ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ບໍລິສັດ DKSH ມອບຢາຊ່ວຍເຫຼືອໃຫ້ແກ່ວຽກງານຕ້ານ ໂກວິດ-19
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 17/05/2022

ນວັນທີ 17 ພຶດສະພາ 2022, ບໍລິສັດ DKSH ຈໍາກັດ ເຊິ່ງນໍາໂດຍທ່ານ Julien Moret ຫົວໜ້າບໍລິຫານ ປະຈໍາ ລາວພ້ອມດ້ວຍຄະນະທິມງານຜູ້ບໍລິຫານຂອງບໍລິສັດ ໄດ້ມອບຢາ Favifiravir ຈໍານວນ 1000 ກັບ (ມູນຄ່າ 9,000 ໂດລາສະຫະລັດ) ເພື່ອປະກອບສ່ວນເຂົ້າໃນວຽກງານການປິ່ນປົວພະຍາດ ໂກວິດ-19. ໃນການຮັບການປະກອບສ່ວນຊ່ວຍເຫຼືອຢາໃນຄັ້ງນີ້ ມີທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ພ້ອມດ້ວຍຄະນະກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຂອງກົມອາຫານ ແລະ ຢາ ເຂົ້າຮ່ວມ. ທ່ານ ປອ. ດຣ. ບຸນຊູແກ້ວຫາວົງ ໄດ້ກ່າວມີຄໍາເຫັນ ໂດຍລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຄວບຄຸມ, ປ້ອງກັນ ແລະ ແກ້ໄຂພະຍາດໂກວິດ-19 ຢູ່ ສປປ ລາວ ໃນໄລຍະຜ່ານມາ ນັບແຕ່ເລີ່ມມີການລະບາດແຕ່ປີ 2020 ຈົນເຖິງປັດຈຸບັນ ເຊິ່ງສະພາບການລະບາດນັບມືນັບຫລຸດລົງ ຍ້ອນພັກ-ລັດໄດ້ເອົາໃຈໃສ່ສົມທົບການກັບຊ່ວຍເຫຼືອພາຍໃນ ແລະ ຕ່າງປະເທດ ລວມທັງການຮ່ວມມືຂອງປະຊາຊົນ. ແຕ່ເຖິງຢ່າງໃດກໍ່ຕາມທ່ານຍັງໄດ້ເນັ້ນຕື່ມວ່າ ກະຊວງສາທາລະນະສຸກ ກໍ່ຍັງສືບຕໍ່ເພີ້ມທະວີການເຝົ້າລະວັງ ແລະ ກະກຽມຕອບໂຕ້ ພະຍາດດັ່ງກ່າວ ເຊິ່ງອາດຈະເກີດການລະບາດໃນຮອບໃໝ່ຂຶ້ນຕື່ມ ພາຍຫຼັງການເປີດປະເທດ. ທ່ານຫົວໜ້າກົມໄດ້ກ່າວສະແດງຄວາມຂອບໃຈ ນໍາການນໍາ ແລະ ພະນັກງານຂອງບໍລິສັດ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອຢາດັ່ງກ່າວ ເຊິ່ງຈະໄດ້ນໍາໃຊ້ເຂົ້າໃນວຽກງານປິ່ນປົວຜູ້ຕິດເຊື້ອ.

     ບໍລິສັດDKSH ຈໍາກັດ ແມ່ນບໍລິສັດແຫ່ງໜຶ່ງລົງທຶນຈາກຕ່າງປະເທດ ເຊິ່ງນັບແຕ່ມື້ສ້າງຕັ້ງບໍລິສັດ ໄດ້ມີການເຄື່ອນໄຫວນໍາເຂົ້າຢາ ແລະ ຜະລິດຕະພັນການແພດທີ່ມີຄຸນນະພາບ ແລະ ປອດໄພ ສະໜອງໃຫ້ແກ່ຕາງໜ່າງສາທາລະນະສຸກ ໃນຂອບເຂດທົ່ວປະເທດ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ປິ່ນປົວພະຍາດ ໃຫ້ແກ່ປະຊາຊົນ ຢູ່ ສປປ ລາວ. 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA