ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ປະຊຸມປຶກສາຫາລືກັບສື່ມວນຊົນກ່ຽວກັບການຄຸ້ມຄອງການໂຄສະນາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 10/08/2016
ກອງ​ປະຊຸມ​ປຶກສາ​ຫາລື​ກັບ​ສື່​ມວນ​ຊົນ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ການ​ໂຄສະນາ​ອາຫານ, ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ

        ວັນ​ທີ 5/8/2016 ກົມ​ອາຫານ ​ແລະ ຢາ ​ໄດ້​ຈັດ​ປະຊຸມ​ປຶກສາ​ຫາລື ​ຮ່ວມ​ກັບ​ກົມ​ສື່​ມວນ​ຊົນ ເພື່ອ​ແລກປ່ຽນ​ຄຳ​ຄິດ​ເຫັນ​ຮ່ວມກັບ​ບັນດາ​ສື່​ມວນ​ຊົນກ່ຽວ​ກັບການ​ຮ່ວມ​ມື​ປະສານ​ງານ​ໃນ​ການ​ຄຸ້ມ​ຄອງ​ການ​ໂຄສະນາ​ອາຫານ, ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ ຂຶ້ນ​ທີ່​ກະຊວງ​ສາທາລະນະ​ສຸກ ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ ທ່ານ ດຣ. ສົມ​ທະວີ ຈາງ​ວິ​ສົມ​ມິດ ຄະນະ​ປະຈຳ​ພັກ​ກະຊວງ, ປະທານ​ກວດກາ​ພັກ​ກະຊວງ​ສາທາລະນະ​ສຸກ, ຫົວໜ້າ​ກົມ​ອາຫານ ​ແລະ ຢາ ​ແລະ ທ່ານ ອິນ​ປອນ ນະຄອນ​ສີ ຮອງ​ຫົວໜ້າ​ກົມ​ສື່​ມວນ​ຊົນ,​ ມີຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 47 ທ່ານ​ຈາກ ກົມ​ຕຳຫຼວດ​ສິ່ງ​ແວດ​ລ້ອມ, ກົມ​ສື່​ມວນ​ຊົນ, ກົມ​ອາຫານ ​ແລະ ຢາ, ສູນ​ຂ່າວສານ​ການ​ແພດ-ສຸຂະ​ສຶກສາ, ພະ​ແນ​ກສາທາລະນະ​ສຸກ​ນະຄອນຫຼວງ, ພະ​ແນ​ກຖະ​ແຫຼ​ງຂ່າວ ວັດທະນາ​ທຳ ​ແລະ ທ່ອງ​ທ່ຽວ ນະຄອນຫຼວງ, ບັນດາສື່​ໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ, ​ໂຮງງານ​ຜະລິ​ດຢາ, ບໍລິສັດ​ຂາ​ອອກ-ຂາ​ເຂົ້າ​ດ້ານ​ຢາ ​ແລະ ອາຫານ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ.

        ຈຸດປະສົງ​ຂອງ​ການຈັດ​ປະຊຸມ​ໃນ​ຄັ້ງ​ນີ້ ​ເພື່ອ​ຄຸ້ມ​ຄອງ​ການ​ໂຄສະນາ​ຂອງ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ດ້ານ​ອາຫານ, ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ​ໃຫ້​ປະຕິບັດ​ຕາມ​ລະບຽບ ກົດໝາຍ​ທີ່​ວາງ​ອອກ ໂດຍສະເພາະແມ່ນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຄສະນາອາຫານ, ຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 494/ສທ, ລົງວັນທີ 6/7/2016. ພ້ອມ​ນັ້ນ ກໍ່​ເພື່ອ​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກ​ໄດ້​ຮັບ​ຂໍ້​ມູນ ຂ່າວສານ​ທີ່​ຖືກຕ້ອງ​ກັບ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ ​ແນ​ໃສ່​ປົກ​ປ້ອງ​ຜູ້​ບໍລິ​ໂພ​ກ​ໃຫ້​ມີ​ການ​ນຳ​ໃຊ້​ທີ່​ຖືກຕ້ອງ ​ແລະ ປອດ​ໄພ. ນອກຈາກ​ນັ້ນ ກໍ່​ເພື່ອ​ປະສານ​ງານ​ຮ່ວມ​ກັບບັນດາ​ສື່​ມວນ​ຊົນ​ໃຫ້​ມີ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ​ການ​ໂຄສະນາ​ອາຫານ, ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ, ຊຶ່ງ​ບັນດາ​ສື່​ສ່ວນ​ຫຼາຍ​ກໍ່​ແມ່​ນ​ເຫັນ​ດີ​ໃຫ້ການ​ຮ່ວມມື​ກັບ​ກົມ​ອາຫານ ​ແລະ ຢາ  ​ແລະ ກົມ​ສື່​ມວນ​ຊົນ ​ເພື່ອ​ຄຸ້ມ​ຄອງ​ການ​ໂຄສະນາ​ບໍ່​ໃຫ້​ເອົາ​ລັດ ​ເອົາ​ປຽບຜູ້​ບໍລິ​ໂພ​ກ.

 

ບົດຂ່າວໂດຍ: ກອງມະນີ ນາມມະວົງມີໄຊ

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA