ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ໂຄງການກັນ, ຄວບຄູມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສ ປ ປ ລາວ (ໂຄງການໂຄວິດ-19-ທຄລ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 02/06/2021

ໂຄງການກັນ, ຄວບຄູມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສ ປ ປ ລາວ (ໂຄງການໂຄວິດ-19-ທຄລ) ແມ່ນໂຄງການທີ່ຢູ່ພາຍໃຕ້ການຈັດຕັ້ງປະຕິບັດຂອງກະຊວງສາທາລະນະສຸກ ໂດຍມີຫ້ອງການປະສານງານຕັ້້ງຢູ່ກົມແຜນການ ແລະ ການຮ່ວມມື, ພາຍໃຕ້ການໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກ. ໂຄງການນີ້ມີຈຸດປະສົງ ເພື່ອຕອບໂຕ້ການລະບາດຂອງພະຍາດ  COVID-19 ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ໃນການຕອບໂຕ້ກັບສະພາວະສຸກເສີນ ຢູ່ ສ ປ ປ ລາວ ເຊິ່ງມີພື້ນທີ່ປົກຄຸມທົ່ວປະເທດ. ງົບປະມານເບື້ອງຕົ້ນທີ່ໄດ້ຮັບການຊ່ວຍເຫຼືອໃນຮູບແບບການກູ້ຢືມ US$ 18 ລ້ານ ເພື່ອວຽກງານຕອບໂຕ້ສຸກເສີນຕໍ່ການລະບາດຂອງພະຍາດໂຄວິດ-19, ງົບປະມານເພີ່ມ US$ 10 ລ້ານ ສຳລັບວຽກງານສັກຢາກັນພະຍາດໂຄວິດ-19 ແລະ ງົບປະມານຊ່ວຍເຫຼືອລ້າ US$ 5 ລ້ານ. ມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ 10/4/2020 –31/12/2023. ປະຈຸບັນ ທາງໂຄງການໄດ້ສຳເລັດກະກຽມແຜນຄວາມຮັບຜິດຊອບດ້ານສິ່ງແວດລ້ອມ ແລະ ສັງຄົມ ສຳລັບງົບປະມານເພີ່ມ, ແຜນການມີສ່ວນຮ່ວມຂອງຜູ້ທີ່ກ່ຽວຂ້ອງ ແລະ ກອບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ເພື່ອເປັນ ແນວທາງໃນການຈັດຕັ້ງປະຕິບັດໂຄງການ. ທ່ານທີ່ສົນໃຈກ່ຽວກັບບົດສັງລວມຫຍໍ້ໂຄງການ ສາມາດພົວພັນ ໄດ້ທີ່ຫ້ອງການປະສານງານໂຄງການ ຫຼື ຜ່ານຊ່ອງທາງຄື +856 20 55 989 225; ອີເມວ khaikham.xyp@gmail.com; ເຟສບຸກເພດ: ສູນຂ່າວສານການແພດແລະສຸຂະສຶກສາ Center for Information and Education for Health. ຫຼື ສາມາດດາວໂຫຼດເອົາເອກະສານລຸ່ມນີ້.

 Additional Financing Environmental and Social Commitment Plan (ESCP) 2-6-21

Additional Financing Stakeholder Engagement Plan (SEP) (1)2-6-21

Environmental and Social Management Framework (ESMF) Lao PDR COVID-19 Response Project (P173817) (1)2-6-21

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA