ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ການບໍລິໂພກອາຫານ, ຢາ ແລະຜິດຕະພັນການແພດ ໃຫ້ແກ່ ສາທະນະນະຊົນຢູ່ 03 ແຂວງພາກເໜືອ
ປະກາດໂດຍ: ຖາວອນ ນວນຜ່ອງສີ, ວັນທີ: 26/07/2021

ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ການບໍລິໂພກອາຫານ, ຢາ ແລະຜິດຕະພັນການແພດ

ໃຫ້ແກ່ ສາທະນະນະຊົນຢູ່ 03 ແຂວງພາກເໜືອ

 

ບົດຂ່າວໂດຍ: ດຣ. ຖາວອນ ນວນຜ່ອງສີ

        ໃນລະຫວ່າງ ວັນທີ 05-23 ກໍລະກົດ 2021 ທິມງານຈາກ ກະຊວງສາທາລະນະສຸກ, ກົມອາຫານ ແລະຢາ, ພະແນກ ຄຸ້ມຄອງ ໂຄສະນາ ແລະ ຂ່າວສານ ໄດ້ລົງເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ການນຳໃຊ້ຢາຕ້ານເຊື້ອ, ການບໍລິໂພກ ອາຫານ- ອາຫານເສີມ ເຄື່ອງສຳອ່າງ ໃຫ້ຖືກຕ້ອງ ແລະ ສົມເຫດສົມຜົນ, ການປ້ອງກັນຕົນເອງຈາກການລະບາດ ຂອງພະຍາດ ໂຄວິດ-19, ໃຫ້ແກ່ ສາທະນະນະຊົນ 03 ແຂວງພາກເໜືອຊື່ງປະກອບມີ ແຂວງ ຫຼວງນໍ້າ 03 ເມືອງ ຄື: ເມືອງ ນາແລ, ເມືອງ ສິງ ແລະ ເມືອງ ຫຼວງນໍ້າ. ແຂວງ ອຸດົມໄຊ 03 ເມືອງ ຄື: ເມືອງ ນາໝໍ້, ເມືອງ ແບງ ແລະ ເມືອງ ໄຊ. ແຂວງ ຫົວພັນ 03 ເມືອງ ຄື: ເມືອງ ສົບເບົາ, ເມືອງ ຊຽງຄໍ້ ແລະ ເມືອງ ຊຳເໜືອ, ເຊິ່ງລວມມີຜູ້ເຂົ້າຮ່ວມ ຮັບຟັງການເຜີຍແຜ່ຄັ້ງນີ້ປະມານ 900 ກວ່າຄົນ.

          ການເຜີຍແຜ່ຂໍ້ມູນຂ່າວສານໃນຄັ້ງນີ້, ທາງທິມງານ ໄດ້ເນັ້ນໜັກເຖິງ ການປ້ອງກັນຕົນເອງຈາກພະຍາດໂຄວິດ-19 ແລະ ວິຖີການດໍາລົງຊີວິດແບບໃໝ່ ( New normal ) ເພື່ອ​ໃຫ້​ສາ​ທາ​ລະ​ນະ​ນະ​ຊົນ ຮັບ​ຮູ້ ແລະ​ ເຂົ້າ​ໃຈ​​ຫຼັກ​ການ ແລະ ວິທີກ່ານທີ່ກ່ຽວຂ້ອງ ກັບຫຼັກການສຸຂະອະ​ນາ​ໄມຢ່າງ​ຖືກ​ຕ້ອງ ເພື່ອປ້ອງ​ກັນ ແລະ ​ຫຼີກ​ລ້ຽງ ການ​ຕິດ​ເຊື້ອ ໃສ່​ຕົນ​ເອງ ແລະ ການ​ແຜ່​ລະ​ບາດຜູ້ອື່ນ ແລະ ຢູ່​ໃນ​ຊຸມ​ຊົນ. ຊື່ງຜ່ານການຕີລາຄາ ເຫັນວ່າ ຜູ້ເຂົ້າຮ່ວມ ແມ່ນມີຄວາມສົນໃຈ  ແລະ ກະຕືລືລົນ ຕໍ່ກັບການບັນລະຍາຍ ແລະ ພວກເຂົາ ມີຄວາມເຂົ້າ​ກັນຕື່ມ​ກັບ​ສະ​ພາບ​ທີ່​ເກີດຂຶ້ນ​ໃນ​ປະ​ຈຸ​ບັນ ໂດຍສະເພາະການແຜ່ລະບາດຂອງເຊື້ອພະຍາດ ໂກວິດ-19 ເຊິ່ງທຸກຄົນຕ້ອງເອົາໃຈໃສ່ປະຕິບັດຫຼັການສຸຂະອະນາໄມສ່ວນບຸກຄົນ ເພື່ອປ້ອງກັນຕົນເອງ ແລະ ສັງຄົມ. ນອກຈາກນັ້ນ​​ຍັງ​ໄດ້​ເຜີຍ​ແຜ່ຂໍ້​ມູນ​ຂ່າວ​ສານໃຫ້​ຊຸມ​ຊົນ​ເຂົ້າ​ໃຈ​ຕື່ມ ກ່ຽວ​ກັບ ການ​ນຳ​ໃຊ້​ຢາ​ຕ້ານ​ເຊື້ອ ໃຫ້​ຖືກ​ຕ້ອງ ແລະ ສົມ​ເຫັ​ດ​ສົມ​ຜົນ, ການ​ບໍ​ລິ​ໂພກ​ອາ​ຫານ ທີ່​ປອດ​ໄພ ແລະ ມີ​ຜົນ​ດີ​ຕໍ່​ສຸ​ຂະ​ພາບ, ບັນຫາການ​ໂຄ​ສະ​ນາ​ຊ່ວນ​ເຊື່ອ ທາງ​ອອນ​ລາຍ ກ່ຽວ​ກັບ ການ​ບໍ​ລິ​ໂພ ອາ​ຫານ​ເສີມ ທີ່​ໂອ້ອວດ​ພະ​ຄຸນ​ປິນ​ປົວ​ພະ​ຍາດ​ໄດ້, ​ຜົນ​ກະ​ທົບ ຂອງການ​ນຳ​ໃຊ້​ເຄື່ອງ​ສຳ​​ ອາງ​ທີ່​ເຮັດ​ໃຫ້​ໜ້າ​ຂາວ​ແບບວອງ​ໄວ  ການ​ນຳ​ໃຊ້​ຄີມ​ປຸງ​ ຄີມ​ທີ່​ບໍ່​ມີ​ສະ​ຫຼາກ ແລະ ການ​ລະ​ມັດ​ລະ​ວັງ​ໃນ​ການ​ບໍ​ລິ​ໂພກ​ເຫັດ​ທີ່​ເກີດ​ໂດຍ​ທ​ຳ​ມະ​ຊາດ.

          ຜ່ານ​ການ​ເຜີຍ​ແຜ່ ເຫັນ​ວ່າ​ສາ​ທາ​ລະ​ນະ​​ຊົນ ມີ​ຄວາມຮັບ​ຮູ້ ແລະ ​ເຂົ້າ​ໃຈເພີ້ມຂຶ້ນ ກ່ຽວກັບບັນຫາດັ່ງທີ່ໄດ້ກ່າວມາຂ້າງເທິງ ຊື່ງສະແດງອອກຜ່ານ ການ​ສົນ​ທະ​ນາ ແລະ ຖາມ​ຕອບຄໍາຖາມ ແລກປ່ຽນລະຫວ່າງ ວິທະຍາກອນ ແລະ ນັກຮຽນ, ພໍ່ແມ່ປະຊາຊົນ ທີ່ເຂົ້າຮ່ວມ ເຊິ່ງເຕັມໄປດ້ວຍບັນຍາກາດ ທີ່ຟົດຟື້ນ ແລະ ເປັນກັນເອງ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA