ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການຊໍາລະສະສາງ ທໍາລາຍຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 11/01/2016

ບົດຂ່າວໂດຍ: ນາງ ພຸດທະວັນ ອິນລໍຄໍາ ຮອງຫົວໜ້າພະແນກຢາຫລວງ

ກອງ​ປະຊຸມ​ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການຊໍາລະສະສາງ ທໍາລາຍຢາ ແລະ ຜະລິດຕະພັນການແພດ ໄດ້​ເປີດ​ຂຶ້ນ ​ໃນຕອນ​ເຊົ້າ ​ຂອງ​ວັນ​ທີ 08 ມັງກອນ 2016 ທີ່ ຫ້ອງປະຊຸມຂອງ ໂຮງແຮມ ລາວ ພລາຊາ ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ດຣ. ສີ​ວົງ ​ແສງ​ອາ​ລຸນ​ເດດ ຮອງ​ຫົວໜ້າ​ກົມ​ອາຫານ ​ແລະ ຢາ. ກອງປະຊຸມໄດ້ມີບັນດາແຂກເຂົ້າຮ່ວມ ຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເຊັ່ນ: ກົມ​ຈັດ​ຕັ້ງ-ພະນັກງານ, ກົມ​ອາ​ນາ​ໄມ ​ແລະ ສົ່ງ​ເສີມ​ສຸຂະພາບ, ກົມ​ປິ່ນປົວ, ກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່, ກົມ​ກວດກາ, ບັນດາຜູ້ຕາງໜ້າ ຈາກ ​5 ໂຮງໝໍສູນ​ກາງ, ກອງ​ກວດກາ​ອາຫານ ​ແລະ ຢາ, ຫ້ອງການ​ກອງ​ທຶນ​ໂລກ, ສູນ​ສະໜອງ​ຢາ-ອຸປະກອນ​ການ​ແພດ, ສູນ​ວິ​ໄຈ​ອາຫານ ​ແລະ ຢາ, ສູນ​ຕ້ານ​ເອດ​ສ໌ ​ແລະ ພະຍາດ​ຕິດ​ຕໍ່, ສູນ​ໄຂ້ຍຸງ ​ແມ່​ກາ​ຝາກ ​ແລະ ​ແມງ​ໄມ້, ສູນ​ວັນນະ​ໂລກ, ສູນ​ອະນາ​ໄມ​ສິ່ງ​ແວດ​ລ້ອມ ​ແລະ ຈັດ​ຫາ​ນ້ຳ​ສະອາດ, ຜູ້ຕາງໜ້າ​ຈາກ​ອົງການ​ອະນາ​ໄມ​ໂລກ  ພ້ອມ​ດ້ວຍ​ຫົວໜ້າ​ພະ​ແນ​ກ, ຮອງ​ພະ​ແນ​ກ ​ແລະ ວິຊາ​ການ​ພາຍ​ໃນ​ກົມ​ອາຫານ ​ແລະ ຢາ, ລວມທັງ​ໝົດ: 40 ທ່ານ.        ​ຈຸດປະສົງ ຂອງກອງປະຊຸມ ເພື່ອປຶກສາຫາລື ແລະ ລະດົມຄໍາຄິດຄໍາເຫັນຈາກທຸກພາກສ່ວນທີ່ກ່ຽວຂ້ອງ ປະກອບເຂົ້າໃສ່ກັບຮ່າງ ຂໍ້ຕົກລົງສະບັບດັ່ງກ່າວ ເພື່ອໃຫ້ມີເນື້ອ ແລະ ຮູບການມີຄວາມສົມບູນ ແລະ ເປັນເອກະພາບ.

ການສ້າງຂໍ້ຕົກລົງ ວ່າດ້ວຍການຊໍາລະ ສະສາງ ຢາ ແລະ ຜະລິດຕະພັນການແພດ ແມ່ນການຂະຫຍາຍເນື້ອໃນ ມາດຕາ 26 ຂອງ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບ ນໍາໃຊ້ປະຈຸບັນ ເຊິ່ງ ເນື້ອໃນມາດຕາ ໄດ້ກໍານົດ ກ່ຽວກັບການເກັບຮັກສາ ແລະ ການທໍາລາຍ ຊຶ່ງຂະແໜງສາທາລະນະສຸກ ຈະຕ້ອງໄດ້ກໍານົດເງື່ອນໄຂ ລະອຽດສະເພາະ ເພື່ອຮັບປະກັນ ຄຸນນະພາບຂອງຜະລິດຕະພັນ ແລະ  ຕາມຫລັກການ ເພື່ອຫລີກລ້ຽງ ຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ.  

ກອງປະຊຸມໄດ້ດໍາເນີນເປັນເວລາ 1 ມື້ເຕັມ ຊຶ່ງໄດ້ຮັບຜົນສໍາເລັດລຸລ່ວງໄປດ້ວຍດີ ຕາມຈຸດປະສົງ ແລະ ຄາດໝາຍ. ຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດຄໍາເຫັນທີ່ອຸດົມສົມບູນ ແລະ ເປັນປະໂຫຍດຢ່າງຫລວງຫລາຍ ໃສ່ໃນຮ່າງສະບັບດັ່ງກ່າວ ທາງດ້ານເນື້ອໃນ, ຮູບການ ຊຶ່ງ​ກອງ​ເລຂາ ແລະ ຄະນະອະນຸກໍາມະການຮ່າງຈະສືບຕໍ່ນໍາໄປ ປັບປຸງຄືນ ຕາມເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ທີ່​ໄດ້​ປະກອບ​ໃສ່​ ແລະ ​ນຳ​ສະ​ເໜີ​ຂໍ​ຮັບຮອງ​ຈາກ​ຂັ້ນ​ເທິງ​ຕາມ​ລຳດັບ.

ຈຸດປະສົງຂອງຂໍ້​ຕົກລົງ​ດັ່ງກ່າວ​ນີ້ ໄດ້​ກຳນົດ ​ຫຼັກການ, ລະບຽບ​ການ ​ໃນ​ການ​ຄຸ້ມ​ຄອງ, ປະສານ​ງານ ​ແລະ ດຳ​ເນີນ​ຂັ້ນ​ຕອນ​ໃນ​ການຈັດ​ຕັ້ງ​ປະຕິບັດຊຳລະ​ສະ​ສາງ ທຳລາຍ​ຢາ ​ແລະ ຜະລິດ​  ຕະພັນ​ການ​ແພດ ​ທີ່​ໝົດ​ອາຍຸ, ປອມ​ແປງ, ​ເຊື່ອມ​ຄຸນ​ນະພາ​ບ, ສິ່ງ​ເສດ​ເຫຼືອ ​ແລະ ​ໃຊ້​ການ​ບໍ່​ໄດ້ ​    ໃຫ້​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດຖືກຕ້ອງ​ ຕາມ​ຫຼັກວິທີການຢ່າງ​ຖືກຕ້ອງ ​ແນ​ໃສ່​ຫຼີກ​ລ້ຽງ ​ຜົນ​ກະທົບ​ທີ່​ບໍ່​ດີ​ແກ່​ສຸຂະພາບ, ສິ່ງ​ແວດ​ລ້ອມ.

ກອງ​ປະຊຸມ​ຄັ້ງນີ້ ໄດ້ຮັບ​ການສະໜັບສະໜູນດ້ານງົບປະມານ ຈາກອົງການ ອະນາໄມໂລກ. 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA