ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ວຽກງານ ປະສານງານຮ່ວມມື ລາວ-ຫວຽດ ກ່ຽວກັບການຄຸ້ມຄອງກວດກາ ການສົ່ງອອກ-ນໍາເຂົ້າ ອາຫານ ປະຈໍາດ່ານ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 08/10/2014
     
ໃນລະຫວ່າງວັນທີ 23-28 ກັນຍາ 2014, ຄະນະທິມງານຄຸ້ມຄອງອາຫານ, ກົມອາຫານ ແລະ ຢາ ພາຍໄຕ້ການ ຊີ້ນໍາ ຂອງທ່ານ ດຣ ສົມທະວີ ຈາງວີສົມມິດ, ຄະນະພັກກະຊວງສາທາລະ ນະສຸກ, ຫົວໜ້າກົມອາຫານ ແລະ ຢາ ຮ່ວມກັບຄະນະ ທິມງານອົງການຄຸ້ມຄອງຄວາມ ປອດໄພອາ ຫານ ສສ ຫວຽດນາມ ພາຍໄຕ້ການຊີ້ນໍາ ຂອງທ່ານ Dr Nguyen Hung Long, Deputy Director General of VFA, ທັງສອງຄະນະໄດ້ປະຊຸມປຶກ ສາຫາລືແລກປ່ຽນບົດຮຽນ ການຈັດຕັ້ງປະ ຕິບັດກ່ຽວກັບການຄຸ້ມຄອງກວດກາການສົ່ງອອກ-ນໍາເຂົ້າ ອາຫານ ປະຈໍາດ່ານ, ທີ່ສູນເຝົ້າລະວັງພະ ຍາດດ່ານລາວບາວ, ສສ ຫວຽດນາມ. ຈຸດປສົງແມ່ນເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍໃຫ້ມີຄວາມສອດຄ່ອງ ແລະ ຮັບຮູ້ລະບຽບກົດໝາຍ ລະບຽບຫລັກການ, ການຢັ້ງຢືນ ແລະ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຊິ່ງກັນ ແລະ ກັນ, ແນໃສ່ ຜັນຂະຫຍາຍ ວຽກງານການສົ່ງອອກ-ນໍາເຂົ້າປະຕູດຽວ ທີ່ລັດຖະມົນຕີກະຊວງການຕ່າງປະເທດຂອງ ສອງປະເທດໄດ້ເຊັນສັນຍາຮ່ວມກັນມາແລ້ວ. ຈາກນັ້ນ, ທັງສອງຄະນະ ກໍ່ໄດ້ໄປຢ້ຽມຢາມສູນວິເຄາະລະບາດວິທະຍາ ເມືອງດົງຮາ, ແຂວງ ກວາງຈິ ແລະ ສູນກັກກັນ ພະຍາດປະຈໍາດ່ານ, ກົມຄຸ້ມຄອງທ່າເຮືອ, ທ່າເຮືອຕຽນຊາ ແລະ ໂຮງງານ ຜະລິດນໍ້າດື່ມ ບີວາ ທີ່ນະຄອນ ຫລວງດາໜັງ ພ້ອມດຽວກັນນັ້ນ ກໍ່ໄດ້ມີການລົງລາຍ ເຊັນບົດບັນທຶກ ການເຮັດວຽກຮ່ວມກັນກ່ຽວກັບການປັບປຸງຂອດການ ກວດກາອາ ຫານນຳເຂົ້າ-ສົ່ງອອກສອງຝ່າຍ ໄດ້ງ່າຍດາຍ ແຕ່ຮັບປະກັນຄວາມປອດໄພຂອງອາຫານ ແລະ ທັງເປັນການ ອໍານວຍ ຄວາມສະດວກ ທາງດ້ານການຄ້າລະຫວ່າງປະເທດ. ການມາຢ້ຽມຢາມຄັ້ງນີ້ຄະນະທິມງານ ຄຸ້ມຄອງຄວາມປອດໄພ ອາຫານ ສປປ ລາວ, ໄດ້ຖືກຕ້ອນ ຮັບເປັນພິເສດຈາກ ຄະນະທິມງານອົງການຄຸ້ມຄອງ ຄວາມປອດໄພອາຫານ ສສ ຫວຽດນາມ ແລະ ໄດ້ຮັບການສະໜັບ ສະໜູນງົບປະ ມານຈາກໂຄງ ການ ADB SPS-GMS.
 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA