ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມ ປຶກສາຫາລື ແລະ ເຜີຍແຜ່ຜົນການສໍາຫລວດ ລາຄາຢາ, ການມີຢາ, ຄວາມອາດສາມາດຊື້ຢາ ແລະ ອົງປະກອບຂອງລາຄາຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 08/10/2014
      ພາຍໃຕ້ການຮ່ວມມືລະຫວ່າງ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ເຊິ່ງໄດ້ຈັດຕັ້ງປະ ຕິບັດການສໍາລວດ ດ້ານລາຄາຢາ, ການມີຢາ, ຄວາມອາດສາມາດຊື້ຢາ ແລະ ອົງປະກອບຂອງລາຄາຢາ ສໍາເລັດໃນໄລຍະຜ່ານມາ. ດັ່ງນັ້ນ ໃນວັນທີ 25 ກັນຍາ 2014, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ ແລະ ປຶກສາຫາລືກ່ຽວກັບຜົນຂອງການສໍາຫລວດ ການມີຢາ ແລະ ລາຄາຢາ ຢູ່ ສປປລາວ. ກອງປະຊຸມຄັ້ງນີ້ ໄດ້ໃຫ້ກຽດ ເຂົ້າຮ່ວມເປີດ ແລະ ເປັນປະທານ ໂດຍທ່ານ ຮອງ ສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີຊ່ວຍວ່າ ການກະຊວງສາທາລະນະສຸກ, ທ່ານ ດຣ. ລໍາພອນ ສີຫາຄັງ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ.​ຈູນ ກາວ ຫົວໜ້າ ບໍລິຫານແຜນງານຂອງ ອົງການອະນາໄມໂລກ ແລະ ນາງ ມາກກະເຣັດ ອີເວັນ ຊ່ຽວຊານ ຈາກອົງການ Health Action International ແລະ ພ້ອມດຽວກັບນີິ້ ກໍ່ມີຜູ້ຕ່າງໜ້າຈາກກົມກອງອ້ອມຂ້າງກະຊວງ ສາທາລະນະສຸກ ເຊັ່ນ: ກົມການສຶກສາ ແລະ ຄົ້ນຄ້ວາວິທະຍາສາດ, ກົມນະໂຍບາຍການເງິນ, ຫ້ອງການປະກັນສຸຂະພາບ, ສູນສະໜອງຢາ ອຸປະກອການແພດ, ຈາກ 5 ໂຮງງໝໍສູນກາງ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ.​ ພ້ອມນີ້ຍັງມີຜູ້ຕາງໜ້າຈາກກົມ ວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ, ກົມພາສີ ກະຊວງການເງິນ, ກົມນໍາເຂົ້າສົ່ງອອກ ກະຊວງອຸດສາຫະກໍາການຄ້າ ແລະ ຍັງນອກນີ້ຍັງຕ່າງໜ້າຈາກອົງການຈັດຕັ້ງສາກົນ ເຊັ່ນ: JICA, UNICEF, UNFPA ກໍ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

ໃນວາລະຂອງ​ກອງ​ປະຊຸມ ທ່ານ ຮອງ ສາດສະດາຈານ ດຣ. ບຸນກອງ ສີຫາວົງ ໄດ້ກ່າວ ຈຸດປະສົງຂອງກອງປະຊຸມ ເຊິ່ງທ່ານ ໄດ້ກ່າວເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ໂດຍສະເພາະ ໄດ້ຍົກໃຫ້ເຫັນສະພາການຕ່າງໆ ກ່ຽວກັບຢາ ເປັນຕົ້ນ ດ້ານການມີຢາ ແລະ ລາຄາ ສໍາລັບຢາຫລັກ ທີມີການບໍລິການຢູ່ພາກລັດ ແລະ ເອກະຊົນ,​ ບັນຫາຕ່າງໆທີ່ພົບ ທີ່ຕິດພັນດ້ານການເຂົ້າເຖິງ ລາຄາ, ການຈັດຊື້ ແລະ ອື່ນໆ ກໍ່ຈະໄດ້ຍົກໃຫ້ເຫັນ.

      ໃນກອງປະຊຸມ ທ່ານ ນາງ ມາກະເຣັດ ອີເວນ ເຊິ່ງເປັນຜູ້ຊຽວຊານຊ່ວຍເຫລືອດ້ານເຕັກນິກ ຂອງການ ສໍາຫລວດຄັ້ງນີ້ ໄດ້ນໍາສະເຫນີ ບົດກ່ຽວກັບຜົນໄດ້ຮັບຂອງການສໍາຫລວດ ໂດຍສະເພາະຈຸດປະສົງຂອງການສໍາ ຫລວດ, ການກະກຽມດ້ານ ບຸກຄະລາກອນ ແລະ ວິທີການຕ່າງໆ ບັນຫາທີ່ຄົ້ນພົບຈາກການສໍາຫລວດ ໃນແຕ່ ລະດ້ານເຊັ່ນ: ການມີຢາຢູ່ການບໍລິການຂ ອງພາກລັດ,​ເອກະຊົນ, ລາຄາທີ່ຈັດຊື້ຢູ່ສະຖານບໍລິການ, ລາຄາທີ່ຄົນ ເຈັບໃຊ້ຈ່າຍກ່ຽວກັບຢາ, ການສົມທຽບລາຄາຢາລະ ຫວ່າງລັດ ແລະ ເອກະຊົນ ແລະ ອື່ນໆ.

      ຫລັງຈາກນັ້ນ, ກອງປະຊຸມ ໄດ້ຍົກບັນຫາຕ່າງໆ ແລະ ໄດ້ແບ່ງໜ່ວຍຄົ້ນຄ້ວາ ເພື່ອການແກ້ໄຂບັນຫາ ເພື່ອນໍາສະເຫນີຂໍທິດຊີ້ນໍາຕໍ່ຂັ້ນເທິງ.​ ກອງປະຊຸມ ໄດ້ຈັດຕັ້ງຂຶ້ນຢ່າງມີໝາກຜົນສໍາເລັດ ບັນຫາສະພາບການຄຸ້ມ ຄອງ, ການເຂົ້າເຖິງ ໄດ້ຮັບການເຜີຍແຜ່ ແລະ ຜົນສໍາຫລວດຄັ້ງນີ້ ຈະເປັນຂໍ້ມູນພື້ນຖານ ໃຫ້ແກ່ການປັບ ປຸງແກ້ໄຂບັນຫາ ດ້ານລາຄາຢາ, ຂອດການຈັດຊື້ ແລະ ອື່ນໆ ເພື່ອ ເພື່ອສະໜອງຕອບຕໍ່ແນວທາງນະ ໂຍບາຍດ້ານຢາ ແລະ ຜະລິດຕະ ພັກການແພດ ເຮັດໃຫ້ປະຊາຊົນເຂົ້າເຖິງ ເຊິ່ງເປັນສ່ວນໜຶ່ງຂອງການປະກອບສ່ວນການບັນລຸເປົ້າໝາຍ ສະຫະສະຫວັດ 2015 ແລະ ຍຸດທະສາດ ປະຕິຮູບສາທາລະນະສຸກ ຂັ້ນຕໍ່ໄປ. ລາຍລະອຽດຜົນໄດ້ຮັບຂອງການສໍາຫລວດ ໄດ້ມີຢູ່ ໃນເວບໄຊ ຂອງກົມອາຫານ ແລະ ຢາ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA