ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມສົ່ງເສີມອາຫານທີ່ຄວາມປອດໄພ, ໄດ້ຈັດຂື້ນວັນທີ 7 ມິຖຸນາ 2022 ທີ່ ໂຮງແຮມ ລາວພລາຊາ.
ປະກາດໂດຍ: ກີລາ ບູນປະເສີດ, ວັນທີ: 10/06/2022

ຂຽນໂດຍ: ດຣ ນາງ ຮຸ່ງເທວາ ດວງສະຫວັນ

 

ກອງປະຊຸມສົ່ງເສີມອາຫານທີ່ປອດໄພ ສຳລັບທຸກຄົນ

ກອງປະຊຸມສົ່ງເສີມອາຫານທີ່ຄວາມປອດໄພສຳລັບທຸກຄົນ, ໄດ້ຈັດຂື້ນວັນທີ 7 ມິຖຸນາ 2022 ທີ່ ໂຮງແຮມ ລາວພລາຊາ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ, ທ່ານ ສົມຮັກ ວົງວິໄຊ ຮອງຫົວໜ້າ ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ Suriyan Vichitlekarn, Executive Director, Mekong Institute ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ ຈາກກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ສູນປ້ອງກັນພືດ, ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກົມການຄ້າພາຍໃນ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົມເສດຖະກິດ ກະຊວງການຕ່າງປະເທດ,ມະຫາ ວິທະຍາໄລວິທະຍາສາດສຸຂະພາບ, ກົມອາຫານ ແລະ ຢາ, ກອງກວດກາ ອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ແລະ ຂະແໜງອາຫານ ແລະ ຢາ ນະຄອນຫຼວງ.

ກອງປະຊຸມດັ່ງກ່າວແມ່ນ ໄດ້ຮັບການສະໜັບສະໜູນຈາກໂຄງການນິວຊີແລນ (NZAP) ພາຍໃຕ້ໂຄງການ PROSAFE ທີ່ຈັດຕັ້ງປະຕິບັດໂດຍສະຖາບັນແມ່ນໍ້າຂອງ ແລະ ໄດ້ລິເລີ່ມໂຄງການ ແຕ່ປີ 2018-2023 ຊຶ່ງເປົ້້າໝາຍ ເພື່ອສ້າງຂີດຄວາມສາມາດ ແລະ ສົ່ງເສີມຄວາມເຂັ້ມແຂງ ດ້ານຄວາມປອດໄພຂອງອາຫານ ໃນການສະໜອງອາຫານ ຢູ່ປະເທດລາວ, ກໍາປູເຈຍ, ມຽນມາ ແລະ ຫວຽດນາມ (CMLV)

ການມີສ່ວນຮ່ວມຮັບຜິດຊອບດ້ານຄວາມປອດໄພອາຫານແມ່ນ ວິໄສທັດສຳລັບ ສປປ ລາວ ຮອດປີ 2030 ແລະ ອົງການ​ອະນາ​ໄມ​ໂລກ (WHO) ​ກໍ່ໄດ້​ປະກາດ​ເອົາ​ວັນ​ທີ 7 ມິຖຸນາຂອງທຸກປີ ​ເປັນ​ວັນ​ຄວາມ​ປອດ​ໄພ​​ອາຫານ. ສະນັ້ນ, ກົມອາຫານ ແລະ ຢາຈຶ່ງໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ ພ້ອມທັງສະເຫຼີມ ສະຫຼອງ ວັນທີ 7 ມີຖຸນາ ວັນ​ຄວາມ​ປອດ​ໄພ​​ອາຫານ, ສຳລັບຄຳຂວັນ ປີ 2022 ແມ່ນ “ບໍລິໂພກອາຫານປອດໄພ ຈະເຮັດໃຫ້ມີສຸຂະພາບທີ່ດີ “ “Safer food, better health”

ກອງປະຊຸມດັ່ງກ່າວມີຈຸດປະສົງ ເພື່ອສ້າງຈິດສໍານຶກໃຫ້ແກ່ຜູ້ບໍລິໂພກເຫັນຄວາມສໍາຄັນຂອງອາຫານທີ່ປອດໄພ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການດ້ານອາຫານ ໃນການປະຕິບັດຕາມມາດຕະຖານທີ່ກ່ຽວຂ້ອງກັບອາຫານທີ່ປອດໄພ ແລະ ຍືນຍົງ ສໍາລັບ ສປປ ລາວ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA