ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງສານເຄມີ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 29/01/2021

ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ວຽກ​ງານ​ຄຸ້ມ​ຄອງ​ສານ​ເຄ​ມີ

 

ບົດ​ຂ່າວ​ໂດຍ: ທ່ານ ນາງ ກອງມະນີ ນາມມະວົງມີໄຊ ຫົວໜ້າພະແນກຂ່າວສານ ອຢ

 

ໃນ​ລະ​ຫວ່າງວັນ​ທີ 6-7 ມັງ​ກອນ 2021 ກົມ​ອາ​ຫານ ແລະ ຢາ​ໄດ້​​ເປີດກອງ​ປະ​ຊຸ​ມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ສານ​ເຄ​ມີ​ຂຶ້ນ​ຢູ່​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ດ​ຣ. ນ. ວຽງ​ໄຊ ວັນ​ສີ​ລາ​ລົມ ຮອງ​ຫົວ​ໜ້າ​ກົມ​ອາ​ຫານ ແລະ ຢາ ເຊິ່ງກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ແບ່ງ​ເປັນ​ສອງ​ພາກ​ສ່ວນ​ຄື: ມື້​ທີ່​ນຶ່ງ​ແມ່ນພາກ​ສ່ວນ​ລັດ​ທີ່​​ມີ​ໜ້າ​ທີ່ຄຸ້ມ​ຄອງ​ສານ​ເຄ​ມີ ​ທີ່​ມາ​ຈາກ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ກົມ​ພາ​ສີ, ກະ​ຊວງ​ກະ​ສິ​ກຳ-ປ່າ​ໄມ້, ກົມ​ສົ່ງ​ເສີມ​ການ​ລົງ​ທືນ, ຫ້ອງ​ການ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ, ຫ້ອງ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ກອງກວດ​ກາ​ອາ​ຫານ ແລະ ຢາ, ສູນ​ວິ​ໄຈ​ອາ​ຫານ ແລະ ຢາ ແລະ ພະ​ແນກ​ການ​ພາຍ​ໃນ​ກົມ​ອາ​ຫານ ແລະ ຢາ ລວມມີ 30 ທ່ານ ແລະ ມື້​ທີ່​ສອງ​ແມ່ນ​ພາກ​ສ່ວນ​ທຸ​ລະ​ກິດ​ທີ່​ນຳ​ເຂົ້າ​ສານ​ເຄ​ມີ​ລວມ​ມີ 40 ທ່ານ.

ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​​ເພື່ອທົບ​ທວນ ແລະ ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ການ​ຄຸ້ມ​ຄອງ​ສານ​ເຄ​ມີ​​ເຂົ້າໃນ​ການ​ຜະ​ລິດ, ການ​ນຳ​ເຂົ້າ-ສົ່ງ​ອອກ-ສົ່ງ​ຜ່ານ, ການ​ຈຳ​ໜ່າຍ, ການ​ເກັບ​ຮັກ​ສາ ແລະ ການ​ນຳ​ໃຊ້​ເຄ​ມີ​ຄວບ​ຄຸມ​ເຂົ້າ​ໃນ​ວົງ​ການ​ແພດ, ການ​ຢາ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ໂດຍ​ອີງ​ໃສ່ ​ກົດ​ໝາຍ ແລະ ລະ​ບຽບການ​ທີ່​ກ່ຽວ​ຂ້ອງ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ​ທີ່​ວາງ​ອອກ. ໃນ​ວາ​ລະ​ການ​ປະ​ຊຸມ​ຜູ້​ເຂົ້າ​ຮ່ວ​ມ ​ໄດ້ແລກ​ປ່ຽນ​ຄຳ​ຄິດ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປ​ະ​ຕິ​ບັດ​ວຽກ​ງານ​ທີ່​ກ່ຽວ​ຂອງ​ກັບ​ພາ​ລະ​ບົບ​ບາດ ແລະ ຂອບ​ເຂດ​ສິດ ແລະ ໜ້າ​ທີ່ ທີ່​ຂະ​ແໜງ​ການ​ຕົນ​ຮັບ​ຜິດ​ຊອບກ່ຽວກັບ​ການ​ອອກ​ອະ​ນຸ​ຍາດ​ນຳ​ເຂົ້າ​ສານ​ເຄ​ມີ​ຄວບ​ຄຸມ ແລະ ສານ​ເຄ​ມີ​ທົ່ວ​ໄປ​ຍັງທີ່​ມີ​ຫຼາຍ​ພາກ​ສ່ວນ​ອອກ​ອະ​ນຸ​ຍາດ, ການ​ເກັບ​ຮັກ​ສາ; ບັນ​ຫາ​ກ່ຽກ​ັບການ​ນຳ​ໃຊ້​ບໍ່​ຖືກ​ຫຼັກ​ວິ​ຊາ​ການ, ກົນ​ໄກ​ການ​ປະ​ສານ​ງານລະ​ຫວ່າງ ຂ​ະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ, ຄວາມ​ສະ​ດວກ​ ແລະ ຄວາມ​ຫຍຸ້ງ​ຍາກ​ຂອງ​ພາກ​ສ່ວນ​ຜູ້​ປະ​ກອບ​ການ​ໃນ​ການ​ຂໍ​ອະ​ນຸ​ຍາດ​ ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບຽບ​ການ, ການ​ສ້າງ, ປັບ​ປຸງ ແລະ ຈັດ​ຕັ້ງ​ປະ​ຕິ​ບັດບັນ​ດາ​ນິ​ຕິ​ກຳ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ວາງ​ແຜນ​ແກ້​ໄຂ​ຮ່ວມ​ກັນ.

ກອງປະຊຸມໄດ້ມີ ​ຄຳ​ຄິດ​ຄຳ​ເຫັນ ແລກ​ປ່​ຽນ ແລະ ​ເປັນ​ເອ​ກະ​ພາບສະ​ເໜີ ໃນ​ທິດ​ທາງ​ຕໍ່​ໜ້າ​ເພື່ອ​ປັບ​ປຸງວຽກ​ງານ​ຄຸ້ມ​ຄອງ​ເຄ​ມີ​ຄວບ​ຄຸມ​ຄື: ສະ​ເໜີ​ໃຫ້ມີ​ການ​ປັບປຸງ ​ບາງ​ມາດ​ຕາ​ຂອງກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​​ເຄມີສະ​ບັບ​ນຳ​ໃຊ້​ປະ​ຈຸ​ບັນ ເພື່ອໃຫ້ສອດຄ່ອງກັບລະບຽບການຄຸ້ມຄອງທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກວາງ​ອອກ ເປັນ​ຕົ້ນ​ການ​ຄຸ້ມ​ຄອງ​ເຄ​ມີ​ຄວບ​ຄ​ຸ; ໃຫ້ປະຊຸມທົບ​ທວນ ແລະ ປຶກສາຫາລື ລະຫວ່າງຂະ​ແໜງ​ການສາທາລະນະສຸກ ແລະ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ກ່ຽວ​ກັບ​ພາ​ລະ​ບົດ​ບາດ ແລະ ຄວາມ​ຮັບ​ຜິດ​ຊອບ ເພື່ອ​ຫຼີກ​ລ້ຽງ​ຄວາມ​ຊ້ຳ​ຊ້ອນ​ໃນ​ການ​ຄຸ້ມ​ຄອງ.  ສະເໜີໃຫ້ພະແນກຢາເສບຕິດ, ເຄມີ ແລະ ເຄື່ອງສໍາອາງ ຂອງ​ກົມ​ອາ​ຫານ ແລະ ຢາ ເປັນ​ເຈົ້າ​ການ​ໃນ​ການປະສານງານຫາອົງການຄຸ້ມຄອງຢາເສບຕິດສາກົນ (INCB) ເພື່ອສະເໜີໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ ມີສ່ວນຮ່ວມໃນການຄຸ້ມຄອງ ແລະ ແຈ້ງຕອບລະບົບການແຈ້ງເຕືອນກ່ອນການນໍາເຂົ້າ (Pre-Export Notification Online ຫຼື PEN-Online); ສະ​ເໜີໃຫ້​ແຕ່ລະ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງກວດກາ ​ແລະ ຕິດຕາມ ​ໃນ​ການ​ນໍາ​ໃຊ້​ສານ​ເຄມີ​ຄວບ​ຄຸມຕາມ​ພາລະ​ບົດບາດ​ຂອງຕົນ ​ເພື່ອ​ຮັບປະກັນ​ໃຫ້ຂອດ​ຂອງ​ການຈັດຕັ້ງປະຕິບັດການ​ຄຸ້ມ​ຄອງ​ມີ​ປະ​ສິດ​ທິ​ພາບ, ​ປະສິດທິ​ຜົນ ​ແລະ ຫຼີກລ້ຽງ​ການ​ນໍາ​ໃຊ້​ສານ​ເຄມີ​ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA