ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມປຶກສາຫາລືກ່ຽວກັບການກະກຽມການສ້າງຕັ້ງສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ
ປະກາດໂດຍ: ຖາວອນ ນວນຜ່ອງສີ, ວັນທີ: 16/07/2021

ສະເໜີໂດຍ: ນ.​ ຄໍາແພງ ເຕັງເບຼຍຈື (ກອຢ)

      ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກາ​ນກະ​ກຽມ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ​ທຸ​ລະ​ກິດ​ການ​ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກໍ​ລະ​ກົດ 2021, ໂດຍ​ການ​ເປັນປະ​ທານ ຂອງ​ທ່ານ ປອ ດ​ຣ. ບຸ​ນ​ຊູ ແກ້ວ​ຫາ​ວົງ ຫົວ​ໜ້າ​ກົມ​ອາ​ຫານ ແລະ ຢາ, ກອງ​ປະ​ຊຸມ​ໄດ້​ຮັ​ບ​ກຽດ ​ເຂົ້າ​ຮ່ວມ​ຂອງ ທ່ານ ປອ ນາງ ວາ​ລີ ເວ​ດ​ສະ​ພົງ ຮອງ​ປະ​ທານ​ສະ​ພາການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ ແຫ່ງ ສ​ປ​ປ ລາວ ແລະ ທັງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX, ມີຜູ້​ຕ່າງ​ໜ້າ​ຈາກກົມ​ການ​ຄ້າ​ພາຍ​ໃນ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ກອງກວດ​ກາ​ອາ​ຫານ ແລະ ຢາ, ​ຜູ້​ບໍ​ລິ​ຫານ​ຂອງ​ໂຮງ​ງານ​ຜະ​ລິດ​ຢາ, ບໍ​ລິ​ສັດ​ຂາ​ອອກ​-ຂາ​ເຂົ້າ​ດ້ານ​ຢາ ແລະ ຜ​ະ​ລ​ິດ​ຕະ​ພັນ​ການ​ແພດ ແລະ ວິ​ຊາ​ການ​ຂອງ​ບັນ​ດາ​ພະ​ແນ​ກການ​ທີ່​ກ່ຽວ​ຂ້ອງ​ຂອງ​ກົມ​ອາ​ຫານ ແລະ ຢາ. ​ຈຸດ​ປະ​ສົງ​ ຂອງກອງ​ປະ​ຊຸມ ຄັ້ງ​ນີ້ແມ່ນ​ເພື່ອສືບ​ຕໍ່​ປຶກ​ສາ​ຫາ​ລື ຊອກ​ຫາ​ວິ​ທີ​ການ ແລະ ຂັ້ນ​ຕອນ ໃນ​ການ​ ​ສ້າງ​ຕັ້ງ​ສະ​ມາ​ຄົມ​ ທຸ​ລະ​ກິດ​ການ​ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ພດ ຂອງ ສ​ປ​ປ​ ລາວ.

       ໃນ​ວາ​ລະ​ຂອງກອ​ງ​ປະ​ຊຸມ, ກອງ​ເລ​ຂາ​ອຳ​ນວຍ​ຄວາມ​ສະ​ດວກ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ​ທຸ​ລະ​ກິດ​ການ​ຢາ ຂອງ​ກົມ​ອາ​ຫານ ແລະ ຢາ ໄດ້​ສະ​ເໜີ​ທົບ​ທວນ​ຄືນ ກ່ຽວ​ກັບ​ຄວາມ​ເປັນ​ມາ ຂອງ​ການ​ກະ​ກຽມ​ໃນ​ໄລ​ຍະ​ຜ່​ານ​ມາ, ບັນ​ດາ​​ລະ​ບຽບ​ການ ທີ່​ກ່ຽວ​ຂ້ອງ ແລະ ສະ​ເໜີ​ກ່ຽວ​ກັບ​ການ​ຈັດ​ຕັ້ງສະ​ມາ​ຄົມ​ການ​ຢາ ຂອງ​ບັນ​ດາ ​ບັນ​ດາ​ປະ​ເທດຕ່າງໆ ​ພາຍ​ໃນ​ຂົງ​ເຂດອາ​ຊຽນ​ ທີ່​ໄດ້​ຈັດ​ສ້າງ​ຕັ້ງ​ຂຶ້ນ. ກອງ​ປະ​ຊຸມ​ຮັບ​ຟັງການ​ປະ​ກອບ​​ຄວາມ​ຄິດ​ຄວາມແລກ​ປ່ຽນ​ຢ່າງ​ອຸ​ດົມ​ສົມ​ບູນ ຈາກ​ໂຮງ​ງານ​ຜະ​ລິດ​ຢາ, ບໍ​ລິ​ສັດ​ການ​ຢາ, ໂດຍ​ສະ​ເພາະ​ຂັ້ນ​ຕອນ, ວິ​ທີ​ການ ໃນ​ການ ຈັດ​ຕັ້ງປະ​ຕິ​ບັດ​ຜ່ານ​ມາ ແລະ ທິດ​ທາງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕໍ່​ໜ້າ ເພື່ອເລັ່ງ​ລັດ​ໃຫ້​ສະ​ມາ​ຄົມ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ບັດ​ຢ່າງ​ໄວ.  ຜູ້​ເຂົ້າ​ຮ່ວມໄດ້​ຮັບ​ຮູ້​ເຖິງ​ຄວາມ​ໝາຍ, ຄວາມ​ສ​ຳ​ຄັນ ແລະ ຄວາມ​ຈຳ​ເປັນ​ໃນ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ ແມ່ນ​ເພື່ອ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ກຸ່ມ​ສະ​ມາ​ຄົມ, ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ຄວາມ​ສ​ຳ​ຄັນ​ຂອງ ​ໃຫ້​ແກ່​ທຸ​ລະ​ກິ​ດ​ດ້ານ​ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດ ເຊິ່ງ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​​ໃນ​ວຽກ​ງານຄຸ້ມ​ຄອງ ແລະ ​ສະ​ໜອງ​ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດ ທີ່​ມີ​ປະ​ສິດ​ທິ​ພາບ, ປະ​ສິດ​ທິ​ຜົນ ແລະ ຄວາມ​ປອດ​ໄພ​ ເຂົ້​າ​ໃນ​ຕາ​ໜ່າງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ໃນ​ແຕ່​ລະ​ໄລ​ຍະ.

        ກອງ​ປະ​ຊຸມ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ໃຫ້​ມີ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ​ໃຫ​້​ສຳ​ເລັດ, ໄດ້​ເປັນ​ເອ​ກະ​ພາບ​ໃຫ້​ມີ​ການ​ຄັດ​ເລືອກ ​ເອົາຄະ​ນະ​ກຳ​ມະ​ການ ​ເພື່ອເຮັດ​ໜ້າ​ທີ່ ​ຂົນ​ຂວາຍ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ສະ​ມາ​ຄົມ, ໄດ້​ເປັນ​ເອ​ກະ​ພາບ​ຄັດ​ເລືອກ​ເອົາ​ຄະ​ນະ​ທີ່​ປຶກ​ສາຂອງ​ສະ​ມາ​ຄົມ ແລະ ໄດ້​ມອບ​ໝາຍ​ໃຫ້​ກອງ​ເລ​ຂາ ກຳ​ນົດ​ກອ​ບ​ເວ​ລາ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ລະ​ອຽດ ແລະ ປະ​ສານ​ງານ​ໃນ​ການ​ກະ​ກຽມ​ເອ​ກະ​ສານ​ຕ່າງໆ ເພື່ອ​ຂໍ​ສະ​ເໜີ​ສ້າງ​ຕັ້ງ ຕາມ​ລະ​ບຽບ​ກົດ​ໝາຍ​ທີ່​ວາງ​ອອກ.

     

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA