ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດພິທີເປີດການນຳໃຊ້ໂທລະສັບສາຍດ່ວນ 1510 ແລະການເຜີຍແຜ່ການປົກປ້ອງຜູ້ຊົມໃຊ້
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 08/06/2016

ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດພິທີເປີດການນຳໃຊ້ໂທລະສັບສາຍດ່ວນ 1510 ແລະການເຜີຍແຜ່ການປົກປ້ອງຜູ້ຊົມໃຊ້

ບົດຂ່າວໂດຍ: ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ

ໃນວັນທີ 7 ມິຖຸນາ 2016 ຜ່ານມານີ້, ຢູ່ທີ່ໂຮງແຮມ ລາວພລາຊາ ນະຄອນຫລວງວຽງຈັນ, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດການນຳໃຊ້ໂທລະສັບ ສາຍດ່ວນ ໝາຍເລກ 1510 ຂື້ນຢ່າງເປັນທາງການ ເພື່ອຈຸດປະສົງການປົກປ້ອງຜູ້ຊົມໃຊ້ໃນ ສປປ ລາວ, ພາຍ​ໃຕ້ການເປັນປະທານ ຂອງ ທ່ານ ນ. ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ ລວມທັງອົງການຈັດຕັ້ງສັງຄົມ, ນັກຂ່າວ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໂດຍສະເພາະຕາງໜ້າລັດຖະບານເຢຍລະມັນ ທ່ານ Ernst Hustaedt,ຜູ້ອຳນວຍການ ອົງການ GIZ ປະຈໍາ ສປປ ລາວ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມງານດັ່ງກ່າວ, ຊື່ງໃນໄລຍະທີ່ຜ່ານມາ ລັດຖະບານເຢຍລະມັນ ໄດ້ໃຫ້ການຊ່ວຍເຫຼືອວຽກງານປົກປ້ອງຜູ້ຊົມໃຊ້ຂອງ ສປປ ລາວ ໂດຍຜ່ານໂຄງການ Deutsche GesellschaftfürInternationaleZusammenarbeit (GIZ) GmbH, ໃນງານຄັ້ງນີ້ມີຜູ້ເຂົ້າຮ່ວມຫລາຍກວ່າ 70 ທ່ານ.

ເພື່ອ​ເຮັດ​ໃຫ້​ກົດ​ຫມາຍ​ວ່າດ້ວຍການປົກ​ປ້ອງ​ຜູ້​ຊົມ​ໃຊ້​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ,ໂດຍສະເພາະແມ່ນການປົກປ້ອງສິດແລະຜົນປະໂຫຍດຂອງຜູ້ຊົມໃຊ້ຢ່າງແທ້ຈີງກະຊວງອຸດສາຫະກຳ ແລະ ການຄ້າຈື່ງໄດ້ສ້າງຕັ້ງ​ໂທ​ລະ​ສັບ​ສາຍດ່ວນ​ສຳ​ລັບ​ວຽກ​ນີ້​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ການ​ປະ​ກາດ​ໃຊ້​ໂທ​ລະ​ສັບ​ສາຍ​ດ່ວນນີ້  ແມ່ນ​ເປັນ​ຂີດ​ຫມາຍ​ທີ່​ສຳ​ຄັນ​​ ແລະ​ ມີ​ຄວາມ​ຈຳ​ເປັນສຳ​ຫລັບ​​ ສ​ປ​ປ​ລາວ​ ເຮົາ ໂດ​ຍ​ສະ​ເພາະ​ແມ່ນ​ຜູ້​ຊົມ​ໃຊ້ໃນ ສປປ ລາວ​ ເພື່ອ​ໃຫ້​​ເຂົາ​ເຈົົ້າໄດ້ມີເຄື່ອງມືໃນການປະສານ ຫຼື ແຈ້ງຕໍ່ຫນ່ວຍງານລັດທີ່ຮັບຜິດຊອບ ວຽກງານປົກປ້ອງຜູ້ຊົມໃຊ້ໂດຍກົງ.

ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ຂອງ ສປປ ລາວ ໄດ້ໃຫ້ສິດແກ່ຜູ້ຊົມໃຊ້ໃນການຮ້ອງຂໍ ຫຼື ຮ້ອງຟ້ອງເອົາການແກ້ໄຂ ແລະ ການທົດແທນຄ່າເສຍຫາຍຈາກຜູ້ສະໜອງສີນຄ້າ ແລະ ການບໍລິການທີ່ບໍ່ມີຄຸນນະພາບ ຫຼື ບໍ່ໄດ້ມາດຕະຖານ ແລະ ມີຜົນກະທົບຕໍ່ຊີວິດ, ສຸຂະພາບ ແລະ ຊັບສີນຂອງຕົນ. ຊື່ງໃນປັດຈຸບັນ ທີ່ເສດຖະກິດມີການຂະຫຍາຍຕົວ ແລະ ມີການເພີ່ມຂື້ນຂອງຜູ້ຜະລິດ ແລະ ການສະໜອງສິນຄ້າ ແລະ ບໍລິການທີ່ຫຼາກຫຼາຍ ໄດ້ເຮັດໃຫ້ຜູ້ຊົມໃຊ້ພົບບັນຫາຈາກສີນຄ້າ ແລະ ການບໍລິການທີ່ບໍ່ມີຄຸນນະພາບຫຼາຍຂື້ນ. ການເປີດການນຳໃຊ້ໂທລະສັບສາຍດ່ວນ 1510 ເປັນທາງເລືອກໜື່ງຂອງຜູ້ຊົມໃຊ້ໃນການຮ້ອງທຸກ ຫຼື ແຈ້ງຂໍ້ມູນ,ພ້ອມນີ້ຍັງ​ເປັນ​ການ​ກະ​ຕຸກ​ຊຸກ​ຍູ້​ໃຫ້​ຜູ້​ທຳ​ການ​ຜະ​ລິດ ແລະ ດຳ​ເນີນ​ທຸ​ລະ​ກິດ​ຕ່າງໆ​ຕ້ອງ​ໄດ້ເອົາ​ໃຈ​ໃສ່​ຜະ​ລິດ​ ຫຼື  ​ຈຳ​ຫນ່າຍ​ສິນ​ຄ້າ​ ຫຼື  ໃຫ້​ການ​ບໍ​ລິ​ການທີ່​ມີ​ຄຸນ​ນະ​ພາບ,​ ມາດ​ຕະ​ຖານ,  ມີ​ຄວາມ​ປອດ​ໄພ   ແລະ​  ລາ​ຄາ​ທີ່​ເຫມາະ​ສົມ, ພ້ອມນີ້ຍັງ​ເປັນ​​ພັນ​ທະ​ຂອງ​ສ​ປ​ປ​ລາວ ​ກ່ຽວ​ກັບ​ວຽກ​ງານ​ດ້ານການປົົກປ້ອງຜູ້ຊົມໃຊ້ໃນ​ອາ​ຊຽນອີກ​ດ້ວຍ.

 

free porn videos free sex videos
 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA