ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມຜ່ານຮ່າງປັບປຸງບັນຊີຢາຈຳເປັນຂັ້ນພື້ນຖານແຫ່ງຊາດ ສະບັບທີ IX
ປະກາດໂດຍ: ກີລາ ບູນປະເສີດ, ວັນທີ: 25/01/2024

ກອງປະຊຸມຜ່ານຮ່າງປັບປຸງບັນຊີຢາຈຳເປັນຂັ້ນພື້ນຖານແຫ່ງຊາດ ສະບັບທີ IX

ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ

          ວັນທີ 23 ມັງກອນ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຜ່ານຮ່າງປັບປຸງບັນຊີຢາຈຳເປັນຂັ້ນພື້ນຖານແຫ່ງຊາດ ສະບັບທີ 9 ຢູ່ທີ່ກະຊວງສາທາລະນະສຸກ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ ສຸລິສັກ ສູນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ສະຖາບັນການແພດ-ການຢາພື້ນເມືອງ, ແພດຊ່ຽວຊານຈາກບັນດາໂຮງໝໍສຸນກາງ ແລະ ວິຊາການທີ່ກ່ຽວຂ້ອງຈາກ ກົມອາຫານ ແລະ ຢາ ລວມທັງໝົດ 21 ທ່ານ.

  

          ກອງປະຊຸມໃນຄັ້ງນີ້ ໄດ້ຜ່ານບັນດາລາຍການຢາ ໃນໝວດທີ 25 ຢາຈຳພວກນໍ້າທົດແທນ, ແຮ່ທາດ ແລະ ດຸ່ນດ່ຽງ, ໝວດທີ 26 ຢາຈໍາພວກວິຕາມິນ ແລະ ເກືອແຮ່, ໝວດທີ 27 ຢາຈໍາພວກຫູ, ດັງ ແລະ ຄໍ ແລະ ໝວດຢາພື້ນເມືອງ. ໃນກອງປະຊຸມໄດ້ປຶກສາຫາລືກ່ຽວກັບການສະເໜີ ຕັດ ແລະ ເພີ້ມບາງລາຍການຢາ ເພື່ອໃຫ້ສອດຄ່ອງກັບການນຳໃຊ້ໃນປະຈຸບັນ. ການປຶກສາຫາລື ແລະ ຄົ້ນຄ້ວາບັນດາລາຍການຢາ ແມ່ນອີງໃສ່ປະສິດທິພາບ, ຄວາມປອດໄພ, ເປັນຢາດ່ຽວທີ່ມີຊື່ເອກະພາບສາກົນ ແລະ ສະພາບການເປັນພະຍາດໃນປະຈຸບັນ ເພື່ອບັນຈຸໃສ່ບັນຊີຢາຈຳເປັນຂັ້ນພື້ນຖານ ໃນສະບັບທີ 10. ຈາກນັ້ນ ທ່ານປະທານມີຄຳເຫັນຕໍ່ກອງປະຊຸມ ແລະ ໄດ້ກ່າວຊົມເຊີຍບັນດາທ່ານທີ່ສຸ່ມແນວຄວາມຄິດ ປະກອບຄໍາຄິດຄໍາເຫັນເຫັນໃສ່ໃນປື້ມບັນຊີຢາພື້ນຖານແຫ່ງຊາດດ້ວຍຄວາມເອົາໃຈໃສ່ ແລະ ເຮັດໃຫ້ກອງປະຊຸມໄດ້ຮັບຜົນສຳເລັດໄປດ້ວຍດີ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA