ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ ຄັ້ງວັນທີ 10 ມີນາ 2023 ທີ່ ຫ້ອງປະຊຸມ ກົມອາຫານ ແລະ ຢາ.
ປະກາດໂດຍ: ທ້າວ ຊົ່ງ, ວັນທີ: 15/03/2023
 
ພິທີການສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ (08 ມີນາ 1910 ເຖີງ 08 ມີນາ 2023) ໄດ້ຈັດຂື້ນ ໃນຕອນບ່າຍຂອງວັນທີ 10 ມີນາ 2023 ທີ່ ຫ້ອງປະຊຸມກົມອາຫານ ແລະ ຢາ. ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ດຣ. ບຸນຊູ     ແກ້ວຫາວົງ ກໍາມະການຄະນະພັກ ກະຊວງສາທາລະນະສຸກ ຫົວໜ້າກົມອາຫານ ແລະ ຢາ, ສະຫາຍ ດຣ. ນ. ວຽງໄຊ ວັນສີລາລົມ ຮອງເລຂາພັກ ປະທານກວດກາພັກກົມອາຫານ ແລະ ຢາ ຄະນະສະຫະພັນແມ່ຍິງກະຊວງສາທາລະນະສຸກ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ການເຂົ້າຮ່ວມຂອງປະທານກຳມະບານຮາກຖານ ກອຢ, ເລຂາຊາວໜຸ່ມ ກອຢ, ຄະນະ ແລະ  ເອື້ອຍນ້ອງສະມາຊິກແມ່ຍິງ ສະຫະພັນແມ່ຍິງໜ່ວຍກົມອາຫານ ແລະ ຢາ ເຂົ້າຮ່ວມ ທັງໝົດ 26 ສະຫາຍ. 
ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອ ຫວນຄືນມູນເຊື້ອປະຫວັດຄວາມເປັນມາ ແລະ ສະເຫລີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ. ໃນວາລະກອງປະຊຸມ ສະຫາຍ ປະທານ ແລະ ຄະນະ ສະຫະພັນແມ່ຍິງໜ່ວຍກົມອາຫານ ແລະ ຢາ ໄດ້ຜ່ານບົດລາຍງານຜົນງານການເຄື່ອນໄຫວຂອງເອື້ອຍນ້ອງສະມາຊິກແມ່ຍິງປະຈໍາປີ 2022, ທິດທາງແຜນກການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ໄດ້ປາຖະກະຖາຫວນຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ ແລະ ບັນດາເອື້ອຍນ້ອງສະມາຊິກແມ່ຍິງທຸກສະຫາຍໄດ້ຈັບມືເປີດບັ້ນການປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວຂື້ນ.

ສະຫາຍ ດຣ. ນ.ວຽງໄຊ ວັນສີລາລົມ ຮອງເລຂາພັກ ປະທານກວດກາພັກກົມອາຫານ ແລະ ຢາ, ຄະນະສະຫະພັນແມ່ຍິງກະຊວງສາທາລະນະສຸກ, ຮອງຫົວໜ້າກົມອາຫານ ແລະ ຢາ ໄດ້ໂອ້ລົມເອື້ອຍນ້ອງແມ່ຍິງ ໃຫ້ຮັບຮູ້ເຖິງ ບົດບາດ, ສິດທິ ແລະ ໜ້າທີ່ຂອງຕົນ ໃນການປົກປ້ອງສິດຜົນປະໂຫຍດ, ຍົກສູງຄວາມຮູ້, ຄວາມສາມາດ ແລະ ຊີວິດການເປັນຢູ່ໃຫ້ດີຂື້ນ. ເຊີ່ງໂດຍພື້ນຖານກໍ່ແມ່ນຊົມເຊີຍສະຫະພັນແມ່ຍິງໜ່ວຍ ກົມອາຫານ ແລະ ຢາ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານ ແຜນງານທີສີ່ ຂອງວຽກງານປົກປ້ອງຜູ້ບໍລິໂພກດ້ານອາຫານ, ຢາ ແລະ ຜະລິດ     ຕະພັນການແພດ ຂອງກະຊວງສາທາລະນະສຸກ ແລະ ແນະນໍາແນວທາງການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ດີຂື້ນເປັນກ້າວໆ.

ສະຫາຍ ປອ. ດຣ. ບຸນຊູ ແກ້ວຫາວົງ ກໍາມະການຄະນະພັກ ກະຊວງສາທາລະນະສຸກ, ຫົວໜ້າກົມອາຫານ ແລະ ຢາ ໄດ້ມີຄຳເຫັນ ແລະ ໂອ້ລົມນຳເອື້ອຍນ້ອງສະມາຊິກແມ່ຍິງ ກົມອາຫານ ແລະ ຢາ ເຊິ່ງທ່ານໄດ້ກ່າວຊົມເຊີຍຜົນງານຢ່າງທີ່ພົ້ນເດັ່ນຫຼາຍດ້ານໃນໄລຍະຜ່ານມາ,      ໂດຍໄດ້ຍົກໃຫ້ເຫັນຄວາມສຳຄັນບົດບາດແມ່ຍິງປະກອບສ່ວນໃນການສ້າງສາພັດທະນາປະເທດຊາດຮ່ວມກັບອ້າຍນ້ອງຊາຍ ແລະ ໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມ, ບຸກບືນສ້າງຄວາມເປັນແບບຢ່າງທີ່ດີ ໃນວຽກງານການນໍາພາທາງດ້ານແນວຄິດການເມືອງ ແລະ ທາງດ້ານວິຊາສະເພາະຂອງເອື້ອຍນ້ອງແມ່ຍິງໃນກົມອາຫານ ແລະ ຢາໃຫ້ມີການພັດທະນາດີຂື້ນເລື້ອຍໆ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA