ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມຄະນະຂອງຄະນະກຳມະການວິຊາຊີບເພສັຊກັມປະຈຳເດືອນ ມັງກອນ 2024
ປະກາດໂດຍ: ກີລາ ບູນປະເສີດ, ວັນທີ: 22/01/2024

ກອງປະຊຸມຄະນະຂອງຄະນະກຳມະການວິຊາຊີບເພສັຊກັມປະຈຳເດືອນ ມັງກອນ 2024

ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາຂ່າວສານ ກົມອາຫານ ແລະ ຢາ

        ໃນຕອນເຊົ້າຂອງວັນທີ 17 ມັງກອນ 2024 ໄດ້ມີການຈັດກອງປະຊຸມຄະນະກໍາມະການວິຊາຊີບເພສັຊກັມປະຈຳເດືອນ ມັງກອນ 2024. ໂດຍການເປັນປະທານຂອງ ທ່ານ ອາຈານຖະໜອມ ອິນສານ ຫົວໜ້າຄະນະກຳມະການວິຊາຊີບເພສັຊກັມ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ຮອງສາດສະດາຈານ ດຣ ອຸທິບ ສູນທະວົງ ຮອງຄະນະກຳມະການວິຊາຊີບເພສັຊກັມ ທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ, ອຈ.ສຸນັນທາ ສຸວັນລາສີ ຄະນະບໍດີຄະນະເພສັຊສາດ, ຄະນະ ແລະ ກອງເລຂາກອງປະຊຸມຈາກ ກົມອາຫານ ແລະ ຢາ ແລະ  ມະຫາວິທະນາໄລວິທະຍາສາດສຸຂະພາບ ເຊິ່ງກອງປະຊຸມໄດ້ຈັດຢູ່ຫ້ອງປະຊຸມກະຊວງສາທາລະນະສຸກຊັ້ນ 05 ລວມທັງໝົດ 11 ທ່ານ.

  

        ຈຸດປະສົງຂອງກອງປະຊຸມ ເພື່ອສົນທະນາ ປຶກສາຫາລື ແລະ ກະກຽມຄວາມພ້ອມກ່ຽວກັບແຜນວຽກທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າມີດັ່ງນີ້:  ເພື່ອກະກຽມທີຈະຈັດຕັ້ງປະຕິບັດການສອບເສັງລະດັບຊາດເອົາໃບອະນຸຍາດເຄື່ອນໄຫວວິຊາຊີບຂອງເພສັດຊະກຳ ສປປ ລາວ, ກະກຽມໃນການຈັດກອງປະຊຸມອອກໃບທະບຽນວິຊາຊີບເພສັດຊະກຳ ໃຫ້ຜູ້ທີ່ຈະບໍ່ໄດ້ສອບເສັງລະດັບຊາດ, ສຳຫຼວດຄວາມຄິດເຫັນ ແລະ ເພື່ອສ້າງຫຼັກສູດໃຊ້ອົບຮົມເພສັດຊະກອນ ສປປ ລາວຂອງຄະນະວິຊາຊີບເພສັດຊະກຳ, ສ້າງຫຼັກສູດທີ່ຈະໃຊ້ອົບຮົມເພສັດຊະກອນ ສປປ ລາວ ຂອງຄະນະວິຊາຊີບເພສັດຊະກຳ, ຝຶກອົບຮົມ ໃຫ້ແກ່ ຄຸ-ອາຈານ ແລະ ຄະນະກໍາມະການທີ່ຈະອອກຂໍ້ສອບເສັງ ໃນການອອກຂໍ້ສອບແບບ MCQ, ແລກປ່ຽນບົດຮຽນໃນການຈັດການສອບເສັງລະດັບຊາດແບບ OSPE ກັບປະເທດອ້ອມຂ້າງ ແລະ ຍັງໄດ້ສົນທະນາຖາມຕອບກັນເພື່ອສ້າງຄວາມເຂົ້າໃຈວຽກງານທີ່ຈະຈັດຕັ້ງປະຕິບັດ.      ກອງປະຊຸມໄດ້ຕົກລົງເປັນເອກະພາບກ່ຽວກັບບົດສະຫຼຸບການເຄື່ອນໄຫວວຽກງານໃນວຽກງານປີ 2023 ແລະ ແຜນການເຄື່ອນໄຫວໃນປີ 2024, ຮັບຮອງກ່ຽວກັບຂີດຄວາມສາມາຂອງເພສັຊກອນລາວ, ຮັບຮອງຈັນຍາບັນຂອງເພສັຊກອນລາວເພື່ອກະກຽມປະກາດໃຊ້ຢ່າງເປັນທາງການ. ຈາກນັ້ນທ່ານປະທານໄດ້ມີຄຳເຫັນ ແລະ ໃນກອງປະຊຸມໄດ້ເຫັນດີເປັນເອກະພາບທີ່ຈະຕ້ອງໄດ້ຈັດປະຊຸມອານຸກໍາມະການກ່ອນເພື່ອທີ່ຈະລົງເລິກໜ້າວຽກທີ່ກ່ຽວຂ້ອງ ເຊັ່ນ: ການອອກໃບທະບຽນວິຊາຊິບ ຫຼື ວ່າການສອບເສັງລະດັບຊາດ, ໃຫ້ຜູ້ຮັບຜິດຊອບເບິ່ງກິດຈະກຳທີ່ສໍາຄັນຈະຕ້ອງໄດ້ປະຕິບັດກ່ອນ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA