ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມ ທົບທວນການຈັດຕັ້ງ ຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງ (2012-2015) ແລະ ປຶກສາຫາລື ຮ່າງຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງ (2023-2030)
ປະກາດໂດຍ: ທ້າວ ຊົ່ງ, ວັນທີ: 23/11/2022

ຂຽນໂດຍ: ປທ ຈອນນີ້ ສີຫາລາດ, ວິຊາການ ພະແນກຄຸ້ມຄອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ

ໃນລະຫວາງວັນທີ 16-17 ພະຈິກ 2022 ທີ່ ໂຮງແຮມດອນຈັນ ພາເລດ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມທົບທວນ ການຈັດຕັ້ງປະຕິບັດ ຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງ (2012-2015) ແລະ ປຶກສາຫາລື ຮ່າງຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງສໍາລັບຊຸ່ມປີຕໍ່ໜ້າ (2023-2030) ໂດຍການເປັນປະທານຂອງ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ. ກອງປະຊຸມ ໄດ້ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຈາກພາກສ່ວນຕ່າງໆ ເຊັ່ນ: ຫ້ອງການກະຊວງສາທາລະນະສຸກ, ກົມຈັດຕັ້ງ-ພະນັກງານ, ກົມອາຫານ ແລະ ຢາ, ກົມປິ່ນປົວ ແລະ ຟື້ນຟະໜ້າທີ່ການ, ຫ້ອງການປະກັນສຸຂະພາບສະຖາບັນການແພດ ແລະ ການຢາພື້ນເມືອງ, ສູນວິໄຈອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ຄະນະເພສັຊສາດ, ບັນດາທ່ານຫົວໜ້າ, ຮອງຫົວໜ້າອຳນວຍການໂຮງໝໍ ແລະ ຫົວໜ້າຂະແໜງການຢາໂຮງໝໍ ຈາກ 7 ໂຮງໝໍສູນກາງ, ຄະນະອໍານວຍການລັດວິສາຫະກິດໂຮງງານຜະລິດຢາ ແລະ 2 ແລະ ເລກ 3. ນອກຈາກນີ້ ມີທ່ານ Dr Jae Kyoun KIM ຈາກ ອົງການອະນາໄມໂລກພາກພື້ນປາຊີຟິກ ຕາເວັນຕົກ (WPRO) ພ້ອມດ້ວຍຜູ້ປະສານງານດ້ານຢາ ຈາກ ອົງການອະນາໄມໂລກປະຈໍາ ສປປ ລາວ ແລະ ຊ່ຽວຊານທີ່ປຶກສາກ່ຽວກັບການປັບປຸງຍຸດທະສາດດັ່ງກ່າວ, ມີຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການການທີ່ກ່ຽວຂ້ອງ ພາຍໃນກົມອາຫານ ແລະ ຢາ ລວມທັງ 40 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນ ການຈັດຕັ້ງປະຕິບັດ ຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງທີ່ຜ່ານມາ ແລະ ຜ່ານຮ່າງຍຸດທະສາດແຫ່ງຊາດ ດ້ານຢາພື້ນເມືອງ ໃນຊຸມປີຕໍ່ໜ້າ. ກອງປະຊຸມໄດ້ຮັບຝັງການສະເໜີແລກປ່ຽນ ຈາກ ອົງການອະນາໄມໂລກ ກ່ຽວກັບສະພາບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານ ຢາພື້ນເມືອງ ຂອງໂລກ ແລະ ກອບແຜນຍຸດທະສາດ ໃນຊຸມປີຕໍ່ໜ້າ ສໍາລັບປະເທດສະມາຊິກ ໃນການນໍາໄປດັດປັບໃຫ້ສອດຄ່ອງປະເທດຂອງຕົນ. ກອງປະຊຸມ ຍັງໄດ້ຮັບຝັງການການສະໜີ ກ່ຽວກັບ ຜົນສໍາເລັດຂອງການຈັດຕັ້ງປະຕິບັດຍຸດທະສາດແຫ່ງ່ຊາດ ດ້ານຢາພື້ນເມືອງຜ່ານມາ, ບັນຫາຂໍຄົງຄ້າງ, ສິ່ງທ້າທາຍ ແລະ ຮ່າງ ຍຸດທະສາດດ້ານຢາພື້ນເມືອງ ປີ 2023-2030.

ກອງປະຊຸມໄດ້ດໍາເນີນເປັນເວລາ 2 ວັນເຕັມ ເຊິ່ງ ໄດ້ຮ່ວມກັນຄົ້ນຄ້ວາ ແລະ ປະກອບຄໍາເຫັນຕໍ່ຢ່າງອຸດົມສົມບູນ ຕໍ່ເນື້ອໃນຂອງຮ່າງຍຸດທະສາດດ້ານຢາພື້ນເມືອງ ປີ 2023-2030. ກົມອາຫານ ແລະ ຢາ ໃນນາມຈຸດໃຈການປະສານງານກະກຽມຮ່າງດັ່ງກ່າວ ຈະໄດ້ສືບຕໍ່ປັບປຸງຮ່າງດັ່ງກ່າງ ແລະ ສະເໜີໃນກອງປະຊຸມ ເປີດກ້ວາງ ໃນຂອບເຂດທົ່ວປະເທດ ກັບບັນດາພະແນກສາທາລະນະສຸກ ເພື່ອເປັນເອກະພາບ ກ່ອນນໍາສະເໜີ ການຮັບຮອງ. 

ຍຸດທະສາດດ້ານຢາພື້ນເມືອງ ໄດ້ຮັບການພັດທະນາຂຶ້ນ ໃນປີ 2012 ແລະ ມີກອບການແຜນການຈັດຕັ້ງປະຕິບັດ ໄລຍະ 3 ປີ (2013-2015). ມາດຮອດປັດຈຸບັນ ເຫັນວ່າມີຄວາມຈໍາເປັນໃນການ ທົບທວນ ແລະ ປັບປຸງ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ເພື່ອເຮັດໃຫ້ ຢາພື້ນເມືອງ ໄດ້ມີບົດບາດ ປະກອບສ່ວນຢ່າງກວ້າງຂວາງ ເຂົ້າໃນລະບົບສາທາລະນະສຸກ, ສະໜັບສະໜູນ ຍຸດທະສາດດ້ານສາທາລະນະສຸກປົກຄຸມ ໃນປີ 2025 (UHC) ແລະ ຍຸດທະສາດໃນການພັດທະນາແບບຍືນຍົງ (SDG) ເປົ້າໝາຍເພື່ອບັນລຸການມີສຸຂະພາບ ແລະ ການເປັນຢູ່ທີ່ດີຂອງປະຊາຊົນ. ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ອົງການ ອະນາໄມໂລກ (WHO).


 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA