ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ການຕິດຕາມ, ກວດກາຄຸນນະພາບອາຫານ ຕາມຮ້ານຂາຍເຄື່ອງສົ່ງ ແຂວງ ວຽງຈັນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 09/12/2020

ບົດຂ່າວໂດຍ ດຣ. ຄໍາສຸກ ສຸວັນນາລີ ຫົວໜ້າຂະແໜງອຢ ແຂວງວຽງຈັນ

 

ເພື່ອ​ເປັນ​ການ​ປົກ​ປ້ອງ​ຜູ້​ບໍ​ລິ​ໂພກ ໃຫ້​ໄດ້​ຮັບ​ຜະ​ລິດ​ຕະ​ພັນ​ອາ​ຫານທີ່​ດີ, ມີ​ຄຸນ​ນະ​ພາບ, ມີ​ຄວາມ​ປອດ​ໄພ​ແກ່​ຜູ້​ຊົມ​ໃຊ້ ແລະ ເພື່ອ​ຄຸ້ມ​ຄອງ ແລະ ສົ່ງ​ເສີມ​ຜູ້​ດຳ​ເນີນ​ທຸ​ລະ​ກິດ​ຈຳ​ໜ່າຍ​ອາ​ຫານ​ໃຫ້​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ, ​ກົດລະ​ບຽບ, ກົດ​ໝາຍ​ວ່າ​ດ້ວຍ​ອາ​ຫານ​ຢ່າງ​ຖືກ​ຕ້ອງ, ໄດ້​ມາດ​ຕະ​ຖານ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ. ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ວຽງ​ຈັນ (ຂະ​ແໜງ ອາ​ຫານ ແລະ ຢາ) ແມ່ນ​ໄດ້​ມີ ຄວາມພະ​ຍາມໃນ​ການ​ເຝົ້າ​ລະ​ວັງ, ຕິດ​ຕາມ, ກວດ​ກາ​ ການຈໍ​ລະ​ຈອນ, ຈຳ​ໜ່າຍອາ​ຫານບໍ່​ວ່າ​ຈະ​ເປັນ​ອາ​ຫານ​ສຳ​ເລັດ​ຮູບ, ໂຮງ​ງານ​ຜະ​ລິດ​ອາ​ຫານ, ວັດ​ຖຸ​ດິບ​ທີ່​ຈະ​ມາ​ປຸງ​ແຕ່ງ​ອາ​ຫານ ແມ່ນ​ໄດ້​ມີ​ການ​ຕິດ​ຕາມ, ກວດ​ກາ​ເປັນ​ແຕ່​ລະ​ໄລ​ຍະ​ຕາມ​ຮອບກວດ​ກາ​ປົກ​ກະ​ຕິ ແລະ ຕາມ​ການ​ສົ່ງຂ່າວ. ໃນ​ການດໍາເນີນເນີນການ​ຕົວ​ຈິງ​ຂອງ​ແຂວງວຽງ​ຈັນ ​ແມ່ນ​ໄດ້ມີ​ການ​ແບ່ງ​ ພາ​ລະ​ບົດ​ບາດ ແລະ ຄວາມ​ຮັບ​ຜິດ​ຊອບ​ໃຫ້​ໜ່ວຍ​ງານ​ອາ​ຫານ ແລະ ຢາ​ເມືອງ ເປັນ​ໜ່ວຍ​ງານ​ຫລັກ​ໃນ​ການ​ເຝົ້າ​ລະ​ວັງ, ຕິດ​ຕາມ, ກວດ​ກາ ຕາມ​ຮອບ​ປົກ​ກະ​ຕິ​ຢ່າງ​ໜ້ອຍ​ແມ່ນ​ໃຫ້ 2ຄັ້ງ​ຕໍ່​ປີ, ຖ້າ​ມີ​ບັນ​ຫາ​ການ​ຮ້ອງ​ຟ້ອງ​ແມ່ນ ຂະ​ແໜງ​ອາ​ຫານ ແລະ ຢາ ແຂວງ​ຈະ​ລົງ​ສົມ​ທົບ​ກັບ​​ໜ່ວຍ​ງານອາ​ຫານ ແລະ ຢາ ເມືອງ​ລົງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ທ່ວງ​ທັນ​ກັບ​ເຫດ​ການ. ດັ່ງ​ເຫດ​ການ​ທີ່​ເກີດ​ຂື້ນ​ໃນ​ວັນ​ທີ 6 ພະ​ຈິກ 2020 ໄດ້​ຮັບ​ແຈ້ງ​ຂ່າວ​ຈາກ​ພົ​ນ​ລະ​ເມືອງ​ດີ ຂະ​ແໜງ​ອາ​ຫານ ແລະ ຢາ ແຂວງ ໄດ້​ສົມ​ທົບ​ກັບ​ໜ່ວຍ​ງານ​ອາ​ຫານ ແລະ ຢາ ເມືອງ ໂພນ​ໂຮງ ​ລົງ​ກວດ​ກາ​ສະ​ຖານທີ່​ຮ້ານ​ຂາຍ​ເຄື່ອງ​ສົ່ງ ຢູ່​ໃນ​ເທດ​ສະ​ບານ​ເມືອງ​ໂພນ​ໂຮງ ເມື​່ອ​ເຈົ້າ​ໜ້າ​ທີ່ ອາ​ຫານ ແລະ ຢາ ລົງ​ກວດ​ກາ​ຕົວ​ຈິງ​ໃນ​ສະ​ຖານ​ທີ່​ດັ່ງ​ກ່າວ ກໍ່​ພົບ​ອາ​ຫານ​ສຳ​ເລັດ​ຮູບ ໝົດ​ອາ​ຍຸ ຈຳ​ນວນ​ໜຶ່ງ ຊຶ່ງ​ເປັນ​ອາ​ຫານ​ທີ່​ນິ​ຍົມ​ສຳ​ລັບ​ເດັກ​ນ້ອຍ, ​ໄວ​ໜຸ່ມ, ຊາວ​ໜຸ່ມ ເຈົ້າ​ໜ້າ​ທີ່​ຈຶ່ງ​ໄດ້​ຢຶດ ສິນ​ຄ້າ​ດັ່ງ​ກ່າວ ພ້ອມ​ທັງ​ເຮັດ​ບົດ​ບັນ​ທຶກ​ໂດຍ​ຊ່ອງ​ໜ້າ​ກັບ​ເຈົ້າ​ຂອງ​ຮ້ານ​ຊຶ່ງ​ລວມ​ມີ ຈຳ​ນວນ 5 ລາຍ​ການ​ໃນ​ນັ້ນ​ມີ:

1.     ເຂົ້າ​ໜົມ​ແຕງ​ໂມ ຍີ່​ຫໍ້ Play  ຈຳ​ນວນ 144 ກ່ອງ(ໝົດ​ອາ​ຍຸ)     ມູນ​ຄ່າ  1.152.000 ກີບ.

2.    ເຢວ​ລີ່                          ຈຳ​ນວນ   16 ຖົງ(ໝົດ​ອາ​ຍຸ)      ມູນ​ຄ່າ     240.000 ກີບ.

3.    ຊາ​ໄຂ່​ມຸກ​ໃບ​ເຕີຍ              ຈຳ​ນວນ   20 ຖົງ(ໝົດ​ອາ​ຍຸ)      ມູນ​ຄ່າ    160.000 ກີບ.

4.    ເຂົ້າ​ໜົມ​ປັງ​                    ຈຳ​ນວນ   30 ຖົງ(ໝົດ​ອາ​ຍຸ)      ມູນ​ຄ່າ      90.000 ກີບ

5.    ຄາ​ປູ​ຊິ​ໂນ່                      ຈຳ​ນວນ     3 ຖົງ(ໝົດ​ອາ​ຍຸ)      ມູນ​ຄ່າ      24.000 ກີບ.

           ລວມ​ມູນ​ຄ່າ: 1.666.000 ກີບ. 

ສິນ​ຄ້າ​ທັງໝົດ​ແມ່ນ​ໄດ້​ຢຶດ ແລະ ນຳ​ມາ​ເກັບ​ຮັກ​ສາ​ໄວ້​ໃນສາງ​ຂອງ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ເພື່ອ​ດຳ​ເນີນ​ການ​ປະ​ຕິ​ບັດ​ຕາມ​ລະ​ບຽບ, ກົດ​ໝາຍ​ຕໍ່​ໄປ

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA