ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ຄະນະຜູ້ແທນສາທາລະນະສຸກ ເຂດປົກຄອງຕົນເອງ ກວາງຊີ ຈວງ, ສປ ຈີນ ຢ້ຽມຢາມລາວ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 10/02/2016

ການ​ມາ​ຢ້ຽ​ມຢາມ​ຂອງ​ຄະນະ​ຜູ້​ແທນ​ຈາກ​ຫ້ອງການ​ບໍລິຫານ​ຂອງ​ຄະນະ​ກຳມະການ​ດ້ານ​ສາທາລະນະ​ສຸກ ​ແລະ ການວາງ​ແຜນ​ຄອບຄົວ, ​ເຂ​ດປົກຄອງ​ຕົນ​ເອງ ກວາງຊີ ຈວງ, ສປ ຈີນ ​ແຕ່​ວັນ​ທີ 27-30 ມັງກອນ 2016

 

ບົດຂ່າວ: ດຣ. ບຸນເລື່ອນ ດວງເດືອນ

ໂດຍ​ຕອບ​ສະໜອງ​ການ​ເຊີນ​ຂອງທ່ານ​ຫົວໜ້າ​ຫ້ອງການ​ກະຊວງ​ສາທາລະນະ​ສຸກ ຄະ​ນະ​ຜູ້​ແທນ​ຈາກຫ້ອງການ​ບໍລິຫານ​ຂອງ​ຄະນະ​ກຳມະການ​ດ້ານ​ສາທາລະນະ​ສຸກ ​ແລະ ການວາງ​ແຜນ​ຄອບຄົວ, ​ເຂ​ດປົກຄອງ​ຕົນ​ເອງ ກວາງຊີ ຈວງ, ສປ ຈີນ ​​ໄດ້ນຳພາ​ທິມງານ​ທີ່​ປະກອບ​ດ້ວຍ​ຫຼາຍ​ພາກສ່ວນ​ເຊັ່ນ​ສວນພຶກສາສາດ​ຕົ້ນ​ໄມ້​ເປັນ​ຢາກ​ວາງ​ຊີ​​ເດີນ​ທາງ​ມາ​ຢ້ຽວຢາມ ​ແລະ ​ເຮັດ​ວຽກ​ຮ່ວມ​ກັບ​ກົມ​ອາຫານ ​ແລະ ຢາ, ຄະນະ​ເພສັຊສາດ ມະຫາວິ​ທະນາ​ໄລ​ວິທະຍາສາດ​ສຸຂະພາບ ​ແລ​ະ ສະ​ຖາ​ບັນ​ການ​ແພດ ​ແລະ ການ​ຢາ​ພື້ນ​ເມືອງແຕ່​ວັນ​ທີ 27-30 ມັງກອນ 2016. ຄະນະ​ຜູ້​ແທນ​ຈີນ​ໄດ້​ເຂົ້າ​ຢ້ຽມຄຳນັບ​ທ່ານ​ຫົວໜ້າ​ກົມ​ອາຫານ ​ແລະ ຢາ ​ຊຶ່ງ​ໄດ້​ຮັບ​ມອບ​ໝາຍ​ຈາກ​ການ​ນຳ​ກະຊວງ​ສາທາລະນະ​ສຸກ​ໃຫ້​ເປັນ​ຫົວໜ້າ​ຄະນະ​ຝ່າຍ​ລາວ​ເພື່ອ​ເຮັດ​ວຽກ​ກັບ​ຜູ້​ແທນ​ຈີນ ທັງ​ນີ້​ກໍ່ເພື່ອ​ແຈ້ງຈຸດປະສົງ​ຂອງ​ການ​ມາ​ເຄື່ອນ​ໄຫວ​ວຽກງານ​ໃນ​ຄັ້ງ​ນີ້​​ໃຫ້ແກ່​ທ່ານ​ຫົວໜ້າ​ກົມ​ອາຫານ ​ແລະ ຢາ​ໄດ້​ຮັບ​ຊາບ, ຫຼັ​ງຈາກ​ນັ້ນຄະນະ​ຜູ້​ແທນ​ດັ່ງ​ກ່າວ​ໄດ້​ໄປ​ພົບ​ປະ ​ແລະ ​ເຮັດ​ວຽກ​ຮ່ວມ​ກັບ​ຄະນະ​ເພສັຊສາດ ມະຫາວິທະຍາ​ໄລ​ວິທະຍາສາດ​ສຸຂະພາບ, ​ໃນ​ເວລາ​ຕໍ່​ມາຄະ​ນະ​ຜູ້​ແທນ​ຈິນ ກໍ​ໄດ້​ພົບ​ປະ​ເຮັດ​ວຽກກັບ​ຄະນະ​ນຳ​ຂອງ​ສະ​ຖາ​ບັນ​ການ​ແພດ ​ແລະ ການ​ຢາ​ພື້ນ​ເມືອງ, ​ໃນ​ການ​ພົບ​ປະກັນ​ລະຫວ່າງ​ຜູ້​ແທນ​ຈີນ ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຕ່າງໆ​ຂອງ​ລາວ ທັງ​

ສອງ​ຝ່າຍ​ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ​ໃຫ້​ກັນຊາ​ບ ພ້ອມ​ທັງ​ສະ​ເໜີ​ແນວ​ຄວາມ​ຄິດ​ທີ່​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ທາງ​ດ້ານ

​ວິຊາ​ການ​ໃນ​ຂົງ​ເຂດ ການ​ແພດ ​ແລ​ະ ການ​ຢາ​ພື້ນ​ເມືອງ, ການ​ພົບ​ປະ ​ແລະ ປຶກສາ​ຫາລື​ດຳ​ເນີນ​ໄປ​ພາຍ​ໃຕ້​ບັນຍາກາດ​ທີ່​ດີ ມີ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ ພ້ອມ​ທັງ​ແຈ້ງ​ເຈດ​ຈຳນົງ​ໃຫ້​ກັນ ຊາ​ບກ່ຽວກັບ​ຄວາມ​ປາດ​ຖະໜາ​ດີ​ທີ່​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ໃນ​ອະນາຄົດ.

​ນອກຈາກ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ ​ແລະ ​ແລກປ່ຽນ​ບົດຮຽນ​ກັນ​ແລ້ວ ຍັງ​ໄດ້​ມີ​ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ຫົວໜ້າສະ​ຖາ​ບັນ​ການ​ແພດ ​ແລະ ການ​ຢາ​ພື້ນ​ເມືອງ ກັບ​ຫົວ​ໜ້າ​ສວນພຶກສາສາດ​ຕົ້ນ​ໄມ້​ເປັນ​ຢາ ກວາງຊີ ຊຶ່ງ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ດຣ ສົມ​ທະວີ ຈາງ​ວິ​ສົມ​ມິດ ຫົວ​ໜ້າ​ກົມ​ອາຫານ ​ແລະ ຢາ ພ້ອມ​ດ້ວຍ​ຄະນະບໍດີ​ຄະນະ​ເພສັດ​ສາດ, ຜູ້ຕາງໜ້າ​ຈາກ​ກົມ​ປິ່ນປົວ, ຫົວໜ້າໜ້າພະ​ແນ​ກຄຸ້ມ​ຄອງ​ຢາ​ພື້ນ​ເມືອງ​ຂອງ​ກົມ​ອາຫານ ​ແລະ ຢາ ​ແລະ ຫົວໜ້າ​ສູນ ​ແລະ ພະ​ແນ​ກການ​ຕ່າງໆ​ຂອງ​ສະ​ຖາ​ບັນການ​ແພດ ​ແລະ ການ​ຢາ​ກໍ່​ໄດ້​ເຂົ້າ​ຮ່ວມ. ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ໄດ້​ວາງ​ຂອບ​ການ​ຮ່ວມ

​ມື​ແບບ​ກວ້າງໆ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ (1) ການ​ສົ່ງ​ເສີມ​ການ​ໄປມາຫາສູ່ ຢ້ຽ​ມຢາມ​ຊຶ່ງ​ກັນ ​ແລະ ກັນ, ການ​ຝຶກ​ອົບຮົມ ​ແລະ ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວສານ​ດ້ານ​ຕົ້ນ​ໄມ້​ເປັນ​ຢາ ​ແລະ ຢາ​ພື້ນ​ເມືອງ​ຂອງ​ວິຊາ​ການ ​ແລະ ຝ່າຍ​ບໍລິຫານ; (2) ການ​ແລກປ່ຽນ​ແນວ​ພັນ​ພືດ;  ​(3) ຮ່ວມ​ມື​ກັນ​ໃນ​ການ​ອະນຸລັກ ​ແລະ ການ​ຂະຫຍາຍ​ພັນ​ໃນ​ຫ້ອງ​ທົດ​ລອງ​ສຳລັບ​ຕົ້ນ​ໄມ້​ເປັນ​ຢາ​ທີ່​ມີ​ທ່າ​ອ່ຽງຈະ​ສູນພັນ; (4) ດຳ​ເນີນ​ການ​ສຶກສາ​ການກຳນົດ​ຕົ້ນ​ໄມ້​ເປັນ​ຢາດ້ວຍ​ ດີ​ເອັນ​ເອ; (5) ສຶກສາ​ຫາ​ທາດ​ທີ່​ມີ​ປະຕິກິຣິຍາ​ຕໍ່​ເຊື້ອ​ໄວຣັດ, ​ເຊື້ອ​ບັກ​ເຕຣີ ​ແລະ ​ເຊືອມະ​ເຮັງ; (6) ດຳ​ເນິນ​ການ​ຄົ້ນຄວ້າ​ເພື່ອ​ການ​ນຳ​ໃຊ້​ແບບ​ຍືນ​ຍົງ ​ແລະ ການ​ປົກ​ປັກ​ຮັກສາ​ຕົ້ນ​ໄມ້​ເປັນ​ຢາ; ​ແລະ (7) ການສ້າງ​ຕັ້ງ​ສາຂາ​ຢູ່​ລາວຂອງ​ສູນ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ດ້ານ​ຢາ​ພື້ນ​ເມືອງ​ຈີນ-ອາຊຽນ.ນອກ​ນັ້ນ, ຄະນະ​ຜູ້​ແທນ​ຈີນ​ຍັງ​ໄດ້​ໄດ້​ຢ້ຽມ​ຊົມ​ສວນ​ຕົ້ນ​ໄມ້​ເປັນ​ຢາ​ຂອງ​ສະ​ຖາ​ບັນ​ການ​ແພດ ​ແລະ ການ​ຢາ​ພື້ນ​ເມືອງ​ທີ່​ຕັ້ງ​ຢູ່​ບ້ານ​ເວີນ​ຄຳ ​ແລະ ​ໄດ້​​ໄປຢ້ຽມ​ຊົມສວນ​ປູກ​ຕົ້ນ​ໝາກຍໍ ​ແລະ ຕົ້ນ​ໝາກຂາມ​ປ້ອມ​ຂອງ​ບໍລິສັດ​ທິບ​ສະຫວ່າງ​ທີ່​ຕັ້ງ​ຢູ່​ບ້ານ​ນຳ​ຊວງ ​ແລະ ທ່ຽວ​ຊົມ​ທຳ​ມະ​ຊາດ​ທີ່​ເຂດ​ດ່ານ​ສູງ.

ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຈີນ​ໃນ​ຄັ້ງ​ນີ້ ​ເກີດ​ຂຶ້ນ​ໄດ້​ກໍ່​ຍ້ອນ​ຜົນ​ຂອງ​ການ​ເດີນທາງ​ໄປ​ເຮັດ​ວຽກ​ຂອງ​ອະດີດ​ການ​ນຳ​​ ​ແລະ ການ​ນຳ​ໃນ​ປະຈຸ

​ບັນ​ຂອງ​ກະຊວງ​ສາທາລະນະ​ສຸກ ​ເຊັ່ນ ທ່ານ ດຣ. ປອນ​ເມກ ດາລາ​ລອຍ, ທ່ານ ສຈ. ດຣ. ​ເອກ​ສະຫວ່າງ ວົງ​ວິຈິດ ​ແລະ ທ່ານ ຮສ. ດຣ. ບຸນ​ກອງ ສີ​ຫາ​ວົງ ແລະທ່ານອື່ນໆ ທີ່​ໄດ້ເອົາ​ໃຈ​ໃສ່​ຊຸກຍູ້​ໃຫ້​ມີ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ປະ​ເທດ​ໃນດ້ານ​ຢາ​ພື້ນ​ເມືອງ.

 

ການ​ມາ​ຢ້ຽມຢາມ​ລາວ​ຂອງ​ຄະນະ​ຜູ້​ແທນ​ຈີນ​ໃນ​ຄັ້ງ​ນີ້ ​ໄດ້ເປັນ​ບາດກ້າວ​ທີ່​ສຳຄັນ ​ໃນ​ການ​ສືບ​ຕໍ່​ການ​ຮ່ວມ​ມື​ກັນ​ໃນ​ອະນາຄົດ ດ້ານ​ຢາ​ພື້ນ​ເມືອງ ຊຶ່ງ​ຈະ​ນໍາມາ​ຊຶ່ງ​ຜົນ​ປະ​ໂຫຍ​ດ​ແກ່​ທັງ​ສອງ​ຝ່າຍໃນອານາຄົດ ​ໃຫ້​ສົມ​ກັບ​ເປັນ​ປະ​​ເທດ​ເພື່ອນ​ມິດ​ທີ່​ດີ ​ແລະ ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ.

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA