ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ການຮັບໃຊ້ງານມະຫາກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ປີ 2022 ຂອງທີມງານ ອາຫານປອດໄພ ແລະ ສຸຂະນາໄມ
ປະກາດໂດຍ: ວ່າງຈື້ຊົ່ງ ຕົງນາມະວົງ, ວັນທີ: 28/12/2022
ໃນໄລຍະການແຂ່ງຂັນກິລາແຫ່ງຊາດຄັ້ງທີ XI  ຊຽງຂວາງເກມ 22 ທີ່ແຂວງຊຽງຂວາງ ກົມອາຫານ ແລະ ຢາ ໄດ້ມອບຊຸດທົດສອບອາຫານ ແລະ ອຸປະກອນຮັບໃຊ້ ໃຫ້ທິມງານອາຫານປອດໄພແຂວງ  ຈໍານວນ 6 ລາຍການ ມູນຄ່າປະມານ 21.000.000 ກີບ ໃນນັ້ນມີ: ຊຸດທົດສອບເຊື້ອໂຄລີຟອມໃນອາຫານ 40 ຊຸດ, ຊຸດທົດສອບຄວາມສະອາດ ພາຊະນະ 20 ຊຸດ, ຊຸດທົດສອບ ໂກລິຟອມໃນນ້ຳ 10 ຊຸດ, ຊຸດທົດສອບສານຟອກມາລີນ 109 ແທັດ, ຊຸດທົດສອບ ບໍແລັກ 100 ແທັດ ເພື່ອຮັບໃຊ້ໃຫ້ແກ່ຄະນະຮັບຜິດຊອບອາຫານປອດໄພ ແລະ ສຸຂະນາໄມ ທີ່ຮັບໃຊ້ງານກິລາ ຊຽງຂວາງເກມ 22.
ຄະນະຮັບຜິດຊອບ ອາຫານປອດໄພ ແລະ ສຸຂະນາໄມ ທີ່ປະກອບມີ ກົມອາຫານ ແລະ ຢາ ,  ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາແຫ່ງຊາດ, ຂະແໜງອາຫານ ແລະ ຢາແຂວງຊຽງຂວາງ,  ຫຼວງພະບາງ ແລະ ແຂວງຈໍາປາສັກ ທີ່ຮັບໃຊ້ງານມະຫາກໍາກິລາແຫ່ງຊາດຄັ້ງທີ XI  ຊຽງຂວາງເກມ  22 ໃນລະຫວ່າງວັນທີ 20 ຕຸລາ 2022 ຫາ 22 ທັນວາ 2022.  ທີມງານ ດັ່ງກ່າວ ໄດ້ອົບຮົມວຽກງານສຸຂະນາໄມ ແລະ ອາຫານປອດໄພໃຫ້ບັນດາຜູ້ປະກອບການປຸງແຕ່ງອາຫານ 87 ທ່ານ ຢູ່ເມືອງແປກ ແລະ ມອບໃບຢັ້ງຢືນ ມາດຕະຖານອາຫານປອດໄພ ສຸຂະພາບດີໃຫ້ຜູ້ປະກອບການປຸງແຕ່ງອາຫານ 17 ຮ້ານ. ພ້ອມທັງ ຕິດຕາມກວດກາຫົວ     ໜ່ວຍທຸລະກິດອາຫານ ທັງໝົດ 89 ແຫ່ງ ໃນນັ້ນມີ ໂຮງແຮມ 14 ແຫ່ງ, ຮ້ານອາຫານ 8 ແຫ່ງ, ສະຖານທີ່ ປຸງແຕ່ງອາຫານໃນສະຖານທີ່ພັກນັກກິລາ 13 ແຫ່ງ, ຮ້ານຂາຍອາຫານ ບໍລິເວນສະໜາມແຂ່ງຂັນກິລາ 27 ຮ້ານ, ເກັບຕົວຢ່າງທົດສອບຄວາມສະອາດຂອງພະຊະນະທີ່ສໍາຜັດກັບອາຫານ ແລະ ມື, ກວດໂຄລີຟອມໃນນໍ້າດື່ມ, ນໍ້າໃຊ້, ນໍ້າກ້ອນ, ສານຟອກມາລິນໃນຍໍເຄື່ອງໃນສັດ, ສານບໍແຣກໃນລູກຊີ້ນ ແລະ ໃນເສັ້ນເຟີ, ໝີ່, ເສັ້ນເຂົ້້າປຽກ. ໃນນັ້ນ ພົບສານຟອກມາລິນ ໃນ ຍໍ່ເຄື່ອງໃນສັດ 23 ກິໂລ, ມູນຄ່າ 1,725,000 ກີບ ແລະໄດ້ທຳລາຍກັບທີ. ນອກນັ້ນ ຍັງພົບພາຊະນະທີ່ສຳພັດກັບອາຫານ ເຊັ່ນ: ຖ້ວຍ, ຈານ ບ່ວງ... ບໍ່ຜ່ານດ້ານຄວາມສະອາດ ທາງທິມງານກໍ່່ໄດ້ໃຫ້ຄຳແນະນຳ ແລະ ເຮັດບົດບັນທຶກຮ່ວມກັບເຈົ້າຂອງຮ້ານ.
ການປະຕິບັດໜ້າທີ ຂອງທິມງານຕະຫຼອດໄລຍະການແຂ່ງຂັນກິລາ ຈົນເຖິງມື້ປິດງານກິລາ ທຸກຄົນແມ່ນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີຄວາມສາມັກຄີ, ປະສານງານຢ່າງກົມກຽວກັບຂະແໜງກ່ຽວຂ້ອງ ທັງພາກລັດ ແລະ ຜູ້ປະກອບການ ທຸລະກິດອາຫານກໍ່ໃຫ້ການຮ່ວມມືເປັນຢ່າງດີ, ຈຶ່ງເຮັດໃຫ້ຕະຫຼອດໄລຍະງານມະຫາກໍາກິລາແຫ່ງຊາດຄັ້ງທີ XI  ຊຽງຂວາງເກມ  22 ຄັ້ງນີ້ ຮັບປະກັນໄດ້ຄວາມປອດໄພດ້ານອາຫານ, ຊຶ່ງສະແດງອອກ ບໍ່ເກີດມີກໍລະນີເຈັບປ່ວຍ ຫຼື ເກີດເປັນພະຍາດຈາກການບໍລິໂພກອາຫານຈັກກໍລະນີ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA