ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ແຈ້ງການຂອງ ກອຢ ກ່ຽວກັບ ການເພີ່ມຈໍານວນລາຍການການວິໄຈນໍ້າດື່ມເພື່ອຕໍ່ທະບຽນ ທຸກໆ 2 ປີ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 27/01/2016

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະໍຊາທິປະໄຕ ເອກະພາບ ວັດທະນະຖາວອນ

===000===

ກະຊວງສາທາລະນະສຸກ

ກົມອາຫານ ແລະ ຢາ                                                                                         ເລກທີ 333/ກອຢ

                                                                                    ນະຄອນຫລວງວຽງຈັນ, ວັນທີ 22JAN 2016

 

ແຈ້ງການ

         

                       ເຖິີງ:    ພະແນກສາທາລະນະສຸກແຂວງ, ນະຄອນຫລວງ, ຂະແໜງອາຫານ ແລະ ຢາ, ເມືອງ, ຜູ້

                                    ປະກອບການທຸລະກິດຜະລິດນໍ້າດື່ມ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ

                         ເລື່ອງ:   ແຈ້ງການກ່ຽວກັລບ ການເພີ້ມຈໍານວນ ລາຍການວິໄຈນໍ້າດື່ມ ເພື່ອຕໍ່ທະບຽນ ໃນທຸກໆ 2 ປີ

 

-      ອີງຕາມ  ຂໍ້ຕົກລົງ ວ່າດ້ວຍນໍ້າດື່ມ ໃນຍພາສະນະບັນຈຸປິດ ສະບັບເລກທີ 585/ກຊສ, ລົງວັນທີ                  12/05/2006 ມາດຕາ 4 ແລະ ມາດຕາ 5;

-      ອີງຕາມ  ການປ່ຽນແປງ ຂອງສະພາບແວດລ້ອມ ແລະ ການຂະຫຍາຍຕົວຂອງອຸດສາຫະກໍາ ທີ ເພີ່ມຫລາຍຂຶ້ນໃນປະຈຸບັນ;

-      ອີງຕາມ ການຄົ້ນຄ້ວາ ທາງດ້ານວິຊາການ ແລະ ການເຫັນດີ ຂອງກົມອາຫານ ແລະ ຢາ.

 

       ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ມີຄວາມຍິນດີ ແຈ້ງມາຍັງທ່ານຊາບວ່າ:  ການວິໄຈນໍ້າດື່ມ ເພື່ອຕໍ່ທະບຽນ ແມ່ນຈະໄດ້ວິໄຈ ຄົບຊຸດ ຕາມການກໍານົດໄວ້ໃນ ຂໍ້ຕົກລົງວ່າດ້ວຍ ນໍ້າດື່ມ ໃນພາຊະນະບັນຈຸປິດສະບັບເລກທີ່ 585/ກຊສ, ລົງວັນທີ 12/05/2006, ມາດຕາ 4 ແລະ ມາດຕາ 5 ເພື່ອເປັນການຕິດຕາມ ທາດເບື່ອ ໂລຫະໜັກທີີ່ອາດຈະປົນເປື້ອນມານໍາແຫລ່ງນໍ້າ ແລະ ສາມາດ ມາປົນເປື້ອນໃສ່ກັບນໍ້າດື່ມໄດ້.

          ສໍາລັບ ການວິໄຈ ແລະ ການຕິດຕາມຄຸນນະພາບ ທຸກໆ 6 ເດືອນ ແມ່ນຍັງສືບຕໍ່ວິໄຈ 3 ລາຍການ ຕາມປົກກະຕີິຄື: Coliform, Ecoli, pH.

          ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຮ່ວມມືຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ຫົວໜ້າກົມອາຫານ ແລະ ຢາ

ສົມທະວີ ຈາງວິສົມມິດ

 

ກົດນີ້ເພື່ອເບິ່ງເອກະສານເພີ້ມເຕີມ

                                                                                                                                      

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA