ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
7 ວິຊາຊີບທີ່ເປີດເສລີໃນກຸ່ມະຊາຄົມເສດຖະກິດອາຊຽນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 26/11/2015


7 ວິຊາຊີບທີ່ເປີດເສລີໃນກຸ່ມະຊາຄົມເສດຖະກິດອາຊຽນ

 ຈາກຜົນໄດ້ຮັບ ຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 9 ທີ່ ເກາະບາຫລີ ປະເທດອິນໂດເນເຊຍ ໄດ້ກໍານົດ ໃຫ້ສ້າງຂໍ້ຕົກລົງຍອມຮັບຮ່ວມກັນ (Mutual Recognition Agreement: MRAs) ດ້ານທຸລະກິດການບໍລິການໂດຍສະເພາະອະນຸຍາດໃຫ້ມີການເຄື່ອນຍ້າຍນັກວິຊາຊີບ, ແຮງງານ, ຊ່ຽວຊານ ຫລື ຜູ້ທີມີຄວາມສາມາດ ພິເສດຂອງອາຊຽນ ໄດ້ຢ່າງເສລີ ດັ່ງລຸ່ມນີ້:

  1. ວິຊາຊີບກ່ຽວກັບການຮັກສາ ຫລື ການແພດ ( medical service)
  2. ວິຊາຊີບພະຍາບານ (nursing service)
  3. ວິຊາຊີບກ່ຽວກັບທັນຕະກໍາ (dental service)
  4. ວິຊາຊີບດ້ານວິສະວະກໍາ (engineering service)
  5. ວິຊາຊີບດ້ານ ສະຖາປັດຕະຍະກໍາ (architecture service)
  6. ວິຊາຊີບດ້ານ ການສໍາຫລວດ ຫລື ນັກສໍາຫລວດ (surveying qualification)
  7. ວິຊາຊີບບັນຊີ (accountancy service)

          ນອກຈາກນີ້ກອງປະຊຸມຍັງໄດ້ມີການສະເຫນີ ໃຫ້ເພີ້ມວິຊາຊີບດ້ານການໂຮງແຮມ ແລະ ການທ່ອງທ່ຽວເຂົ້ານໍາ ໂດຍກໍາລັງຢູ່ໃນຂັ້ນ ການພິຈາລະນາ, ປະເທດສະມາຊິກອາຊຽນ 9 ໃນ 10 ປະເທດໄດ້ລົງນາມຍອມຮັບຂໍສະເຫນີດັ່ງກ່າວ ເປັນທີ່ຮຽບຮ້ອຍແລ້ວ ເຊິ່່ງຍັງເຫລືອພຽງແຕ່ປະເທດໄທ ເທົ່ານັ້ນທີ່ຍັງບໍ່ໄດ້ລົງນາມ ເຊິ່ງຍັງຕິດຄາ ກ່ຽວກັບລະບຽບການພາຍໃນຂອງປະເທດ.

          ການເຊື່ອມໂຍງດ້ານອາຊຽນດ້ານເສດຖະກິດອາຊຽນ ທີ່ຕິດພັນກັບຂະແໜງການສາທາາລະນະສຸກ  ພາຍໃຕ້ຄະນະກໍາມະການ ທີ່ປຶກສາອາຊຽນ ມາດຕະຖານ  ແລະ ຄຸນນະພາບ ເຊິ່ງປະເທດສະມາຊິກ ໄດ້ຕົກລົງຍອມຮັບຮ່ວມກັນ ມີ: ຂໍ້ຕົກລົງຍອມຮັບຮ່ວມດ້ານ ການຜະລິດຢາທີ່ດີ; ດ້ານເຄື່ອງສໍາອາງ ແລະ ດ້ານອຸປະກອນການແພດ ເຊິ່ງປະຈຸບັນບັນດາປະເທດສະມາຊິກ ໄດ້ກໍາລັງຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງສະບັບດັ່ງກ່າວ.

 

ບົດຂ່າວໂດຍ: ສຸກສົມຄວນ ຈັນທະມາດ

ແຫລ່ງຂໍໍ້ມູນຂ່າວຈາກ ເວບໄຊ ຂອງອາຊຽນ: Website: www.asean.org

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA