ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ການນໍາກະຊວງຢ້ຽມຢາມ ແລະ ຮ່ວມພິທິເປີດໂຮງງານຜະລິດຢາແຫ່ງໃໝ່
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 06/07/2016

          ໃນວັນທີ 1 ກໍລະກົດ 2016 ທີ່ຜ່ານມາ ການນໍາຂອງກະຊວງສາທາລະນະສຸກ ເຊິ່ງນໍາໂດຍທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍການນໍາຂອງ ກົມອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ ແລະ ກອງກວດກາອາຫານ ແລະ ຢາ ໄດ້ ລົງຢ້ຽມຢາມ ແລະ ເຂົ້າຮ່ວມ ພິທີເປີດ ໂຮງງານຜະລິດຢາ ແລະ ອາຫານ ລາວຕຸ້ງເມິງ ພາຍຫລັງໂຮງງານ ດັ່ງກ່າວ ໄດ້ສໍາເລັດການກໍ່ສ້າງສົມບູນ. ໃນພິທີເປີດຄັ້ງນີ້ ຄະນະຜູ້ບໍລິຫານງານ ຂອງໂຮງງານ ໄດ້ ລາຍງານສະພາບຄວາມເປັນມາຂອງໂຮງງານ ໂດຍສະເພາະຮູບແບບການລົງທຶນ, ການກໍ່ສ້າງພື້ນຖານໂຄງລ່າງຂອງໂຮງງານ, ຜະລິດພັນຫລັກຂອງໂຮງງານທີ່ຜະລິດ. ພາຍຫລັງພິທີເປີດຢ່າງເປັນທາງການ ທ່ານລັດຖະມົນຕີກະຊວງສາທາ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມທັງໝົດ ໄດ້ເຂົ້າຢ້ຽມຢາມເບິ່ງພາຍໃນອາຄານການຜະລິດຂອງໂຮງງານ.

          ໂຮງງານຜະລິດຢາ ລາວຕຸ້ງເມິງ ຕັ້ງຢູ່ ຖະໝົນ ເລກທີ 13 ໃຕ້ ບ້ານ ນາຜາສຸກ ເມືອງ ໄຊທານີ ນະຄອນຫລວງວຽງຈັນ ແມ່ນວິສາຫະກິດປະສົມລະຫວ່າງ ນັກລົງທຶນພາຍໃນ ແລະ ນັກລົງທຶນ ຈາກ ປະເທດ ສປ ຈີນ. ໂຮງງານແຫ່ງນີ້ ໄດ້ເລີ້ມການກໍ່ສ້າງ ແຕ່ປີ 2013 ເປັນຕົ້ນມາ ເຊິ່ງການກໍ່ສ້າງ ໄດ້ແບ່ງອອກເປັນສອງໄບຍະຄື: ໄລຍະທີ່ໜຶ່ງ ແມ່ນການກໍ່ສ້າງ ອາຄານເບີ 1 ມີເນື້ອທີ 1600 ຕາເມັດ ໃຊ້ສໍາລັບການຜະລິດວັດຖຸດິບທາດຕົວຢາ (Active Pharmaceutical Ingredient-API) ແລະ ໄລຍະທີສອງແມ່ນການກໍ່ສ້າງອາຄານ ເບີສອງ ສໍາຜະລິດຢາເມັດສໍາເລັດຮູບ ມີເນື້ອທີ 3600 ຕາເມັດ.  ອາດຄານ ມີການອອກແບບຕາມມາດຕະຖານ ແລະ ຫລັກການການຜະລິດທີດີ ສໍາລັບໂຮງງານຜະລິດຢາ, ໄດ້ຕິດຕັ້ງອຸປະກອນ, ເຄື່ອງມືການຜະລິດ ແລະ ສິ່ງອໍານວຍຄວາມສະດວກ ທີ່ທັນສະໄໝ.

          ໃນໄລຍະການດໍາເນີນການກໍ່ສ້າງ, ຄະນະ GMP ຂອງກະຊວງສາທາລະນະສຸກ ໄດ້ລົງຕິດຕາມຄວາມຄືບໜ້າ ຂອງການກໍ່ສ້າງ ແລະ ໄດ້ໃຫ້ຄໍາແນະນໍາ ເຮັດໃຫ້ການກໍ່ສ້າງ ດໍາເນີນໄປຕາມແບບແຜນຜັງທີ່ໄດ້ກໍານົດໄວ້ຢ່າງເຄັ່ງຄັດ. ຜະລິດຕະພັນຫລັກ ຂອງໂຮງງານແມ່ນ ຢາປິ່ນປົວພະຍາດ ໄວຣັດຕັບເອັກເສບ ຊະນີດ ຊີ ໄລຍະຕໍ່ໄປ ໂຮງງານຈະດໍາເນີນການຜະລິດຜະລິດຕະພັນຢາອື່ນໆ ເພື່ອຮັບໃຊ້ສັງຄົມ.

          ມາປະຈຸບັນ ຖຶວ່າໂຮງງານຜະລິດຢາ ຢູ່ ສປປ ລາວ ມີທັງໝົດ 08 ແຫ່ງ ຄື: ໂຮງງານຜະລິດຢາ ເລກ 2, ເລກ3, CBF, ໂກດູຟາລາວ, ເຄພີເອັນ,​ 104 ກອງທັບ, ຈິນຊຽງ ແລະ ລາວຕຸ້ງເມິງ ເຊິ່ງສາມາດຜະລິດຢາພື້ນຖານ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງຕາໜ່າງ ສາທາລະນະສຸກ ໄດ້ຫລາຍກວ່າ 50% ຂອງຄວາມຮຽກຮ້ອງຕ້ອງການໃນຂອບເຂດທົ່ວປະເທດ. ໃນຈໍານວນນີ ມີ 03 ໂຮງງານໄດ້ຮັບການຢັ້ງຢືນ ການຜະລິດທີດີ ຈາກກະຊວງສາທາລະນະສຸກ. 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA