ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ການລົງຢ້ຽມຢາມກົມອາຫານ ແລະ ຢາ ຂອງ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ
ປະກາດໂດຍ: ທ້າວ ຊົ່ງ, ວັນທີ: 24/09/2020

ບົດຂ່າວໂດຍ:​ທ່ານ ນາງ ກອງມະນີ ນາມມະວົງມີໄຊ ຫົວໜ້າພະແນກຂ່າວສານ ອຢ

 

ໃນວັນທີ 18 ກັນຍາ 2020 ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ລົງຢ້ຽມຢາມ ກົມອາຫານ ແລະ ຢາ ໃນໂອກາດດັ່ງກ່າວ ທ່ານ ປອ.ດຣ. ບຸນຊູ ແກ້ວຫາວົງ ຮອງຫົວໜ້າກົມອາຫານ ແລະ ຢາ ໄດ້ລາຍງານການເຄື່ອນໄຫວວຽກງານອາຫານ ແລະ ຢາໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອາຫານ ແລະ ຢາໃນຕໍ່ໜ້າ. ຈາກນັ້ນ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາກໍ່ໄດ້ມີຄຳເຫັນ ແລະ ສະເໜີຕໍ່ທ່ານຮອງລັດຖະມົນຕີກ່ຽວກັບບຸກຄະລາກອນ ແລະ ງົບປະມານຂອງແຜນງານ 4.

ການລົງຢ້ຽມຢາມ ກົມອາຫານ ແລະ ຢາ ຂອງ
ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ

ພາຍຫຼັງຮັບຟັງການລາຍງານຂອງກົມອາຫານ ແລະ ຢາແລ້ວ ທ່ານຮອງລັດຖະມົນຕີກໍ່ໄດ້ມີຄຳເຫັນຊີ້ນຳວຽກງານອາຫານ ແລະ ຢາດັ່ງນີ້:

  • ເພື່ອໃຫ້ບັນລຸເປົ້າໝາຍຕາມແຜນໃນ 5 ປີຂ້າງໜ້າ ກົມອາຫານ ແລະ ຢາຈະຕ້ອງໄດ້ບຸກບືນໃຫ້ມີຜົນງານອັນໃໝ່ໃນການພັດທະນາວຽກງານອາຫານ ແລະ ຢາເຊັ່ນ: ການຜະລິດໃຫ້ໄດ້ຮັບຮອງ GMP, ການປົກຄຸມການປະກັນສຸຂະພາບທົ່ງປວງຊົນ . . .
  • ສົ່ງເສີມທ່າແຮງດ້ານຊັບພະຍາກອນທຳມະຊາດທີ່ເປັນຢາ ໃຫ້ມີການຜະລິດ ແລະ ນຳໃຊ້ ລວມທັງສົ່ງເສີມໂຮງງານຜະລິດຢາພາຍໃນໃຫ້ສາມາດຜະລິດຢາ Vaccine ໄດ້.
  • ຄົ້ນຄ້ວາສ້າງຕັ້ງສະມາຄົມນັກການຢາ ແລະ ໃຫ້ໄດ້ເຄື່ອນໄຫວໂດຍໃຫ້ຕິດພັນກັບການຄົ້ນຄ້ວາວິທະຍາສາດ.
  • ການກໍ່ສ້າງບຸກຄະລາກອນ ໂດຍສະເພາະບຸກຄະລາກອນດ້ານການວິໄຈຄວນປະສານສົມທົບກັນລະຫວ່າງ ສູນວິໄຈອາຫານ ແລະ ຢາ ແລະ ຫ້ອງວິໄຈຂອງຄະນະເພສັດສາດ ໃນ 5 ປີຕໍ່ໜ້າຄວນກວດ DNA ໃຫ້ໄດ້.
  • ສຳລັບການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາໃຫ້ປະສານກັບກະຊວງກະສິກຳ ແລະ ປ່າໄມ້ຕື່ມ, ເວລາລົງຕິດຕາມການຂຸດຄົ້ນຄວນເຊີນຜູ້ກ່ຽວຂ້ອງຈາກກະຊວງກະສິກຳ ແລະ ປ່າໄມ້ໄປຮ່ວມນຳ ເພື່ອຈະເຫັນສະພາບຕົວຈິງ ແລະ ຮ່ວມກັນແກ້ໄຂ.
  • ສືບຕໍ່ການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານຢາ ແລະ ເອົາໃຈໃສ່ປັບປຸງ ຖ້າມີຄວາມຈຳເປັນໂດຍສະເພາະອົງປະກອບຂອງນະໂຍບາຍໃຫ້ສອດຄ່ອງກັບສະພາບການປະຈຸບັນ. ຈາກນັ້ນ ເຫັນວ່ານະໂຍບາຍແຫ່ງຊາດດ້ານຢາ ນັບແຕ່ມື້ຮັບຮອງມາຮອດປະຈຸບັນກໍ່ໄດ້ເກືອບ 30 ປີແລ້ວ ກໍ່ເຫັນຜົນງານຫຼາຍຢ່າງທີ່ຍາດມາໄດ້ ໃນຂະແໜງການອາຫານ ແລະ ຢາ ລວມທັງການສ້າງຕຶກສູນວິໄຈອາຫານ ແລະ ຢາ. ກົມອາຫານ ແລະ ຢາ ພ້ອມກັບສາຍງານ ຄວນວາງແຜນສະຫຼອງຄົບຮອບການເກີດມີນະໂຍບາຍແຫ່ງຊາດດ້ານຢາ ເຊິ່ງເປັນນະໂຍບາຍສະບັບທຳອິດຂອງກະຊວງສາທາລະນະສຸກ.
ໃນຕອນທ້າຍ ທ່ານຫົວໜ້າກົມອາຫານ ແລະ ຢາກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງລັດຖະມົນຕີກະຊວງ 
ສາທາລະນະສຸກທີ່ໄດ້ເສຍສະຫຼະເວລາອັນມີຄ່າ ລົງມາຢ້ຽມຢາມ ແລະ ຊີ້ນຳວຽກງານອາຫານ ແລະ ຢາ, ພ້ອມກັນນັ້ນ ທ່ານກໍ່ໄດ້ສະເໜີການນຳໃຫ້ມີການປັບປຸງຫຼັກສູດການຮຽນຂອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ຊຶ່ງປະຈຸບັນມີຫຼັກສູດຢາພື້ນເມືອງ ແຕ່ບໍ່ມີຫຼັກສູດການແພດພື້ນເມືອງ ສະນັ້ນ ການສົ່ງເສີມການນຳໃຊ້ຢາພື້ນເມືອງ ສົມທົບຢາຫຼວງຈຶ່ງບໍ່ເປັນຮູບປະທຳ ແລະ ທ່ານຍັງແຈ້ງຕໍ່ທ່ານຮອງລັດຖະມົນຕີໃນການກະກຽມດັດປັບດຳລັດວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ ສະບັບເລກທີ 155\ນຍ ມາເປັນກົດໝາຍ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA