ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມຮ່ວມມື ລາວ-ໄທ ຄັ້ງທີ V ກ່ຽວກັບວຽກງານຄຸ້ມຄອງຄວາມປອດໄພ ຜະລິດຕະພັນດ້ານສຸຂະພາບ
ປະກາດໂດຍ: ຖາວອນ ນວນຜ່ອງສີ, ວັນທີ: 16/07/2021

ກອງປະຊຸມຮ່ວມມືລາວ-ໄທ ຄັ້ງທີ V ກ່ຽວກັບວຽກງານຄຸ້ມຄອງຄວາມປອດໄພ ຜະລິດຕະພັນດ້ານສຸຂະພາບ

ສະເໜີໂດຍ: ນ.ກອງມະນີ ນາມມະວົງມີໄຊ (ກອຢ)

ເພື່ອສ້າງຄວາມເຂັ້ມແຂງໃນວຽກງານຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດໃຫ້ມີຄວາມປອດໄພ ໄດ້ເປີດຂຶ້ນໃນວັນທີ 29 ມີຖຸນາ 2021 ທີ່ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ (ຝ່າຍ ສປປ ລາວ)  ແລະ ທ່ານ ດຣ ໄພສານ ດັນຄຸ້ມ ເລຂາທິການສໍານັກງານ ຄະນະກຳມະການອາຫານ ແລະ ຢາ (ຝ່າຍປະເທດໄທ)  ໂດຍມີຜູ້ແທນເຂົ້າຮ່ວມທັງສອງປະເທດລວມ 68 ທ່ານ, ໃນນັ້ນຈາກ ສປປ ລາວ 30 ທ່ານທີ່ມາຈາກ ກົມອາຫານ ແລະ ຢາ, ຫ້ອງການກະຊວງສາທາລະສຸກ, ກອງກວດກາອາຫານ ແລະ ຢາ ແລະ ສູນວິໄຈອາຫານ ແລະ ຢາ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື, ແລກປ່ຽນບົດຮຽນກ່ຽວກັບວຽກງານຮັບປະກັນຄຸນນະພາບ ຂອງສອງຝ່າຍ ທີ່ໄດ້ຈັດຕັ້ງປະບັດໃນໄລຍະຜ່ານມາ ໂດຍສະເພາະ ໃນໄລຍະເກີດມີການແຜ່ລະບາດຂອງເຊື້ອພະຍາດໂກວິດ-19 ແລະ ເພື່ອທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດການຮ່ວມມ່ືສອງຝ່າຍ ໂດຍອີງໃສ່ແຜ່ນກິດຈະກໍາຮ່ວມ ທີ່ໄດ້ກໍານົດໃນໄລຍະຜ່ານມາ ແລະ ກໍານົດທິດທາງແຜນການຕໍ່ໜ້າ.

ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນສອງວັນ ໂດຍຜ່ານການປະຊຸມທາງໄກ (Video conference) ເຊິ່ງວັນທີ 28 ມິຖຸນາ ແມ່ນກອງປະຊຸມຄົ້ນຄ້ວາດ້ານວິຊາການເພື່ອວາງແຜນການຮ່ວມມື ແລະ ປ່ຽນບົດຮຽນຮ່ວມກັນລະຫວ່າງວຽກງານອາຫານ ແລະ ຢາລາວ ແລະ ອາຫານ ແລະ ຢາໄທ (Join Action Plan 2021-2023) ແລະ ວັນທີ 29 ແມ່ນກອງປະຊຸມ ທະວິພາຄີ ຄັ້ງທີ 5 ຂອງການຮ່ວມມື ລາວ-ໄທ ກ່ຽວກັບວຽກງານຮັບປະກັນຄຸນນະພາບຂອງຜະລິດຕະພັນສຸຂະພາບ ເຊິ່ງກອງປະຊຸມຮັບຮອງເອົາຜົນການຄົ້ນຄ້ວາ ແລະ ປຶກສາຫາລືທາງດ້ານວິຊາການໃນການສ້າງແຜນການຮ່ວມມືກັນລະຫວ່າງລາວ-ໄທ. ນອກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນບັນດາລະບຽບການ ແລະ ມາດຕະການໃນການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນອາຫານ, ຢາ ແລະຜະລິດຕະພັນການແພດ ທີ່ໄດ້ປັບປຸງ ແລະ ສ້າງຂຶ້ນໃໝ່ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນລະບຽບການອະນຸຍາດຢາ ແລະ ອຸປະກອນການແພດທີ່ໃຊ້ໃນພາວະສຸກເສີນ ແລະ ການຂຶ້ນທະບຽນຢາວັກຊີນໂຄວິດ-19 ແລະ ຝ່າຍລາວໄດ້ສະເໜີໃຫ້ຝ່າຍໄທຈັດຝຶກອົບຮົມໃນດ້ານການຄຸ້ມຄອງອາຫານ ແລະ ຢາໃຫ້ແກ່ພະນັກງານວິຊາການຂອງລາວຢູ່ສູນກາງ ແລະ ທ້ອງຖິ່ນເພື່ອສາ້ງຄວາມເຂັ້ມແຂງໃຫ້ແກ່ວຽກງານອາຫານ ແລະ ຢາຂອງທັງສອງປະເທດ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA