ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ເພິ້ມທະວີການຮ່ວມມືດ້ານສາທາລະນະສຸກ ລາວ-ໄທ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 21/09/2016



ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມື ດ້ານສາທາລະນະສຸກ ລະຫວ່າງ ກະຊວງສາທາລະນະສຸກ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລາດຊະອານະຈັກໄທ, ໃນລະຫວ່າງວັນທີ 15-16 ກັນຍາທີ່ຜ່ານມາ, ຄະນະຜູ້ແທນຂອງກະຊວງສາທາລະນະສຸກ ນໍາໂດຍ ທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ຊຶ່ງປະກອບດ້ວຍ ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມອາຫານ ແລະ ຢາ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ຮອງຫົວໜ້າກົມປິ່ນປົວ ແລະ ວິຊາການທີ່ກ່ຽວຂ້ອງ  ໄດ້ເດີນທາງຢ້ຽມຢາມ ກະຊວງສາທາລະນະສຸກ ລາດຊະອານາຈັກໄທ ເຊິ່ງໃນການຢ້ຽມຢາມຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ      ຈາກ     ທ່ານ ປິຍະສະກົນ ສະກົນສະຕະຍະທອນ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ແຫ່ງລາດຊະອານະຈັກ ໄທ ພ້ອມດ້ວຍຄະນະທິມງານ.

ຈຸດປະສົງຂອງການເດີນທາງຢ້ຽມຢາມຄັ້ງນີ້ ແມ່ນເພື່ອປຶກສາຫາລື ດ້ານການຮ່ວມມືສອງຝ່າຍ ກ່ຽວກັບວຽກງານສາທາລະນະສຸກ (Lao PDR-Thailand Bilateral Ministerial Meeting on Health Cooperation) ໂດຍສະເພາະຮ່າງບົດບັນທຶກຊ່ວຍຊົງຈໍາ ຂອງການຮ່ວມມືສອງຝ່າຍ ເປັນຕົ້ນຂົງເຂດການຮ່ວມມືດ້ານວຽກງານສະກັດກັ້ນ ແລະ ຄວບຄຸມບັນດາປັດໄຈສ່ຽງ ຂອງພະຍາດຕິດຕໍ່ ແລະ ບໍ່ຕິດຕໍ່; ການຄວບຄຸມ ແລະ ຮັບປະກັນຄຸນນະພາບຂອງການນໍາເຂົ້າ ແລະ ສົ່ງອອກອາຫານ, ຢາ, ຢາພື້ນເມືອງ, ເຄື່ອງສໍາອາງ, ອາຫານເສີມ, ອາຫານບໍາລຸງສຸຂະພາບ, ອຸປະກອນ, ຢາເສບຕິດ, ຢາປິ່ນປົວປະເພດອອກລິດຕໍ່ຈິດປະສາດ, ສານເຄມີຕົ້ນ ແລະ ສານເຄມີອັນຕະລາຍທີ່ນໍາໃຊ້ໃນຄົວເຮືອນ; ການສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ການຂຶ້ນທະບຽນຜະລິດຕະພັນສຸຂະພາບ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ ເພື່ອອໍານວຍຄວາມສະດວກໃນການນໍາເຂົ້າ ແລະ ສົ່ງອອກອາຫານ, ຢາ, ຢາພື້ນເມືອງ, ເຄື່ອງສໍາອາງ, ອາຫານເສີມ, ອາຫານບໍາລຸງສຸຂະພາບ, ອຸປະກອນ, ຢາເສບຕິດ, ຢາປິ່ນປົວປະເພດອອກລິດຕໍ່ຈິດປະສາດ, ສານເຄມີຕົ້ນ ແລະ ສານເຄມີອັນຕະລາຍທີ່ນໍາໃຊ້ໃນຄົວເຮືອນ ແລະ ບັນດາໂຄງການດ້ານສາທາລະນສຸກ;​ ການສ້າງຄວາມເຂັ້ມແຂງດ້ານຂີດຄວາມສາມາດດ້ານການປະຕິບັດການກວດສອບໃນຫ້ອງທົດລອງ (Testting Laboratory) ກ່ຽວກັບຜະລິດຕະພັນສຸຂະພາບ. ນອກຈາກນີ້ການຮ່ວມມືຍັງກວມເອົາວຽກງານ ອື່ນໆທີ່ກ່ຽວຂ້ອງ ເຊັ່ນ ການສົ່ງເສີມ ແລະ ພັດທະນາວຽກງານການກວດກາຜ່ານປະຕູດຽວ ຢູ່ໃນເຂດທີ່ມີການຄວບຄຸມຮ່ວມກັນສໍາລັບສະເພາະຊາຍແດນລາວ-ໄທ ເພື່ອອໍານວຍຄວາມສະດວກການດ້ານຄ້າ ການບໍລິການ ແລະ ການໄຫລວຽນສິ້ນຄ້າ ແລະ ຄົນ;  ວຽກງານປິ່ນປົວ ແລະ ຟື້ນຟູ; ການກໍ່ສ້າງຂີດຄວາມສາມາດ ແລະ ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ...

ກອງປະຊຸມ ປຶກສາຫາລືໃນຄັ້ງນີ້ ໄດ້ຮັບ ຜົນສໍາເລັດຢ່າງຈົບງາມ ແລະ ໄດ້ບັນລຸ ຕາມຈຸດປະສົງ ແລະ ຄາດໝາຍ ໂດຍສະເພາະທັງສອງຝ່າຍ ໄດ້ຮ່ວມກັນ ລົງນາມໃນບົດບັນທຶກຊ່ວຍຊົງຈໍາ (MOU)  ກ່ຽວກັບການຮ່ວມມືສອງຝ່າຍ ດ້ານວຽກງານສາທາລະນະສຸກ. ກອງປະຊຸມ ຍັງໄດ້ສະເຫນີໃຫ້ແຕ່ລະຝ່າຍສືບຕໍ່ ນໍາເອົາເນື້ອໃນຈິດໃຈທີໄດ້ລົງນາມໃນ ບົດບັນທຶກຊ່ວຍຊົງຈໍານີ້ ຜັນຂະຫຍາຍໃຫ້ເປັນແຜນແຜນປະຕິບັດອັນລະອຽດຂອງແຕ່ລະວຽກງານ ເພື່ອເປັນທິດທາງໃນການຮ່ວມມືຕໍ່ໄປ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA