮງໝໍແຂວງ ຈຳນວນ 06 ແຂວງ ລວມທັງໝົດ 70 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອເສີມສ້າງຄວາມອາດສາມາດໃຫ້ແກ່ບຸກຄະລາກອນຫຼັກແຫຼ່ງ ດ້ານສາທາລະນະສຸກກ່ຽວກັບການນຳໃຊ້ວິທະຍາສາດໃນການຕິດຕາມການຊົມໃຊ້ຢາຕ້ານເຊື້ອພາຍໃນໂຮງໝໍ ແລະ ເພື່ອສ້າງຕັ້ງລະບົບການຕິດຕາມການຊົມໃຊ້ຢາຕ້ານເຊື້ອທີ່ບໍລິການຢູ່ສະຖານທີ່ບໍລິການສາທາລະນະສຸກ.
 
ໃນວາລະເປີດກອງປະຊຸມ ທ່ານ ດຣ. ນາງ ຢູຣິ ປາກ ໄດ້ກ່າວມີຄຳເຫັນ ເຊິ່ງໄດ້ຍົກໃຫ້ເຫັນ ເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ໂດຍສະເພາະຄວາມສຳຄັນຂອງວຽກງານ ການຕິດຕາມການຊົມໃຊ້ຢາຕ້ານເຊື້ອຈຸລະຊີບ ໃນ ສປປ ລາວ ເຊິ່ງກະຊວງສາທາລະນະສຸກ ຖືເປັນວຽກບຸລະມະສິດໜຶ່ງ ແລະ ໃນປີ 2015 ກະຊວງສາທາລະນະສຸກ ກໍ່ໄດ້ແຕ່ງຕັ້ງຄະນະກຳມະການຕ້ານເຊື້ອດື້ຕໍ່ຢາ ແຫ່ງຊາດ ເຊິ່ງປະກອບມີກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຮັບຜິດຊອບຮ່ວມກັນ. ນອກຈາກນີ້ ກະຊວງສາທາລະນະສຸກ ກໍ່ໄດ້ຮັບຮອງເອົາ ຍຸດທະສາດ ກ່ຽວກັບວຽກງານດັ່ງກ່າວ ໃນປີ 2019 ເຊິ່ງປະກອບ ມີ 5 ຈຸດປະສົງຫຼັກ ໃນນັ້ນການນຳໃຊ້ຢາຕ້ານເຊື້ອ ເຊິ່ງແມ່ນນອນຢູ່ໃນຍຸດທະສາດທີ່ 4 ເຊິ່ງຈະແກ້ໄຂບັນຫາເຊື້ອດື້ຕໍ່ຢາ. ສະນັ້ນ, ເພື່ອຈັດຕັ້ງ ປະຕິບັດວຽກງານການນຳໃຊ້ຢາ ສົມເຫດສົມຜົນ ຂອງຍຸດທະສາດທີ່ 4 ພວກເຮົາຈະຕ້ອງໄດ້ຮູ້ກ່ຽວກັບຂໍ້ມູນການຊົມໃຊ້ຢາຕ້ານເຊື້ອ ເຊິ່ງເປັນຂະບວນການໜື່ງ ທີ່ສຳຄັນ ເພື່ອຈະໃຫ້ຮູ້ວ່າ ສປປ ລາວ ເຮົາໄດ້ມີການນຳໃຊ້ຢາຕ້ານເຊື້ອຄືແນວໃດ. ນອກຈາກນີ້ທ່ານ ດຣ. ນາງ ຢູຣິ ປາກ ຍັງໄດ້ ສະແດງຄວາມຊົມເຊີຍກະຊວງສາທາລະນະສຸກ ໂດຍສະເພາະ ກອຢ ເຫັນຄວາມສຳຄັນ  ຂອງບັນຫາດັ່ງກ່າວ ແລະ ຈຶ່ງໄດ້ເລີ້ມປະຕິບັດການເກັບກຳຂໍ້ມູນ ໂດຍສະເພາະ ຂໍ້ມູນຈຳນວນການນຳເຂົ້າ ແລະ ການຜະລິດພາຍໃນ ໃນປີ 2018່ ແລະ ເກັບກຳຂໍ້ມູນຢູ່ໂຮງໝໍ ໃນປີ 2019 ຢູ່ໃນ 3 ໂຮງໝໍ. 
 
ທ່ານ ດຣ. ສົມທະວີ ຈາງວິສົມມິດ ໄດ້ ກ່າວສະແດງຄວາມຂອບໃຈ ແລະ ເປັນເອກະພາບຕໍ່ຄຳຄິດຄຳເຫັນຂອງ ອົງການອະນາໄມໂລກ ແລະ ທ່ານ ຍັງໄດ້ກ່າວເຖິງ ພາລະບົດບາດໜ້າທີ່ຂອງກົມອາຫານ ແລະ ຢາ ຕໍ່ກັບວຽກງານດັ່ງກ່າວ ໂດຍສະເພາະ ໄດ້ເປັນໃຈກາງໃນການແປ ແລະ ຮຽບຮຽງປຶ້ມ ຄູມືວິທີການຕິດຕາມ ການຊົມໃຊ້ຢາຕ້ານເຊື້ອຈຸລະຊີບໃນໂຮງໝໍ ເປັນພາສາລາວ ເຊິ່ງຈຸດປະສົງຂອງຄູ່ມື ເພື່ອໃຫ້ຮູ້ເຖິງປະລິມານຢາຕ້ານເຊື້ອຢູ່ ລາວ ໂດຍສະເພາະ ຢູໂຮງໝໍ ເພື່ອສ້າງໃຫ້ມີຄວາມເຂັ້ມແຂງໃນການເຝົ້າລະວັງການນຳໃຊ້ ເພື່ອຮັບປະກັນປະສິດທິພາບ ແລະ ຄວາມປອດໄພ ຂອງຢາ ໂດຍສະເພາະອັດຕາການຕາຍຍ້ອນພະຍາດທີ່ປິ່ນປົວບໍ່ໄດ້. ຖ້ານຳໃຊ້ຢາທີ່ບໍ່ຖືກຕ້ອງຈະເຮັດໃຫ້ເຮົາມີຄວາມສຽງໄພ ແລະ ລົ້ມເຫຼວ ເຖິງວ່າຢາປິ່ນປົວຈະມີປະສິດທິພາບປະສິດທິຜົນກໍ່ຕາມ. ທ່ານ ໄດ້ຮຽກຮ້ອງ ໃຫ້ຜູ້ເຂົ້າຮ່ວມທັງໝົດ ສຸມຈິດໃຈ ເອົາໃຈໃສ່ກ່ຽວກັບການປະຕິບັດວຽກງານດັງກ່າວ ເຊິ່ງແມ່ນບັນຫາສຳຄັນຂອງວຽກງານສາທາລະນະສຸກ ແລະ ເປັນບັນຫາຂອງຊາດລາວ, ຖ້າມີການໃຊ້ຢາບໍ່ຖືກຕ້ອງແລ້ວ ເຮັດໃຫ້ມີການລຶ້ງຢາ ແລະ ຈະມີຄ່າໃຊ້ຈ່າຍທາງດ້ານສາທາລະນະສຸກສູງຂຶ້ນ ແລະ ຄວາມສ່ຽງຕໍ່ການເສຍຊິວິດກໍ່ຈະສູງຂຶ້ນ.
 
ກອງປະຊຸມ ຈະໄດ້ດໍາເນີນເປັນສອງວາລະ ຄື: ໃນສອງມື້ທຳອິດ ແມ່ນກອງປະຊຸມລິເລີ້ມການຈັດຕັ້ງປະຕິບັດ ກ່ຽວກັບວຽກງານເຝົ້າລະວັງການຊົມໃຊ້ຢາຕ້ານເຊື້ອຈຸລະຊີບ ເຊິ່ງໄດ້ມີການແລກປ່ຽນບົດຮຽນຈາກກົມ ແລະ ໂຮງໝໍຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ້ານເຊື້ອຈຸລະຊີຕ້ານຕໍ່ຢາ ແລະ ໃນສອງວັນທີ່ເຫຼືອ ແມ່ນການອົບຮົມກ່ຽວກັບຄູ່ມືການເຝົ້າລະວັງການຊົມໃຊ້ຢາຕ້ານເຊື້ອ (Antimicrobial Consumption (AMC)) ໃນໂຮງໝໍ.
 
ຜົນສຳເລັດຈາກຂອງກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ສືບຕໍ່ຈັດຕັ້ງປະຕິບັດການຕິດຕາມການຊົມໃຊ້ຢາຕ້ານເຊື້ອຢູ່ສະຖານທີ່ການບໍລິການສາທາລະນະສຸກ (ໂຮງໝໍສູນກາງ ແລະ 6 ແຂວງ ເປົ້າໝາຍ ຄື: ແຂວງ ຫຼວງພະບາງ, ຄຳມວນ, ຈຳປາສັກ,  ຫຼວງນ້ຳທາ, ຊຽງຂວາງ ແລະ ສາລະວັນ) ແລະ ກົມອາຫານ ແລະ ຢາ ໃນນາມໜ່ວຍງານໃຈກາງໃນການຈັດຕັ້ງປະຕິບັດ ຈະໄດ້ຕິດຕາມຊຸກຍູ້ວຽກງານດັ່ງກ່າວ ເປັນແຕ່ລະໄລຍະ. 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA