ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມ ແລະ ພິທີພົບປະແລກປ່ຽນບົດຮຽນດ້ານການຢາ-ການແພດພື້ນເມືອງ ແລະ ອວຍພອນເນື່ອງໃນວັນທີ 20 ມັງກອນ ຄົບຮອບ 75 ປີ
ປະກາດໂດຍ: ກີລາ ບູນປະເສີດ, ວັນທີ: 22/01/2024

ກອງປະຊຸມ ແລະ ພິທີພົບປະແລກປ່ຽນບົດຮຽນດ້ານການຢາ-ການແພດພື້ນເມືອງ

ແລະ ອວຍພອນເນື່ອງໃນວັນທີ 20 ມັງກອນ ຄົບຮອບ 75 ປີ

ນຳສະເໜີບົດຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ

          ກົມອາຫານ ແລະ ຢາ ພ້ອມດ້ວຍສາຍແຜນງານ ອາຫານ ແລະ ຢາ ໄດ້ຈັດກອງປະຊຸມ ແລະ ພິທີພົບປະແລກປ່ຽນບົດຮຽນດ້ານການຢາ-ການແພດພື້ນເມືອງ ແລະ ອວຍພອນເນື່ອງໃນວັນທີ 20 ມັງກອນ ຄົບຮອບ 75 ປີ ໃນວັນທີ 18 ມັງກອນ 2024 ທີ່ ສະຖາບັນການຢາ-ການແພດພື້ນເມືອງກອງທັບ. ກອງປະຊຸມພົບປະຄັ້ງນີ້ ໄດ້ຮັບກຽດຕ້ອນຮັບ ແລະ ເປັນປະເປັນປະທານຂອງທ່ານ ພົນຈັດຕະວາ ຄຳແພງ ພູມມະແກ້ວ ຫົວໜ້າກົມເສນາຮັກ ຄະນະພັກກົມໃຫຍ່ພະລາທິການກອງທັບ, ມີທ່ານ ພັນເອກ ພູເຂົາ ທະນູສອນ ຫົວໜ້າການທະຫານ ຄະນະປະຈຳພັກສະຖາບັນການຢາ-ການແພດພື້ນເມືອງກອງທັບ ແລະ  ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ຄະນະພັກກະຊວງສາທາລະນະສຸກ ເປັນຄະນະປະທານ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີ, ຄະນະສະຖາບັນການແພດ ແລະ ການການຢາພື້ນເມືອງ, ຄະນະກອງກວດກາອາຫານ ແລະ ຢາ, ຄະນະສູນວິໄຈອາຫານ ແລະ ຢາ ແຫ່ງຊາດ, ຄະນະເພສັຊສາດ (ມະຫາວິທະຍາໄລ ວິທະຍາສາດສຸຂະພາບ),​ ຄະນະອຳນວຍການ ໂຮງງານຜະລິດຢາເລກ 2, ໂຮງງານຜະລິດຢາເລກ 3, ວິຊາການສູນສະ ໜອງຢາ-ອຸປະກອນການແພດ, ຄະນະກົມ, ຫົວໜ້າພະແນກ ແລະ ວິຊາການຈາກ ກົມອາຫານ ແລະ ຢາ, ແລະ ຄະນະພ້ອມດ້ວຍວິຊາການພາຍໃນສະຖາບັນການຢາ-ການແພດພື້ນເມືອງກອງທັບເຂົ້້າຮ່ວມລວມທັງໝົດ 51 ທ່ານ..

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນດ້ານການຢາ-ການແພດພື້ນເມືອງ ໂດຍສະເພາະກ່ຽວກັບພາລະບົດບາດໜ້າທີ່ ຂອງແຕ່ລະພາກສ່ວນ ເພື່ອສ້າງຄວາມເຂົ້າໃນຕື່ມ ກ່ຽວກັບວຽກງານຂອງສອງຝ່າຍ ໃຫ້ດີຍິ່ງຂຶ້ນ. ໃນການຢ້ຽມຢາມຄັ້ງນີ້ ທຸກພາກສ່ວນຂອງສາຍແຜນງານອາຫານ ແລະ ຢາ ໄດ້ຖືໂອກາດມອບກະຕ່າຂອງຂວັນ ແລະ ເຄື່ອງໃຊ້ຈໍານວນໜຶ່ງ ອວຍພອນເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ (ວັນທີ 20 ມັງກອນ) ຄົບຮອບ 75 ປີ. ຫຼັງຈາກສໍາເລັດພິທິແລ້ວ ການນໍາຂອງກົມເສນາຮັກ ແລະ ສະຖາບັນການແພດການຢາພື້ນເມືອງ 104 ກອງທັບ ກໍ່ໄດ້ ນໍາພາຄະນະຜູ້ແທນຂອງສາຍແຜນກງານອາຫານ ແລະ ຢາ ເດີນທາງໄປຢ້ຽມຊົມໂຄງການກໍ່ສ້າງໂຮງງານຜະລິດຢາ ທີ່ ບ້ານຊຽງດາ, ເມືອງໄຊເຊດຖາ ແລະ ໄປຢ້ຽມຊົມໂຄງການກໍ່ສ້າງໂຮງງານຜະລິດຢານໍ້າສັກສົ່ງ ແລະ ຢາສາກົນ ທີ່ ບ້ານໜອງຍາວ.

 

 

          

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA