ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມ ກະກຽມການສ້າງຕັ້ງສະມາຄົມທຸລະກິດຢາ ແລະ ອຸປະກອນການແພດ
ປະກາດໂດຍ: ທ້າວ ຊົ່ງ, ວັນທີ: 14/02/2022
 
ກອງປະຊຸມໄດ້ດຳເນີນຂື້ນໃນຕອນເຊົ້າວັນຈັນ ເວລາ 10:00 ໂມງ ຂອງວັນທີ 07 ກຸມພາ 2022, ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ໂດຍການເປັນປະທານຮ່ວມ ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ, ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ປອ ນ. ວາລີ ເວດຊະພົງ ຮອງປະທານສະພາການຄ້າ. ກອງປະຊຸມໄດ້ມີ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ, ມີ ທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ຄະນະທິມງານຮັບຜິດຊອບ ໃນການກະກຽມການສ້າງຕັ້ງສະມາຄົມທຸລະກິດດ້ານຢາ ແລະ ຜະລິຕະພັນການແພດ (ຄະນະດ້ານວິຊາການ, ຄະນະທີ່ປຶກສາ ແລະ ກອງເລຂາ) ຈໍານວນ 17 ທ່ານ. ຈຸດປະສົງຂອງກອງປະຊຸມເພື່ອລາຍງານຄວາມຄືບໜ້າ ແລະ ປຶກສາຫາລືກ່ຽວກັບການສ້າງຕັ້ງຕັ້ງສະມາຄົມທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດໃນໄລຍະຜ່ານມາ.
 
ກອງປະຊຸມເຫັນດີເປັນເອກະພາບໃຫ້ດໍາເນີນຂັ້ນຕອນການປັບປຸງຄືນສະມາຄົມດັ່ງກ່າວ ເຊິ່ງເຄີຍໄດ້ຮັບການອະນຸມັດມາໃນເມື່ອກ່ອນ ເພື່ອເຮັດໃຫ້ການດໍາເນີນການຈັດຕັ້ງສະມາຄົມດັ່ງກ່າວໄວຂຶ້ນ ແລະ ເບື້ອງຕົ້ນໄດ້ສະເໜີແຕ່ງຕັ້ງ ທ່ານ ປອ ນ ວາລີ ເວດຊະພົງ ຮອງປະທານສະພາບການຄ້າ, ອໍານວຍການບໍລິສັດ ການຢາມິດຕະພາບ ເປັນປະທານບໍລິຫານຂອງສະມາຄົມ ເພື່ອນໍາພາການປັບປຸງສະມາຄົມດັ່ງກ່າວ. ສ່ວນບັນດາຮອງປະທານບໍລິຫານສະມາຄົມ ຈະໄດ້ສືບຕໍ່ຄັດເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂ ເພື່ອມາຊ່ວຍວຽກດັ່ງກ່າວ. ສໍາລັບທີມງານກອງເລຂາ ໃຫ້ຖືກເອົາຄະນະທີ່ໄດ້ຮັບການແຕ່ງຕັ້ງຈາກກະຊວງສາທາລະນະສຸກແລ້ວ ແລະ ໃຫ້ມີຜູ້ປະສານງານຈາກສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ເຂົ້າມາສົມທົບຕື່ມ. ສໍາລັບອາຄານສະຖານທີ່ໃນເບື່ອງຕົ້ນຈະໄດ້ກໍານົດເອົາຫ້ອງການຂອງສະມາຄົມ ຢູ່ໃນອາຄານຂອງສະພາບການຄ້າກ່ອນ ເພື່ອເປັນບ່ອນປະຕິບັດງານຂອງສະມາຄົມທຸລະກິດຢາ ແລະ ຜະລິດຕະພັນການແພດ. ກອງປະຊຸມໄດ້ສະເໜີໃຫ້ມີການເລັ່ງ ໃຫ້ສະມາຄົມ ໄດ້ຮັບການສ້າງຕັ້ງສໍາເລັດໃນເດືອນ 6 ປີ 2022. 
 
 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA