ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ຄະນະຜູ້ແທນຈາກກົມອາຫານ ແລະ ຢາ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ຢ້ຽມຢາມໜ່ວຍງານກວດກາ ແລະ ກັກກັນພືດຂອງ ສປ ຈີນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 09/10/2014
     
    ໃນລະຫວ່າງວັນທີ 6-10/8/2014 ຄະນະຜູ້ແທນຈາກກະຊວງສາທາລະນະສຸກ ຮ່ວມກັບຄະນະຜູ້ແທນຈາກກະຊວງກະສິກໍາປ່າໄມ້ ໄດ້ເດີນທາງຢ້ຽມຢາມ ດ່ານບໍ່ຫານ ແຂວງຫລວງນໍ້າທາ ແລະ ໄດ້ເດີນທາງໄປຢັຽມຢາມ ເມືອງຫລ້າ, ເມືອງຟູເອີ ແລະ ຊຽງຮຸ່ງ. ເພື່ອປັບປຸງຄວາມອາດສາມາດກ່ຽວກັບວຽກງານສຸຂະອະນະໄມ ແລະ ສຸຂະອະນະໄມພືດ ແລະ ການຮັບປະກັນວຽກງານຮັບປະກັນຄຸນນະພາບ ແລະ ຄວາມປອດໄພດ້ານອາຫານ, ໂດຍການສະໜັບສະໜູນ ຈາກ ໂຄງການເອດີບີ ຄະນະຜູ້ແທນຈາກ 03 ຂະແໜງການ ຄື: ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ກົມປູກຝັງ ,ກົມລ້ຽງສັດ ແລະ ການປະມົງໄດ້ ເດີນທາງຢ້ຽມຢາມ ໜ່ວຍງານກວດກາອາຫານ ແລະກັກກັນພືດ ແລະ ສັດ(China Inspection and Quarantine-CIQ)  ທີ່ ດ່ານບໍ່ຫານ, ເມືອງຫລາ, ຊຽງຮຸ່ງ ແລະ ເມືອງ ຟູເອີ ສປ ຈີນ ໃນລະຫວ່າງວັນທີ 6-10/8/2014 ຈຸດປະສົງຂອງການທັດສະນະສຶກສາຢ້ຽມຢາມໃນຄັ້ງນີ້ ເພື່ອປຶກສາຫາລືດ້ານລະບຽບຫລັກການ, ຂັ້ນຕອນການອະນຸຍາດນໍາເຂົ້າ, ສົ່ງອອກ ອາຫານ, ພືດ, ສັດ ແລະ ເພື່ອຖອດຖອນບົດຮຽນໃນການຄຸ້ມຄອງ, ກວດກາອາຫານ , ກັກກັນພືດ ແລະ ສັດ , ຫລັກການ ໃນ ການ ປະເມີນ ຄວາມສ່ຽງ ແລະ ວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນການອໍານວຍ ຄວາມ ສະ ດວກທາງ ດ້ານການຄ້າອາຫານ ທີ່ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງ ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ຂອງໜ່ວຍງານກວດກາ ແລະ ກັກກັນພື່ດ ແລະ ອາຫານ ຂອງ ສປ ຈີນ.

ຜົນໄດ້ຮັບຈາກການຢ້ຽມຢາມໃນຄັ້ງນີ້ ຄະນຜູ້ແທນຈາກ ສປປ ລາວ ໄດ້ຮັບການຕ້ອນຮັບຈາກໜ່ວຍງານກ່ຽວຂ້ອງຢາງອົບອຸ່ນຈາກຝ່າຍຈີນ.     ໄດ້ຮັບຟັງການສະເຫນີກ່ຽວກັບທີ່ຕັ້ງພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງໜ່ວຍງານກວດກາ ແລະ ກັກກັນພືດ ສັດ ແລະ ອາຫານ ຂອງເມືອງຫລ້າ, ເມືອງຊຽງຮຸ່ງ ແລະ ເມືອງຟູເອີ, ຂັ້ນຕອນໃນການອະນຸຍາດນໍາເຂົ້າ ແລະ ສົ່ງອອກ, ບັນດານິຕິກໍາຕ່າງໆທີ່ກ່ຽວຂ້ອງ. ນອກຈາກນີ້ ຄະນຜູ້ແທນຝ່າຍ ຍັງໄດ້ລົງຢ້ຽມຢາມ ຫ້ອງປະຕິັບັດການວິໄຈ ພືດ ແລະ ສັດຂອງ ແຕ່ລະເມືອງ ເຊິ່ງມີຄວາມພ້ອມທາງດ້ານ ບຸກຄະລາກອນ ແລະ ພື້ນຖານໂຄງລາງ. 

ຜ່ານການຢ້ຽມຢາມ ໃນຄັ້ງນີ້ ຄະນະຜູ້ແທນ ໄດ້ຮັບຮູ້ເຖິ່ງລະບົບການກວດກາ, ກັກກັນພືດ ແລະ ສັດ ອາຫານ ຂອງ ສປ ຈີນ ແລະຄວາມຣັບຜິດຊອບລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ດັ່ງນີ້:

- ອົງການ ກວດກາ ແລະ ກັກກັນພືດສັດ ແລະ ອາຫານລວມ ແມ່ນອົງກອນດຽວ ທີ່ເປັນເອກກະລາດຂອງລັດ ທີ່ມີຫ້ອງການໃຫຍ່ ຢູ່ທີ່ກຸງປັກກິ່ງ ທີ່ຣັບຜິດຊອບໃນການກວດການຂຶ້ນທະບຽນການນໍາເຂົ້າສົ່ງອອກ ພືດ, ສັດ ແລະ ອາຫານ ລວມທັງເຄື່ອງສໍາອາງ ກຸງປັກກິ່ງ ທີ່ມີໜ້າທີ່ອອກອະນຸຍາດຈັດທະບຽນການນໍາເຂົ້າອາຫານ ມາໃນ ສປປ ຈີນ ແລະ ສ້າງລະບຽບຫລັກການ

- ຫ້ອງການກວດກາ ແລະ ກັກກັນພືດສັດແລະອາຫານແ ຂວງ ແລະ ກິ່ງເມືອງ ແມ່ນມີໜ້າທີ່ກວດກາຢັ້ງຢືນການກວດກາ ອາຫານ ນໍາເຂົ້າ-ສົ່ງອອກ ພາຍໃນແຂວງຂອງຕົນ ແລະ ກວດກາປະຈໍາດ່ານ ແລະ ມີຫ້ອງວິເຄາະໃນແຕ່ລະບ່ອນທີ່ມີເຄື່ອງມືຄົບຖ້ວນ-

ນອກຈາກນັ້ນ,ທັງສອງຝ່າຍໄດ້ມີການປຶກສາຫາລືການຮ່ວມມືໃນການປັບປຸງ ກວດກາກັກກັນພືດແລະ ສັດ ແລະ ກວດກາຄວາມປອດໄພອາຫານ ເພື່ອໃຫ້ໄດ້ຣັບການຢັ້ງຢືນ ແລະ ມີສະ/າກເປັນພາສາລາວ ສໍາລັບການສົ່ງອອກໄປຍັງ ສປປລາວ, ສປປ ຈີນຍິນດີໃຫ້ການສະໜັບສະໜູນຣ່ວມມື ເພື່ອປະຕິບັດຕາມລະບຽບຫລັກການ ແລະຊຍິນດີຊ່ວຍ ເຫລື້ອ ໃນການສ້າງ ຄວາມ ອາດ ສາມາດໃຫ້ແກ່ເຈົ້າໜ້າທີ່ກວດກາອາຫານ. ການໄປທັດສະນະສຶກສາຄັ້ງນີ້ແມ່ນມີຜົນປະໂຫຍດສໍາລັບ ສປປລາວຫລາຍ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA