ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ການສືບຕໍ່ຈັດຕັ້ງຜັນຂະຫຍາຍດຳລັດ155/ນຍກ່ຽວກັບການ ສົ່ງເສີມການນຳໃຊ້ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 21/11/2015

ບົດຂ່າວໂດຍ: ວົງຕະກຸນ ສົມສະໝຸດ, ພະແນກຄຸ້ມຄອງຢາພື້ນເມືອງ ກົມອາຫານ ແລະ ຢາ

          ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍດຳລັດ155/ນຍ ກ່ຽວກັບການສົ່ງເສີມການນຳໃຊ້ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ ແລະ ເພື່ອສືບຕໍ່ໃຫ້ມີການເພີ່ມທະວີຮ່ວມມືກັບບັນດາຂະແໜງການທີ່ກ່ຽວຂ້ອງກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດທີ່ເປັນຢາ ໄດ້ຖືກອະນຸລັກ ໃຫ້ຄົງຢູ່ຕະຫລອດໄປ. ດັ່ງນັ້ນ, ກົມອາຫານ ແລະ ຢາ ໂດຍການສົມທົບກັບຂະແໜງອາຫານ ແລະ ພະແພກສາທາລະນະສຸກ ແຂວງ ໄດ້ຈັດປະຊຸມສໍາມະນາ ຂຶ້ນທີ່ແຂວງ ຫລວງນໍ້າທາ 4-6 ພະຈິກ ເຊິ່ງຈຸດປະສົງເພື່ອ:

-      ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດດຳລັດ 155/ນຍ. ກ່ຽວກັບການສົ່ງເສີມການນຳໃຊ້ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ.

-      ເພື່ອອົບຮົມ-​ຍົກລະດັບຄວາມຮູ້ໃຫ້ພະນັກງານປະຈຳດ່ານແລະ ບັນດາພາກສ່ວນກ່ຽວຂ້ອງສາມາດເຂົ້າໃຈແລະ ຮັບຮູ້ໄດ້ກ່ຽວກັບບັນຊີຕົ້ນໄມ້ເປັນຢາ 50 ລາຍການ​ ​​ເພື່ອຜັນຂະຫຍາຍໃນການຈັດຕັ້ງປະຕິບັດການຕິດຕາມ, ກວດກາ, ອະນຸມັດນຳເຂົ້າ-ສົ່ງອອກຂອງບັນດາ ຫົວໜ່ວຍເຄື່ອນໄຫວທຸລະກິດດ້ານຢາພື້ນເມືອງໃຫ້ຖືກຕ້ອງ​ ​ແລະ ໄປຕາມລະບຽບການທີ່ວາງອອກ.

-      ເພື່ອແລກປ່ຽນຄວາມຄິດເຫັນ ແລະ ຂໍ້ສະເໜີຕໍ່ວຽກງານດັ່ງກ່າວໃຫ້ຮັບຄວາມຮ່ວມມືປະສານງານລະຫວ່າງກະຊວງສາທາລະນະສຸກ-ອົງການກ້ຽວຂ້ອງໃນການຄຸ້ມຄອງກວດກາໃຫ້ຮັດກຸມ ແລະ ດີກ່ວາເກົ່າ

-      ເພື່ອຊຸກຍູ້​ບັນດາ​ພາກສ່ວນ​ຕ່າງໆ ທີ່​ດຳ​ເນີນ​ທຸລະ​ກິດ ດ້ານ​ຢາ​ພື້ນ​ເມືອງ ​ໃຫ້​ປະຕິບັດ​ຕາມ​ລະບຽບກົດ​ໜາຍ​ທີ່​ວາງ​ອອກ, ​ໃຫ້​ມີ​ການ​ປະສານ​ງານ​ລະຫວ່າງ​ຂະ​​ແໜງການທີ່​ກ່ຽວຂ້ອງ​ໃຫ້​ຖືກຕ້ອງ ​ແລະ ສົ່ງ​ເສີມ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ​ໃຫ້​ກາຍ​ເປັນ​ສິນ​ຄ້າ​ເສດຖະກິດ​ຂອງ​ປະ​ເທດ, ນຳ​ໃຊ້​ຊັບພະຍາກອນ​ ເຂົ້າ​ມາ​ປິ່ນປົວ​ຮັກສາ​ໃນ​ບັນດາ​ຕາໜ່າງສາທາລະນະ​ສຸກ, ນຳ​ໃຊ້ ​ແລະ ​ປົກ​ປັກ​ຮັກສາ​ໃຫ້​ມີ​ລັກສະນະ​ແບບ​ຍືນ​ຍົງ.

          ຜົນໄດ້ຮັບຂອງກອງປະຊຸມຄັ້ງນີ້ ບັນດາ​ຜູ້​ເຂົ້າ​ຮ່ວມ​ອົບຮົມ​ໃນ​ສາມາດ​ຮັບ​ຮູ້​ໄດ້ ​ແລະ ມີ​ຄວາມ​ເຂົ້າ​ໃຈ​ເລິ່ງເຊິ່ງຂຶ້ນ ເຖິງຄວາມສໍາຄັນຂອງພືດທີ່ເປັນຢາ ໂດຍສະເພາະພືດທີ່ນອນຢູ່ໃນບັນຊີ​ພືດ​ເປັນ​ຢາ ​ໃນ​ຈໍານວນ 50 ລາຍການ. ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຮູ້ ແລະ ເຂົ້າໃຈຕື່ມເຖິງລະບຽບການຕ່າງໆ ທີ່ກ່ຽວຂ້ອງ  ແລະ ຂະບວນການ ກວດກາ, ຄວບຄຸມການ​ນໍາ​ເຂົ້າ-​ສົ່ງ​ອອກຊັບພະຍາກອນທໍາມະຊາດການທີ່​ເປັນ​ຢາປະຈຳ​ດ່ານ ​ແລະຈະ​ມີ​ຄວາມ​​ເປັນ​ເອກະ​ພາບ, ສໍາລັບການປະຕິບັດຮ່ວມ​ນຳຂະ​ແໜງ​ການ​ທີ່​ກ່ຽວຂ້ອງໃນຕໍ່ຫນ້າ.

          ພາຍຫລັງສໍາເລັດກອງປະຊຸມຄັ້ງນີ້ແລ້ວ ກົມອາຫານ ແລະ ກະຊວງສາທາລະນະສຸກ ຈະໄດ້ສືບຕໍ່ຈັດຕັ້ງກອງປະຊຸມໃນແຂວງອື່ນໆອີກ ເຊັ່ນ: ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA