ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມກະກຽມການ ກວດກາສໍາເລັດຢູ່ຈຸດດຽວ (CCA)
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 05/04/2016

ກອງປະຊຸມກະກຽມການ ກວດກາສໍາເລັດຢູ່ຈຸດດຽວ (CCA)

 

ບົດຂ່າວໂດຍ: ສຸກສົມຄວນ ຈັນທະມາດ

ເພື່ອສືບຜັນຂະຫຍາຍເນື້ອບົດບັນທຶກຊ່ວຍຈໍາ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ຮ່ວມລົງນາມ ກັບບັນດາກັບບັນດາປະເທດຕ່າງໆ ທີ່ມີຊາຍແດນຮ່ວມກັນ ໃຫ້ມີການຈັດຕັ້ງການກວດກາປະຕູດຽວຄັ້ງດຽວ ຊຶ່ງຈຸດປະສົງ ເພື່ອອໍານວຍຄວາມສະດວກ ການໄຫລຂອງສິນຄ້າ ແລະ ຄົນ ຜ່ານດ່ານສາກົນ ແລະ ເພື່ອເຮັດໃຫ້ການບໍລິການກວດກາປ່ອຍສິນຄ້າຜ່ານແດນ ທີ່ປະຕິບັດຢູ່ດ່ານ ມີຄວາມວ່ອງໄວ. ນອກຈາກນີ້ລັດຖະບານ ໄດ້ຍັງລົງນາມບົດບັນທຶກຊ່ວຍຈໍາເພີ້ມຕື່ມ ເລັ່ງໃຫ້ຈັດຕັ້ງການກວດກາຮ່ວມກັນແບບສໍາເລັດຢູ່ຈຸດດຽວ  (Common Control Area-CCA)  ໝາຍຄວາມວ່າຢູ່ຈຸດກວດການີ້ ຈະປະກອບມີເຈົ້າໜ້າທີ່ກວດກາປະຈໍາດ່ານ ຂອງແຕ່ລະຝ່າຍ ປະຕິບັດກວດກາຮ່ວມກັນ ໂດຍນໍາໃຊ້ຂັ້ນຕອນການກວດກາ ແລະ ເອກະສານຮຽກຮ້ອງຕ່າງໆ ສໍາລັບການນໍາເຂົ້າ-ສົ່ງອອກ-ສົ່ງຜ່ານຄືກັນ ໃນຈຸດດັ່ງກ່າວ. ການປະຈັດຕັ້ງປະຕິບັດແມ່ນໄດ້ກໍານົດ ເອົາດ່ານສາກົນ ແຂວງ ສະຫວັນນະເຂດ ສປປ ລາວ ແລະ ຈັດຫວັດມຸກດາຫານ ແຫ່ງລາດຊະອານະຈັກໄທ ເປັນດ່ານຈັດຕັ້ງປະຕິບັດກ່ອນໝູ່ ແລ້ວຈຶ່ງຂະຫຍາຍແຂວງອື່ນໆຕໍ່ໄປ.

ດັ່ງນັ້ນ, ໃນລະຫວ່າງ ວັນທີ 23-26 ມີນາ 2016 ຄະນະທິມງານຂອງກະຊວງສາທາລະນະສຸກ ຊຶ່ງປະກອບມີ ພະນັກງານຈາກກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ ແລະ ຂະແໜງອາຫານ ແລະ ຢາ ແຂວງສະຫວັນນະເຂດ ເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບກ່ຽວກັບການກະກຽມການຈັດຕັ້ງປະຕິບັດວຽກງານກວດກາ CCA ຊຶ່ງຈັດຂຶ້ນ ທີ່ປະເທດໄທ ຊຶ່ງນໍາໂດຍທ່ານ ດຣ. ສີວົງ ແສງອາລຸນເດດ ຮອງຫົວໜ້າກົມອາຫານ ແລະ ຢາ ຮ່ວມປະຊຸມກັບຄະນະທິມງານຂອງຄະນະກໍາມະການອາຫານ ແລະ ຢາ ລາດຊະອານະຈັກ ໄທ ຊຶ່ງນໍາໂດຍ ທ່ານ ດຣ. ສົມຊາຍ ປຣີຊາວິກິດ ຮອງເລຂາຄະນະກໍາມະການອາຫານ ແລະ ຢາ ລາດຊະອານະຈັກໄທ. ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບ ຮ່າງເອກະສານທາງດ້ານເຕັກນິກ ກ່ຽວກັບການປະຕິບັດການກວດກາ CCA ໃຫ້ສໍາເລັດ ແລະ ປຶກສາຫາລືການກະກຽມລາຍງານຄວາມຄືບໜ້າໃນການກະກຽມ ພື້ນຖານໂຄງລ່າງຫ້ອງການ ແລະ ສິ່ງອໍານວຍຄວາມສະດວກ ເພື່ອຮອງຮັບການປະຕິບັດງານຂອງເຈົ້າໜ້າທີ ປະຈໍາຢູ່ຈຸດດັ່ງກ່າວ.

ຜົນໄດ້ຂອງການປະຊຸມຄັ້ງນີ່້, ທັງສອງຝ່າຍໄດ້ຜ່ານຮ່າງຄູ່ມກ່ຽວກັບການປະຕິບັດການກວດ ຢູ່ ຈຸດ CCA ແລະ ເອກະສານຊ້ອນທ້າຍທີ່ກ່ຽວຂ້ອງກັບບັນຊີລາຍການຜະລິດຕະພັນສຸຂະພາບ ທີ່ຈະຕ້ອງກວດກາຮ່ວມກັນເຊັ່ນ: ບັນຊີຜະລິດຕະກພັນອາຫານ, ຢາ, ອຸປະກອນການແພດ, ເຄື່ອງສໍາອາງ, ສານເສດຕິດ-ວັດຖຸອອກລິດຕໍ່ຈິດ ແລະ ປະສາດ, ເຄມີອັນຕະລາຍທີ່ໃນຂະແໜງສາທາລະນະສຸກ ເປັນຕົ້ນ; ໄດ້ແລກປ່ຽນບົດຮຽນກ່ຽວກັບການກວດກາຕົວຈິງຢູ່ດ່ານຂອງສອງປະເທດ; ຂໍ້ສະດວກ, ສິ່ງທ້າຍ ແລະ ຄວາມຄືບໜ້າໃນການກະກຽມຂອງແຂວງ, ຈັງຫວັດ ກ່ຽວກັບພື້ນຖານໂຄງລ່າງ ໂດຍສະເພາະ ຫ້ອງການ, ຫ້ອງທົດສອບຜະລິດພັນ, ອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ສໍາລັບວຽກງານຮັບປະກັນຄຸນນະພາບ ປະຈໍາດ່ານ.  

          ໃນການຈັດຕັ້ງປະຕິບັດ CCA ນີ້ແມ່ນ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຂອງແຕ່ລະປະເທດ ເປັນຈຸດໃຈກາງປະສານງານກັບຂະແໜງການກ່ຽວຂອງ ໃນການກະກຽມ ຊຶ່ງໄດ້ເລັ່ງສ້າງເອກະສານທາງດ້ານເຕັກນິກຕ່າງໆ (Technical Arrangements (TA)) ທີ່ກ່ຽວຂ້ອງ ໃຫ້ເປັນເອກະພາບ ຂອງຂະແໜງການ. ສໍາລັບ, ວຽກງານກວດກາອາຫານ ແລະ ຢາ, ກົມອາຫານ ແລະ ຢາ ແລະ ຂະແໜງອາຫານ ແລະ ຢາ ແຂວງ ສະຫວັນນະເຂດ ໄດ້ຮ່ວມກັນ ຄະນະກໍາມະການອາຫານ ແລະ ຢາ ແຫ່ງລາດຊະອານະຈັກໄທ ແລະ ອາຫານ ແລະ ຢາ ສ່ວນຈັງຫວັດ ມຸກດາຫານ ໄດ້ມີຄວາມຄືບໜ້າຫລາຍສົມຄວນໃນການກະກຽມ ການຮອງຮັບ ໂດຍສະເພາະ ໄດ້ຮ່ວມຈັດກຽມເອກະສານທາງດ້ານເຕັກນິກ (TA) ເພື່ອຮັບຮອງເອົາລະບົບດັ່ງກ່າວ ຊຶ່ງສໍາເລັດໃນຂັ້ນພື້ນຖານ.

          ຈາກຜົນຂອງກອງປະຊຸມຄັ້ງນີ້ ຈະໄດ້ລາຍງານ ແກ່ກອງປະຊຸມ ກອງເລຂາກະກຽມການຈັດຕັ້ງປະຕິບັດ CCA ຊຶ່ງຄາດວ່າຈະຈັດຂຶ້ນທີ່ ຈັງຫວັດມຸກດາຫານ ໝໍ່ໆນີ້. 

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA