ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ສປປ ລາວ ເປັນເຈົ້າພາບຈັດສໍາມະນາການກວດກາ ການຈໍລະຈອນຈໍາໜ່າຍຢາ ໃຫ້ແກ່ເຈົ້າໜ້າທີ່ຄຸ້ມຄອງດ້ານຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 07/11/2015
ບົດຂ່າວ: ສຸກສົມຄວນ ຈັນທະມາດ

ຜະລິດຕະພັນຢາປິ່ນປົວພະຍາດ ແມ່ນປັດໃຈຄວາມສໍາຄັນ ສໍາລັບການດໍາລົງຊີວິດຂອງມະນຸດ, ຢາຕ້ອງ ຮັບປະກັນຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ເຊິ່ງແມ່ນ ພາລະບົດບາດໜ້າ ທີ່ຂອງອົງການຄຸ້ມຄອງ ດ້ານຢາ ກະຊວງສາທາລະນະສຸກເປັນຈຸດໃຈກາງປະສານງານ ແລະ ການປະກອບສ່ວນຈາກ ບັນດາຂະແໜງການ ທີ່ກ່ຽວຂອງໃນການຕິດຕາມຄຸ້ມຄອງ ເຝົ້າລະວັງ ເຊິ່ງປະຈຸບັນວຽກງານການຄຸ້ມຄອງຢາ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ເຮັດໃຫ້ສະພາບ ຢາຕົກມາດຕະຖານ, ຢາປອມ ຢູ່ໃນຂົງເຂດປະເທດລຸ່ມແມ່ນໍ້າຂອງ ແລະ ອາຊຽນ ຫລຸດລົງເທື່ອລະກ້າວ. ແຕ່ເຖິງຢ່າງໃດກໍ່ຕາມ ບັນຫາຢາຕົກມາດຕະຖານ, ຢາປອມ ກໍ່ຍັງເປັນບັນຫາຄົງຄ້າງ ແລະ ເປັນສິ່ງທ້າທາຍ ທີ່ບັນດາອົງການຄຸ້ມຄອງດ້ານຢາ ກະຊວງສາທາລະນະສຸກ ປະເທດຕ່າງໆ ໃນທົ່ວໂລກ ກໍ່ຍັງກໍາລັງປະເຊີນ ແລະ ກໍາລັງສືບຕໍ່ແກ້ໄຂບັນຫາດັ່ງກ່າວ ລວມທັງ ຢູ່ໃນຂົງເຂດລຸ່ມແມ່ນໍ້າຂອງ ແລະ ໃນບາງປະເທດອາຊຽນ. ບັນຫາທີ່ເກີດ ກໍ່ມາຈາກຫລາຍໆປັດໃຈ ເຊັ່ນ: ດ້ານການຄຸ້

ມຄອງພາຍໃນແຕ່ລະປະເທດ ຍັງຈໍາກັດທາງດ້ານຈໍານວນພະນັກງານບຸກຄະລາກອນທີ່ໄດ້ຮັບການອົບຮົມກ່ຽວກັບການຄວບຄຸມ ແລະ ການຮັບ ປະກັນຄຸນນະພາບຂອງຢາ ນັບທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ການຮ່ວມມືປະສານງານລະຫວ່າງປະເທດ ກ່ຽວກັບການກວດກາສືບສວນ ແລະ ການປະຕິບັດມາດຕະການກ່ຽວກັບຢາຕົກມາດຕະຖານ ແລະ ຢາ ປອມ ຍັງບໍ່ທັນເຂັ້ມແຂງ ແລະ ການເຜີຍແຜ່ຂໍ້ມູນແລກປ່ຽ

ນຂ່າວສານ ໂດຍຜ່ານລະບົບແຈ້ງເຕືອນຮີບດ່ວນກ່ຽວກັບຢາປອມ ແລະ ຢາຕົກມາດຕະຖານຍັງບໍ່ທັນໄດ້ຮັບການປະຕິບັດຢ່າງເຕັມສ່ວນ.

ດັ່ງນັ້ນ, ກອງປະຊຸມສໍາມະນາການກວດກາ ການ

ຈໍລະຈອນຈໍາໜ່າຍຢາ ໃຫ້ເຈົ້າໜ້າທີ່ຄຸ້ມຄອງດ້ານຢາ ຈາກບັນດາປະເທດລຸ່ມແມ່ນໍ້າຂອງ ແລະ ບາງປະເທດອາຊຽນ ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 4-6 ພະຈິກ 2015 ທີ່ ໂຮງແຮມ ດອນຈັນ ພາເລດ ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດ ເປັນປະທານ ກ່າວເປີດກອງປະຊຸມ ໂດຍ ທ່ານ ດຣ. ລໍາພອນ ສີຫາຄັງ ຮອງຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ກອງປະຊຸມມີຜູ້ຕາງໜ້າເຊິ່ງຈາກອົງການຈັດຕັ້ງສາກົນຕ່າງໆ ເຊັ່ນ:ຈາກ ໂຄງການ ສົ່ງເສີມຄຸນນະພາບຢາ ຂອງ ອົງການປະທານຸກົມການຢາ ສະຫະລັດ United StatesPharmacoceial Convention-Promoting the Quality of Medicines-USP PQM),  ອົງການອະນາໄມໂລກ ປະຈໍາສປປ ລາວ, ອົງການອະນາໄມໂລ ຈາກ ນະຄອນເຈນິວາ ປະເທດສະວິດ, ຜູ້ປະສານງານຂອງອາຊຽນກ່ຽວກັບວຽກງານ ຕິດຕາມເຝົ້າລະວັງ ແລະ ການແຈ້ງເຕືອນຮີບດ່ວນ ກ່ຽວກັບຢາປອມຢາຕົກມາດຕະຖານ  ແລະ ຜູ້ເຂົ້າຮ່ວມໂດຍເຈົ້າໜ້າທີ່ຄຸ້ມຄອງດ້ານຢາ ແລະ ເຈົ້າໜ້າທີ່ພາສີ ຕໍາຫລວດ ຈາກ 07 ປະເທດ ເຊັ່ນ: ອິນໂດເນເຊຍ, ກໍາປູເຈຍ, ສປປ ລາວ,  ມຽນມ້າ, ຟີບລິບປິນ, ສສ ຫວຽດນາມ ແລະ ປະເທດໄທ ລວມທັງໝົດ 40 ທ່ານ. ຈຸດປະສົງ ຂອງກອງປະຊຸມ ຄັ້ງນີ້ ມີ 3 ຈຸດປະສົງຫລັກຄື:

1.    ເພື່ອສົ່ງເສີມຄວາມຮູ້ ແລະ ແລກປ່ຽນປະສົບການການປະຕິບັດຕົວຈິງ ຂອງເຈົ້າໜ້າທີ່ກວດກາດ້ານຢາ ທີ່ຈໍລະຈອນຈໍາໜ່າຍຢູ່ທ້ອງຕະຫລາດ;

2.    ເພື່ອສົງເສີມການຮ່ວມມືປະຕິບັດປະສານງານດ້ານການກວດກາ ກັບບັນດາປະເທດໃນພາກພື້ນ ລຸ່ມແມ່ນໍ້າຂອງ ແລະ ຂົງເຂດອາຊຽນ ເພື່ອສ້າງຄວາມເຂັ້ມແຂງໃນການຕ້ານຕໍ່ຢາປອມ ແລະ ຢາຕົກມາດຕະຖານ ແລະ

3.    ເພື່ອເສີມຂະຫຍາຍດ້ານການແລກປ່ຽນຂໍ້ມູນຂ່າວສານດ້ານຢາ, ການກວດກາ,ການປະຕິບັດມາດຕະຖານຮ່ວມກັນເພື່ອຕ້ານຢາປອມ ແລະ ຢາຕົກມາດຕະດ້ານຢາ ຢູ່ໃນຂົງເຂດ.

ພາຍຫລັງສໍາເລັດກອງປະຊຸມສໍາມະນາ 2 ວັນແລ້ວ,​ ມືສຸດທ້າຍ, ວັນທີ 6 ພະຈິກ 2015 ແມ່ນກອງປະຊຸມ ການລິເລີ່ມ ການສ້າງຄວາມຊ່ຽວຊານຂອງພາກພື້ນ ກ່ຽວກັບການຄຸ້ມຄອງດ້ານຢາ, ການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມສືບສ່ວນ ແລະ ການປະຕິບັດມາດຕະການ ຫລື BREMERE (Building Regional Expertise in Medicines Regulation, Information Sharing, Joint Investigation and Enforcement) ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນເປັນຄັ້ງທີສອງ, ຄັ້ງໜຶ່ງຈັດຂຶ້ນທີ່ ສຽມລຽບ ປະເທດກໍາປູເຈຍ. ບັນດາເຈົ້າໜ້າທີ່ຄຸ້ມຄອງດ້ານຢາ ລວມທັງເຈົ້າໜ້າທີ່ຕໍາຫລວດ, ພາສີ ຂອງບັນດາປະເທດ ຈະໄດ້ລະດົມຄວາມຄິດເພື່ອສືບຕໍ່ ເພີ່ມທະວີການຮ່ວມມືໃນການຕ້ານບັນຫາຢາປອມ ແລະ ຢາຕົກມາດຕະຖານ ແລະ ມີການແລກປ່ຽນຂໍ້ມູນຂ່າວສານດ້ານຢາ ໃຫ້ຫລາຍຂຶ້ນ ກ່ວາເກົ່າ ໂດຍສະເພາະເມື່ອພົບພົບບັນຫາຢາປອມ ຫລື ຕົກມາດຕະຖານ ບັນດາຂໍ້ມູນດັ່ງກ່າວເຫລົ່ານີ້ ກໍຈະໄດ້ສົ່ງໃຫ້ບັນດາປະເທດລຸ່ມແມ່ນໍ້າຂອງ ລວມທັງປະເທດອາຊຽນນໍາກັນ ເພື່ອເຝົ້າລະວັງ ແລະ ມີມາດຕະການໃນການແກ້ໄຂໃຫ້ທ່ວງທັນ.

          ກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ຮັບການຮ່ວມມືສະໜັບສະໜູນດ້ານງົບປະມານ ຈາກ ອົງການສະຫະລັດ ເພື່ອການພັດທະນາສາກົນ (USAID) ໃນຂົງເຂດອາຊີ ແລະ ໂຄງການຕ້ານ ມາລາເຣຍ ຂອງສະຫະລັດ ອາເມຣິກາ (President’s Malaria Initiative-PMI) ເຊິ່ງຈັດຕັ້ງປະຕິບັດກອງປະຊຸມ ໂດຍຜ່ານ ໂຄງການສົງເສີມຄຸນນະພາບຢາ ຂອງ ອົງການ ປະທານຸກົມການຢາ ອາເມຣິກາ (USP PQM). ໂດຍຜ່ານໂຄງການດັ່ງກ່າວ ໃນໄລຍະຜ່ານມາໄດ້ໃຫ້ການຊ່ວຍເຫລືອດ້ານງົບປະມານ ແລະ ວິຊາການ ແກ່ວຽກງານຮັບປະກັນຄຸນນະພາບ ແກ່ບັນດາປະເທດລຸ່ມແມ່ນໍ້າຂອງ, ສໍາລັບ ສປປ ລາວ ໄດ້ຮັບການຊ່ວຍເຫລືອແຕ່ປີ 2003 ເປັນຕົ້ນມາ ໂດຍສະເພາະການສ້າງຄວາມເຂັ້ມແຂງ ແກ່ວຽກງານຕິດຕາມກວດກາຄຸນນະພາບຢາ ແລະ ວຽກງານວິໄຈຢາ ໂດຍການ ສະໜອງງົບປະມານໃນການລົງກວດກາຄຸນນະພາບຢາຢູ່ທ້ອງຕະຫລາດ, ສະໜອງອຸປະກອນໃນການກວດກາວິໄຈຢາ ໃຫ້ແກ່ຫ້ອງວິໄຈຂັ້ນສູນກາງ, ນະຄອນຫລວງ ແລະ 4 ແຂວງ ພາກໃຕ້, ສະໜອງເຕັກນິກໂດຍຈັດການຈັດອົບຮົມໃຫ້ແກ່ພະນັກງານຂັ້ນສູນກາງ ແລະ ແຂວງ ກ່ຽວກັບວຽກງານທົດສອບວິໄຈຢາ.

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA