ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມຄະນະກໍາມະການສະເພາະກິດດ້ານຢາພື້ນເມືອງຄັ້ງທີ່ 6 (THE 6th ASEAN TASKFORCE ON TRADITIONAL MEDICINE (ATFTM)) ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໃນລະຫວ່າງ ວັນທີ 28-30 ກັນຍາ 2015
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 29/09/2015

ໄດ້ຮັບກຽດເປັນປະທານ ເປີດໂດຍ ທ່ານ ສາດສະດາຈານ ດຣ. ເອກສະຫວ່າງ ວົງວິຈິດ ກໍາມະການສູນກາງພັກ, ລັດຖະມົນຕີວ່າການກະຊວງສາທາລະນະສຸກ. ມີທ່ານ ຫົວໜ້າກົມ ອາຫານແລະຢາ, ກອງເລຂາອາຊຽນ ກົມກອງອ້ອມຂ້າງກະຊວງ ໂດຍມີຜູ້ແທນເຂົ້າຮ່ວມ ຈາກບັນດາເຈົ້າໜ້າທີ່ຄຸ້ມຄອງດ້ານຢາພື້ນເມືອງ ແລະ ການແພດທາງເລືອກຈາກບັນດາປະເທດສະມາຊິກ ຄື: ບຣູໄນ ດາຣູສະຣັມ, ກໍາປູເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ຟີລິບປິນ, ໄທ, ສສ ຫວຽດນາມ ລວມທັງໝົດ 40 ກ່າວທ່ານ.

ກອງປະຊຸມຄັ້ງນີ້ແມ່ນກຳນົດຈຸດປະສົ່ງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືແລະແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ດ້ານວຽກງານການແພດ ​ແລະ ​ການ​ຢາພື້ນເມືອງບັນດາ​ປະ​ເທດ​ອາ​ຊຽນກໍ່ໄດ້ຈັດກອງປະຊຸມ 5 ຄັ້ງຜ່ານມາ. ຄັ້ງ​ທີ 1 ທີ່ປະເທດໄທ ໃນປີ 2009, ຄັ້ງທີ 2 ຈັດຂື້ນທີ່ຫວຽດນາມ ໃນປີ 2010, ຄັ້ງທີ 3 ຈັດຂື້ນທີ່ ອິນໂດເນເຊຍ ໃນປີ 2011 ​ແລະ ຄັ້ງ​ທີ 4 ທີ່ປະ​ເທດ​ມາ​ເລ​ເຊຍ ​ໃນ​ປີ 2012. ​ປະ​ເທດ​ມຽນ​ມາຄັ້ງທີ 5 ປີ 2014 ແລະ ສປປລາວ ພວກເຮົາແມ່ນຄັ້ງທີ 6

ເພື່ອໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ຈາກການນໍາໃຊ້ຢາ ເຂົ້າໃນການປິ່ນປົວ, ປະຈຸບັນບັນດາໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງຂອງ ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຄົ້ນຄ້ວາກໍານົດລະບຽບການ, ມາດຕະຖານທາງດ້ານຢາ ແລະ ໃນນັ້ນລວມທັງໜ່ວຍງານສະເພາະກິດດ້ານຢາພື້ນເມືອງກໍ່ແມ່ນໜ່ວຍງານໜຶ່ງທີ່ໄດ້ຮັບການສ້າງຕັ້ງຂຶ້ນເຊິ່ງກອງປະຊຸມເພື່ອຮ່ວມມືປະສານງານດ້ານການພັດທະນາຢາພື້ນເມືອງ

ກອງປະຊຸມໄດ້ຮັບຟັງການລາຍງານຂອງກອງເລຂາອາຊຽນໂດຍສະເພາະຜົນສໍາເລັດຂອງກອງປະຊຸມຂັ້ນສູງຕ່າງໆກ່ຽວກັບວຽກງານສາທາລະນະສຸກທີ່ຕິດພັນກັບວຽກງານດ້ານຢາພື້ນເມືອງ ແລະເຫດການທີ່ສໍາຄັນໃນປີທີ່ຜ່ານມມາ ປີ 2014 ທັງເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດຂອງອາຊຽນ(ASEAN BLUE PRINT)ພາຍໃຕ້ຄັນເສົາຄໍ້າດ້ານວັດທະນະທໍາ-ສັງຄົມ ເປັນຕົ້ນຮັບຝັງລາຍງານຜົນສໍາເລັດຂອງກອງະຊຸມລັດຖະມົນຕີສາທາລະນະສຸກອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອະວຸໂສດ້ານການພັດທະນາສາທາລະນະສຸກ ((ASEAN Health Ministers Meeting-AHMM), SOMHD)), ລາຍງານຜົນສໍາເລັດຂອງກອງປະຊຸມ ATFTMຄັ້ງທີ 5 ຜ່ານມາ ທີ່ ສະຫະພາບມຽນມາເປັນເຈົ້າພາບ ແລະ ກອງປະຊຸມ ໜ່ວຍງານອື່ນໆ ທີ່ກ່ຽວຂ້ອງເຊັ່ນ: ໜ່ວຍງານ ພັດທະນາດ້ານຢາຫຼວງ (AWGPD), ໜ່ວຍງານຊ່ຽວຊານດ້ານຢາພື້ນເມືອງ (AEG-HMP), ກອງປະຊຸມ ໜ່ວຍງານອາຊຽນດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ (TMHS-PWG) ແລະ ກອງປະຊຸມການຮ່ວມມືອື່ນໆ ທີ່ສໍາຄັນເປັນຕົ້ນ ASEAN-Chinaໂດຍສະເພາະບັນດາກອບການຮ່ວມມືຂອງບັນດາປະເທດສະມາຊິກຈະໄດ້ສືບຕໍ່ສົນທະນາແຜນງານປະຕິບັດລະອຽດ ໄລຍະກອງປະຊຸມຄັ້ງນີ້.

ໃນວາລະກອງປະຊຸມ,ບັນດາປະເທດອາຊຽນຍັງໄດ້ຟັງການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນວຽກງານໜ່ວຍງານສະເພາະກິດຂອງອາຊຽນ ດ້ານຢາພື້ນເມືອງ (ATFTM)ທີ່ໄດ້ຮ່ວມກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາແລະສົນທະນາແລກປ່ຽນຄວາມຄືບໜ້າເຊັ່ນ: ແຜນການອໍານວຍຄວາມສະດວກໃຫ້ແກ່ພາກພື້ນໃນການສົ່ງເສີມ ແລະ ເຊື່ອມໂຍງຜະລິດຕະພັນຢາພື້ນເມືອງທີ່ປອດໄພ, ປະສິດທິພາບ ແລະ ຄຸນນະພາບ ເຂົ້າໃນລະບົບຮັກສາສຸຂະພາບຂອງຊາດ; ແຜນງານສົ່ງເສີມການນໍາໃຊ້ຢາພື້ນເມືອງ ເຂົ້າໃນຕາໜ່າງຮັກສາສຸຂະພາບຂັ້ນຕົ້ນ; ແຜນງານສ້າງຄວາມເຂັ້ມແຂງກ່ຽວກັບຄວາມຮູ້ດ້ານຢາພື້ນເມືອງຜູ້ສະໜອງການບໍລິການ ຫຼື ແພດໝໍໂດຍຜ່ານການອົບຮົມ ດ້ານການນໍາໃຊ້ຢາພື້ນເມືອງ; ແຜນງານການສ້າງຄວາມອາດສາມາດຂອງປະເທດສະມາຊິກກ່ຽວກັບ ການຄົ້ນຄ້ວາດ້ານປະສິດທິພາບ ຄວາມປອດໄພ ແລະ ຄຸນນະພາບຂອງຢາພື້ນເມືອງ ເຊິ່ງບັນດາກິດຈະກໍາຕ່າງໆ ລະອຽດຂອງແຜນງານເຫຼົ່ານັ້ນໄດ້ຍົກຂຶ້ນມາສະເໜີໂດຍບັນດາປະເທດທີ່ຮັບຜິດຊອບໃນການກະກຽມເອກະສານອື່ນໆທີ່ໄດ້ກໍາລັງພັດທະນາໂດຍປະເທດທີ່ໄດ້ຮັບມອບໝາຍເພື່ອຄວາມເປັນເອກະພາບ.ນອກຈາກນີ້ການປະເມີນການຈັດຕັ້ງປະຕິບັດແຜນປະຕິບັດຂອງໜ່ວຍງານ  ແລະ ແຜນຍຸດທະສາດພາຍຫລັງ ປີ 2015 ກໍ່ໄດ້ຍົກຂຶ້ນມາສົນທະນາ.

ສໍາລັບວຽກງານພັດທະນາດ້ານຢາພື້ນເມືອງລາວ ຜ່ານມາແມ່ນໄດ້ຮັບຄວາມເອົາໃຈໃສ່ ແລະເປັນຫ່ວງເປັນໃຍສູງຈາກລັດຖະບານສປປ ລາວ ມາຢ່າງເປັນປະຈຳ, ໂດຍສະເພາະວຽກງານຢາພື້ນເມືອງແມ່ນໄດ້ເປັນອົງປະກອບໜຶ່ງທີ່ໄດ້ລະບຸຢູ່ໃນນະໂຍບາຍແຫ່ງຊາດດ້ານຢາຂອງກະຊວງສາທາລະນະສຸກທັງໄດ້ກໍານົດຢູ່ໃນຍຸດທະສາດໄລຍະສັ້ນ ແລະ ຍາວຂອງການພັດທະນາຢາພື້ນເມືອງກະຊວງສາທາລະນະສຸກ ລວມທັງການສົ່ງເສີມ ແລະ ພັດທະນາຢາພື້ນເມືຶຶອງ ໃຫ້ກ່າຍເປັນຢາພື້ນເມືອງທີ່ຄຸນນະພາບ ມີຄວາມປອດໄພໃຫ້ແກ່ຜູ້ບໍລິໂພກທັງປະກອບສ່ວນເຂົ້າໃນຕາໜ່າງການບໍໍລິການສາທາລະນະສຸກໃນສປປ ລາວໃນແຕ່ລະຂັ້ນ.

 

ບົດຂ່າວໂດຍ: ດຣ. ບຸນເລື່ຶອນ ດວງເດືອນ, ຫົວໜ້າພະແນກຄຸ້ມຄອງຢາພື້ນເມືອງ

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA