ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມສຳມະນາກ່ຽວກັບບັນດາຄູ່ມືອາຊຽນກ່ຽວກັບ ການຂື້ນທະບຽນຜະລິດຕະສຸຂະພາບ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 09/02/2016

ຖະແຫລງການ ກຸລາລໍາເປີ ໃນກອງປະຊຸມ ສຸດຍອດອາຊຽນ ກ່ຽວກັບການສ້າງປະຊາຄົມອາຊຽນ ໄດ້ປະກາດໂດຍບັນດາຜູ້ນໍາອາຊຽນ ໃນລະຫວ່າງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27  ໃນວັນທີ 22 ທັນວາ 2015 ຊຶ່ງໄດ້ກໍານົດ ເອົາວັນທີ 31 ທັນວາ 2015 ເປັນມືຂອງການສ້າງຕັ້ງປະຊາຄົມອາຊຽນຢ່າງເປັນທາງການ. ນີ້ແມ່ນການສະແດງໃຫ້ເຫັນຜົນສໍາເລັດ ແລະ ບາດກ້າວທີ່ສໍາຄັນອັັນຍິ່ງໃຫຍ່ ທີ່ບັນດາປະເທດສໍາມະຊິກອາຊຽນ ໄດ້ຮ່ວມກັນອອກເຫື່ອເທແຮງຕະຫລອດ 20 ກ່ວາປີທີ່ຜ່ານມາ.  ໃນນັ້ນຄະນະທີ່ປຶກສາຂອງອາຊຽນ ດ້ານມາດຕະຖານ ແລະ ຄຸນນະພາບ (ASEAN Consultative Committee on Quality and Standard- ACCSQ) ໄດ້ຖືກສ້າງຂຶ້ນໃນປີ 1992 ໂດຍລັດຖະມົນຕີເສດຖະກິດອາຊຽນ ໄດ້ມີບົດບາດໜ້າທີ່ເປັນຈຸດໃຈກາງປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງໃນການ ໂດຍສະເພາະ ໜ່ວຍງານວິຊາການອາຊຽນ (Working group/Product wording group) ທີ່ຂຶ້ນກັບຕົນ ເຊັ່ນ: ໜ່ວຍງານ ເຄື່ອງສໍາອາງ (ASEAN Cosmetic Committee-ACC), ໜ່ວຍງານອຸປະກອນການແພດ (ASEAN Medical Device Committee-AMDC), ໜ່ວຍງານດ້ານຢາພື້ມເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ປະຕິບັດພາລະກິດ ໃນການຄົ້ນຄົ້ວການລຶບລ້າງສິ່ງກິດຂວາງທາງດ້ານເຕັກນິກ ແລະ ອໍານວຍຄວາມສະດວກໃຫ້ແກອາຊຽນ ໂດຍຜ່ານການເຊື່ອມໂຍງທາງດ້ານມາດຕະຖານ, ລະບຽບການທາງດ້ານເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄອງທີ່ກົມກ່ຽວກັນ.

          ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານເຊື່ອມໂຍງ ພາຍຫລັງ ເປັນປະຊາຄົມອາຊຽນ ທາງດ້ານເສດຖະກິດ  ນັບແຕ່ປີ 2015 (post AEC), ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໂດຍໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກ ໂຄງການກອງທຶນໂລກ ຮອບ RAI ໄດ້ຈັດຕັ້ງກອງປປະຊຸມສໍາມະນາວຽກງານດັ່ງກ່າວ ພາຍໃນໃນຫົວຂໍ້ "ກອງປະຊຸມສຳມະນາກ່ຽວກັບບັນດາຄູ່ມືການຂື້ນທະບຽນ ຜະລິດຕະພັນຢາ​, ອຸປະກອນການແພດ, ຢາພື້ນເມືອງ, ຜະລິດຕະ ພັນເສີມສຸຂະພາບ ແລະ ເຄື່ອງສຳອາງອາຊຽນ" ໃນເດືອນທີ່ຜ່ານມາ ໂດຍການເປັນປະທານເປີດໂດຍທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ. ກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມຈາກຫລາຍໆ ພາກສ່ວນ ທີ່ກ່ຽວຂ້ອງ ເປັນຕົ້ນ ບັນດາຫົວໜ່ວຍທຸລະກິດດ້ານການຜະລິດ, ການນໍາເຂົ້າຢາ ແລະ ຜະລິດຕະພັນການແພດ, ສູນວິໄຈອາຫານ ແລະ ຢາ, ສູນສະໜອງຢາ-ອຸປະກອນການແພດ, ກອງກວດກາອາຫານ ແລະ ຢາ ແລະ ມະຫາວິທະຍາໄລວິທະຍາສາດ-ສຸຂະພາບ ລວມທັງ​​ໝົດ 60 ທ່ານ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເຮັດໃຫ້ຜູ້ປະກອບການທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ໄດ້ຮັບຄວາມຮູ້ ແລະ ເຂົ້າໃຈເພີ້ມເຕີມກຽ່ວກັບບັນດາຄູ່ມືຂື້ນທະບຽນຢາຂອງອາຊຽນ.

          ໃນວາລະຂອງກອງປະຊຸມ ທ່ານດຣ. ລໍາພອນ ສີຫາຄັງ ຮອງຫົວໜ້າກົມອາຫານ ແລະ ຢາ ໄດ້ ຂຶ້ນສະເຫນີບົດ ກ່ຽວກັບກັບຄວາມເປັນມາ ແລະ ຄວາມຄືບໜ້າ ຂອງວຽກງານການເຊື່ອມໂຍງອາຊຽນ ພາຍໃຕ້ປະຊາຄົມເສດຖະກິດອາຊຽນ ໂດຍມີ ຄະນະກໍາມະການທີ່ປຶກສາອາຊຽນດ້ານມາດຕະຖານ ແລະ ຄຸນນະພາບ (ACCSQ) ນໍາພາວຽກງານດັ່ງກ່າວ ຊຶ່ງໄດ້ຮັບການພັດທະນາ ຈົນມາຮອດປະຈຸບັນ ບັນດາເອກະສານດ້ານນະໂຍບາຍຕ່າງໆ (Policy Documents) , ຂໍ້ຮຽກຮ້ອງທາງດ້ານທາງດ້ານເຕັກນິກ ແລະ ມາດຕະຖານ (Harmonization of standards and technical requirements), ຂໍ້ຕົກລົງ ຫລື ສັນຍາຮັບຮູ້ເຊິ່ງກັນ ແລະ ກັນ (Mutual Recognition Arrangements) ໄດ້ຖືກຮັບຮອງ ແລະ ມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ໂດຍບັນດາປະເທດສໍາມະຊິກ. ຫລັງຈາກນັ້ນ ກໍ່ໄດ້ມີວິທະຍາກອນ ຈາກໜ່ວຍງານຕ່າງໆ ທີ່ກ່ຽຂ້ອງ ຂອງກົມອາຫານ ແລະ ຢາ ໄດ້ຂຶ້ນສະເຫນີບົດກ່ຽວກັບຄູ່ມືຕ່າງໆ ໃນແຕ່ລະວຽກງານ ຄື:

1. ຄູ່ມືອາຊຽນ ກ່ຽວກັບ ຂໍ້ຮຽກຮ້ອງເອກະສານສາທາງດ້ານເຕັກນິກ ເພື່ອຂໍຈົດທະບຽນຢາ (ACTD/ACTR) ສະເຫນີໂດຍ ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າພະແນກຄຸ້ມຄອງຢາຫລວງ​ ແລະ ສະເຫນີບົດກ່ຽວກັບ ເອກະສານທິດນໍາຂອງອາຊຽນ ກ່ຽວກັບການຄຸ້ມຄອງອຸປະກອນການແພດ (ASEAN Medical Divide Directive-AMDD).

2. ຄູ່ມືອາຊຽນກ່ຽວກັບການປ່ຽນແປງ (ASEAN Veriations) ສະເຫນີໂດຍ ນາງ ວົງວຽງສາ ສິດທິເດດ, ວິຊາການພະແນກຄຸ້ມຄອງຢາຫລວງ; (ກອຢ);

3. ຄວາມຄືບໜ້າໃນການຮ່າງ MRA ກ່ຽວກັບ ການຈັດຕັ້ງປະຕິບັດ ຊີວະສົມມູນ (Bioequivalence-BE) ສະເຫນີໂດຍ ນາງ ພຸດທະວັນ ອິນລໍຄໍາ ຮອງຫົວໜ້າພະແນກຄຸ້ມຄອງຢາຫລວງ (ກອຢ);

4. ຄູ່ມືອາຊຽນ ກ່ຽວກັບການຄຸມຄອງເຄື່ອງສໍາອາງ, ສະເຫນີໂດຍ  ນາງ ວຽງມະນີ ລໍເບຼຍຢາວ, ວິຊາການພະແນກຄຸ້ມຄອງຢາເສບຕິດ, ເຄມີ ແລະ ເຄື່ອງສໍາອາງ (ກອຢ);

5. ບັນດາຂໍ້ຮຽກຮ້ອງຕ່າງໆ ກ່ຽວກັບວຽກງານຄຸ້ມຄອງ ຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ສະເຫນີໂດຍ ດຣ. ບຸນເລື່ອນ ດວງເດືອນ ຫົວໜ້າພະແນກຄຸ້ມຄອງຢາພື້ນເມືອງ (ກອຢ);

6. ແຜນຍຸດທະສາດກ່ຽວກັບວຽກງານມາດຕະຖານ ແລະ ຄວາມສອດຄ່ອງ ປີ 2025, ສະເຫນີໂດຍ ທ້າວ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າພະແນກບໍລິຫານ (ກອຢ).

            ກອງປະຊຸມ ໄດ້ດໍາເນີນໄປ ເປັນເວລາ 2 ມື້ເຕັມ, ນັກວິທະຍາກອນ ແລະ ຜູ້ເຂົ້າຮ່ວມ ໄດ້ມີການສົນທະນາແລກປ່ຽນ ຄໍາຄິດຄໍາເຫັນໃນແຕ່ລະຫົວຂໍ້ ໂດຍສະເພາະ ຂໍ້ສະດວກ ແລະ ສິ່ງທີ່ທ້າທາຍ ໃນການຈັັດຕັ້ງປະຕິບັດການເຊື່ອມໂຍງໃນແຕ່ລະວຽກງານ. ໃນຕອນທ້າຍຂອງກອງປະຊຸມ ທ່ານ ດຣ. ລໍາພອນ ສີຫາຄັງ ໄດ້ສະເຫນີຕື່ມ ກ່ຽວກັບ ທິດທາງ ແລະ ແຜນການຕໍ່ໜ້າ ຂອງວຽກງານອາຊຽນ ທີ່ຕິດພັນກັບ ຄຸ້ມຄອງວຽກງານອາຫານ ແລະ ຢາ ໂດຍສະເພາະ ການຈັດຕັ້ງປະຕິບັດ MRA ກ່ຽວກັບການຜະລິດທີ່ດີ ແລະ ອື່ນໆ ທີ່ໄດ້ຮັບຮອງເປັນເອກະພາບກັນແລ້ວ ຊຶ່ງ ກໍ່ເປັນການເພີ້ມໂອກາ ແລະ ກໍ່ຍັງເປັນສິ່ງທີ່ທ້າທາຍຫລາຍສໍາລັບ ສປປ ລາວ ນັບທັງພາກລັດ ແລະ ຜູ້ປະກອບການ ທີ່ຍັງມີເງື່ອນໄຂຈໍາກັດທາງດ້ານບຸກຄະລາກອນໃນການຄຸມຄອງ, ພື້ນຖານວັດຖຸເຕັກນິກ ໃນການຮອງຮັບການເຊື່ອມໂຍງ ໂດຍສະເພາະ ເພື່ອການສົ່ງອອກ ຜະລິດຕະພັນ.

          ກ່ຽວກັບວຽກງານການເຊື່ອມໂຍງອາຊຽນ, ຜົນສໍາເລັດໃນໄລຍະຜ່ານມາ ພາຍໃຕ້ຄະນະກໍາມະການທີ່ປຶກສາອາຊຽນດ້ານມາດຕະຖານ ແລະ ຄຸນນະພາບ ໄດ້ມີເອກະສານຕ່າງໆ ທີ່ຕິດພັນກັບ ນະໂຍບາຍຄຸ້ມຄອງ, ຂໍ້ຮຽກຮ້ອງທາງດ້ານມາດຕະຖານ-ເຕັກນິກ ແລະ ຂໍ້ຕົກລົງຮັບຮູ້ເຊິ່ງກັນແລະກັນ ທີ່ໄດ້ຮັບຮອງ ດັ່ງລຸ່ມນີ້:

i. ເອກະສານດ້າານນະໂຍບາຍ:

- ຄູ່ມືອາຊຽນກ່ຽວກັບມາດຕະຖານ, ລະບຽບການທາງດ້ານເຕັກນິກ ແລະ ຂັ້ນຕອນການປະເມີນາຄວາມສອດຄ່ອງ (ASEAN Guideline on Standards, Technical Regulations and Conformity Assessment Procedures (STRACAP)

- ຄູ່ມືອາຊຽນ ກ່ຽວກັບ ການປະເມີນຄວາມສອດຄ່ອງ ແລະ ການຮັບຮອງ (ASEAN Guideline on Accreditation and Conformity Assessments)

- ຄູ່ມືກ່ຽວກັບການພັດທະນາ MRA

- ຄູ່ມືອາຊຽນກ່ຽວກັບການເຊື່ອມໂຍງດ້ານມາດຕະຖານ (ASEAN Guideline on Harmonisation of Standards).

- ຄູ່ມື່ອື່ນໆ​ ທີ່ກ່ຽວຂ້ອງກັບຜະລິດຕະພັນ ອີເລັກໂຕຼນິກ...

ii. ການເຊື່ອມໂຍງດ້ານຂໍ້ຮຽກຮ້ອງທາງດ້ານມາດຕະຖານ ແລະ ເຕັກນິກ (Harmonization of Standards and Technical Requirement)

1. ເອກະສານທົ່ວໄປທາງດ້ານເຕັກນິກ ແລະ ຂໍ້ຮຽກຮ້ອງທົ່ວໄປຂອງອາຊຽນ ສໍາລັບການຈົດທະບຽນຜະລິດຕະພັນຢາ (ASEAN Common Technical Dossier (ACTD) and ASEAN Common Technical Requirement (ACTR)  in pharmaceutical)S

2. ເອກສານເຕັກນິກທົ່ວໄປ ເພື່ອຢື່ນຂໍຂຶ້ນທະບຽນ ດ້ານອຸປະກອນການແພດ (Common Submission Technical  Dossier (CSDT) in  medical device sector.

3. ການເຊື່ອມໂຍງ 19 ຂໍ້ຮຽກຮ້ອງ ທາງເຕັກນິກ ຂອງຄູ່ມືອາຊຽນດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ (Harmonization of all 19 technical requirements of the ASEAN Guideline on Traditional Medicines and Health Supplements.

4. ຂໍ້ຮຽກຮ້ອງອາຊຽນ ກ່ຽວກັບ ລະດັບສູງສຸດຂອງສານເພີ່ມໃນອາຫານ (ASEAN Maximum level on Food Additives).

5. ຂໍ້ຮຽກຮ້ອງທົ່ວໄປຂອງອາຊຽນກ່ຽວກັບການຄຸ້ມຄອງອາຫານ (ASEAN Common Food Control Requirement (ACFCR), ເຊິ່ງປະກອບມີ:

          - ຫລັກການພື້ນຖານຂອງອາຊຽນ ແລະ ຄູ່ມື ສໍາລັບລະບົບການຄຸ້ມຄອງອາຫານ ແຫ່ງຊາດ.

          - ຫລັກການທົ່ວໄປຂອງອາຊຽນ ກ່ຽວກັບກັບສຸຂະອານາໄມອາຫານ.

          - ຫລັກການພື້ນຖານຂອງອາຊຽນ ສໍາລັບການກວດກາ ແລະ ການຢັ້ງຢືນອາຫານນໍາເຂົ້າ-ສົ່ງອອກ.

          - ຄູ່ມືອາຊຽນກ່ຽວກັບການອອກແບບ, ການດໍາເນີນ, ການປະເມີນ, ການຢັ້ງຢືນຮັບຮອງ ການກວດກາ

          ອາຫານສົ່ງອອກ ແລະ ລະບົບການຢັ້ງຢືນ.

          - ຄູ່ມືອາຊຽນ  ສໍາລັບລະບົບການຄຸ້ມຄອງການນໍາເຂົ້າອາຫານ.

          - ຄູ່ມືກ່ຽວກັບການກວດກາ ແລະ ການຢັ້ງຢືນດ້ານສຸຂະອະນາໄມອາຫານ.

6. ແລະ ຂໍ້ຮຽກຮ້ອງສໍາລັບຜະລິດຕະພັນອື່ນໆ ເປັນຕົ້ນ ຜະລິດຕະພັນ ອີເລັກໂຕຼນິກ...

iii. ສັນຍາຮັບຮູ້ຊຶ່ງກັນ ແລະ ກັນ (Mutual Recognition Arragements)

1. ຂໍ້ຕົກລົງ ຫລື ສັນຍາຮັບຮູ້ ຊຶ່ງກັນ ແລະ ກັນ ກ່ຽວກັບການກວດກາໂຮງງານຜະລິດຢາ (ASEAN Sectoral MRA on GMP Inspection of Manufacturers on Medical Products)

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA