ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 137 ປີ (01/05/1886-01/05/2023) ; ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 73 ປີ (01/06/1950-01/06/2023) ; ຊົມເຊີຍວັນແພດລາວ ຄົບຮອບ 58 ປີ (18/06/1965-18/06/2023) ; ຊົມເຊີຍວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ ຄົບຮອບ 113 ປີ (13/07/1909-13/07/2023) ; ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2023) ; ຊົມເຊີຍວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 32 ປີ (15/08/1975-15/08/2023) ; ຊົມເຊີຍວັນຍຶດອຳນາດທົ່ວປະເທດ ຄົບຮອບ 48 ປີ (23/08/1975-23/08/2023) ; LAO ENG   
 
 
 
 
 
 
 
 
 

ສະຖິຕິການຢ້ຽມຊົມ
 ກໍາລັງຊົມເວັບໄຊທ໌ຂະນະນີ້ 116
 ມື້ນີ້ 1,316
 ມື້ວານນີ້ 1,660
 ເດືອນນີ້ 3,544
 ເດືອນແລ້ວນີ້ 46,722
 ປີນີ້ 204,449
 ປີກາຍນີ້ 167,903
 ທັງໝົດ 809,092
   
 
ການເຝົ້າລະວັງອາຫານປົນເປື້ອນສານເຄມີ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 05/10/2016

ການເຝົ້າລະວັງອາຫານປົນເປື້ອນສານເຄມີ

ໂດຍ: ດຣ. ສະແຫວງວົງ ດວງສະຫວັນ

 

ຜ່ານການລົງຕິດຕາມກວດກາບາງປະເພດສິນຄ້າ ທີ່ຂາຍຕາມຕະຫຼາດສົດ ໃນ ສປປ ລາວ ຈໍານວນໜຶ່ງຂອງກອງກວດກາປະສານສົມທົບກັບ ຂະແໜງອາຫານ ແລະ ຢານະຄອນຫຼວງ ແລະ ບາງແຂວງ, ພວເຮົາພົບເຫັນວ່າ ມີບາງປະເພດສິນຄ້າ ທີ່ຂາຍ ມີການປົນເປື້ອນສານເຄມີອັນຕະລາຍຈຳນວນໜຶ່ງເຊັ່ນ:

1.   ຟໍມາລີນ/Formalin(Formaldehyde)

ຟໍມາລີ​ນ​ເປັນສານ​ເຄມີ​ຊະນິດໜຶ່ງທີ່​ເປັນ​ພິດ ສາມາດ​ລະລາຍ​ໄດ້​ໃນ​ນ້ຳ ​ແລະ ​ເຫຼົ້າ, ​ໃຊ້​ໃນ​ສົບ​ຄົນ​ຕາຍ​ເພື່ອ​ປ້ອງ​ກັນ​ກິ່ນ ມີ​ກິ່ນ​ແຮງ ​ແສບ​ດັງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ​ຍັງ​ພົບ​ເຫັນ​ຟໍມາ​ລີ​ນ ​ໃນ​ທຳ​ມະຊາດ​ໃນ​ປະລິມານ​ສູງ ພົບ​ໃນ​ຜັກໝາກ​ໄມ້ ະ​ເພດ​ຕ່າງໆຊື່​ງ​ໃນ​ປະລິມານ​ດັ່ງກ່າວ ບໍ່​ໄດ້​ສະ​ແດງ​ພິດ​ໃຫ້​ເຫັນ.

      ພິດ​ທີ່​ເກີດ​ຈາກ​ຟໍມາລີ​ນ:

ມີຜົນ​ກະທົບ​ຕໍ່ລະບົບ​ຫາຍ​ໃຈ​ຫາກ​ສູດ​ດົມ​ເຂົ້າ​ໄປ, ​ເຈັບຄໍ, ​ໄອ ຫາຍ​ໃຈບໍ່ອອກ, ປອດ​ອັກ​ເສບ, ນ້ຳ​ຖ້ວມ​ປອດ​ສາມາດ​ພາ​ໃຫ້​ເສຍ​ຊີວິດ​ໄດ້. ຖ້າ​ຖືກ​ຜິວໜັງ​ເປັນ​ຜື່ນຄັນ, ​ໄໝ້ປ່ຽນ​ເປັນ​ສີຂາວ, ຖ້າ​ຜ່ານ​ລະບົບ​ລະລາຍ ມີ​ອາການ​ເຈັບ​ປວຫົວ​ຢ່າງ​ແຮງ, ປວດທ້ອງ, ປາກ​ຄໍ​ແຫ້ງ ຫົວ​​ໃຈ​ເຕັ້ນ​ໄວ ​ແໜ້ນໜ້າ​ເອິກ ປຸ້ນທ້ອງ, ປວດຮາກ, ປັດ​ສະວະ​ບໍ່ອອກ ຫຼື​ອອກເລືອດ ອ່ອນ​ເພັຍ ​ເຫື່ອ​ອອກ​ຕົວ​ເຢັນ​ຄໍ​ແຂງ, ປະລິມານ​ສອງ​ບ່ວງ​ແກງ​ສາມາດ​ພາ​ໃຫ້​ເສບ​ຊີວິດ​ໄດ້ ມີ​ການ​ນຳ​ເອົາ​ສານ​ຟໍມາລີ​ນ ມາ​ປະສົມ​ໃສ່​ໃນ​ອາຫານ​ບາງ​ຊະນິດ​ເຊັ່ນ: ຜັກ, ໝາກ​ໄມ້​ປອ໋ງ​ເພື່ອ​ກັນ​ບູດ,​ເນົ່າ, ປາທູ, ​ເນື້ອໝູ, ອາຫານ​ທະ​ເລ​ປະ​ພດຕ່າງໆ​ເພື່ອ​ປ້ອງ​ກັນການ​ເນົ່າ​ເສັຍ​ເຮັດ​ໃຫ້​ມີ​ຄວາມ​ສົດ​ຢູ່​ນານ.

2.  ສານ​ບໍ​ແລັກ/Borax (ຫຼືຜົງ​ກອບ)

ສານ​ບໍ​ແລັກ​ເປັນສານ​ເຄມີ​ທີ່​ນຳ​ມາ​ໃຊ້​ໃນ​ອຸດ​ສະຫະ​ກຳ​ຕ່າງໆ​ເຊັ່ນ: ອຸດ​ສະຫະ​ກຳ ຜະລິດ​ແກ້ວ ​ເພື່ອ​ຊ່ວຍ​ໃຫ້​ມີ​ຄວາມໜຽວ​ແຂງ​ແຮງ ​ໃຊ້​ໃນ​ອຸດ​ສະຫະ​ກຳ​ເຄື່ອງ​ປັ້ນດິນ​ເຜົາ ​ເຮັດ​ໃຫ້​ມີ​ຄວາມ​ມັນ​ແວວ​ວາວ ​ໃຊ້​ໃນ​ເຄື່ອງ​ສຳອາງ​ເປັນ​ວັດຖຸ​ກັນ​ເສຍ ປ້ອງ​ກັນ​ເຊື້ອ​ຈຸ​ລະ​ຊີບ​ຕ່າງໆ, ອຸດ​ສະຫະ​ກຳ​ຟອກໜັງ​ເປັນ​ຢນຂ້າ​ແມງ​ໄມ້… ​ເນື່ອງ​ຈາກ ບໍ​ແລັກ​ມີ​ຄຸນ​ລັກສະນະ​ຊັຊຊ້ອນ ຍັງ​ມີ​ລັກສະນະ​ເຮັດ​ໃຫ້​ຜົງ​ກອບ ​ແລະ ມີ​ຄຸນສົມບັດ​ປ້ອງ​ກັນ​ການ​ບູດ​ເນົ່າ, ຈຶ່ງ​ພາ​ໃຫ້​ຜູ້​ຜະລິດ​ອາຫານ​ນຳ​ມາ​ປະສົມ​ໃສ່​ໃນ​ອາຫານ​ປະ​ເພດ​ຕ່າງໆ​ເຊັ່ນ: ໝູຍອງ, ຈືນ​ມັນ, ​ໄສ້ກອກ, ວຸ້ນ, ໝາກມ່ວງ​ດອງ, ຜັກກາດ​ດອງ ​ເພື່ອ​ເຮັດ​ໃຫ້​ອາຫານ​ປະ​ເພດ​ນີ້ ກອບ​ແຂງ ຢູ່​ໄດ້​ນານ. ນອກຈາກ​ນີ້​ຍັງ​ພົບ​ວ່າ​ເອົາ​ໄປ​ລະລາຍ​ໃນ​ນ້ຳ ​ແລ້ວ​ໄປ​ທາ​ໃສ່​ຊີ້ນ​ງົວ, ໝູ ​ເພື່ອ​ເຮັດ​ໃຫ້​ເບິ່ງ​ວ່າ​ມີ​ຄວາມ​ສົດ​ຢູ່​ຕະຫຼອດ​ເວລາ. ນອກຈາກ​ນີ້​ຍັງ​ພົບ​ໃນ​ແປ້ງ​ນົວ ທີ່​ບໍ່ມີ​ມາດຕະຖານ​ຄຸນ​ນະພາ​ບ.

      ພິດ​ທີ່​ເກີດ​ຈາກ​ບໍ​ແຣກ:

ບໍ​ແຣກ ສາມາດ​ພາ​ໃຫ້​ເກີດ​ພິດ​ອັນຕະລາຍ​ແກ່​ຮ່າງກາຍ ຊຶ່ງ​ມີ​ຜົນ​ຕໍ່ຈຸ​ລັງ​ຂອງ​ຮ່າງກາຍ​ທັງໝົດ, ຄວາມ​ຮ້າຍ​ແຮງ ​ແລະ ​ເກີດ​ພິດ ຂື້ນ​ກັບ​ປະລິມານ​ຄວາມ​ເຂັ້ມ​ຂຸ້ນ​ທີ່​ຮ່າງກາຍ​ໄດ້​ຮັບ, ​ໄຂ່ຫຼັງ ​ເປັນ​ອະ​ໄວ​ຍະ​ວະ​ສຳຄັນ​ທີ່​ຖືກ​ກະທົບ. ນອກຈາກ​ນັ້ນ ຍັງ​ກະທົບ​ຕໍ່ກະ​ເພາະ​ລຳ​ໃສ້, ຕັບ ສະໜອງ​ເຮັດ​ໃຫ້​ມີ​ເລືອດ​ຄ້າງ ຜິວໜັງ​ແຕກ ​ເປັນ​ແຜ ບວມ​ຄ້າຍ​ຖືກ​ນ້ຳ​ຮ້ອນ​ລວກ ປັດ​ສະວະ​ອອກໜ້ອຍ ຫຼືບໍ່ອອກ ​ເນື່ອງ​ຈາກ​ໄຂ່ຫຼັງ​ໄດ້​ຖືກ​ຜົນ​ກະທົບ. ​ໃນ​ປະລິມານໜ້ອຍພົບ​ປຸ້ນທ້ອງ ປວດຮາກ, ຖອກທ້ອງ ມີເລືອດປະປົນອອກມາ, ອ່ອນ​ເພຍ ປວດ​ຫົວ​ງຸດງິດ ມີ​ອາການ​ປະສາດ ຊັກໝົດສະຕິ, ຜິວໜັງອັກ​ເສບ ຜົມ​ລົ່ນ.

      ຈາກ​ອັນຕະລາຍ​ດັ່ງກ່າວ ​ແລະ ອີງ​ໃສ່​ກົດໝາຍວ່າ​ດ້ວຍ​ອາຫານ (ສະບັບ​ປັບປຸງ ​ເລກທີ 33/ສພຊ, ລົງ​ວັນ​ທີ 24 ກໍລະກົດ 2013, ພາກ​ທີ V ມາດຕາ 52 ຂໍ້​ຫ້າມ​ສຳຫຼັບຜູ້​ດຳ​ເນີນ​ທຸລະ​ກິດ), ກອງ​ກວດກາ​ອາຫານ ​ແລະ ຢາ ຈຶ່ງ​ຂໍ​ແຈ້ງ​ເຕືອນ​ມາ​ຍັງ​ຜູ້​ປະກອບ​ການ, ຜູ້​ຜະລິດ ​ແລະ ຈຳໜ່າຍອາຫານ, ຫ້າມ​ນຳ​ເອົາ​ຟໍມາ​ລິນ ​ແລະ ບໍ​ແຣກ ມາ​ປະສົມ​ໃສ່​ໃນ​ອາຫານ​ທຸກ​ປະ​ເພດ, ຖ້າ​ຫາກ​ກວດ​ພົບ​ເຫັນ ຈະ​ໄດ້​ຮັບ​ການ​ກ່າວ​ເຕືອນ ​ແລະ ກ້າວ​ໄປ​ເຖິງ​ການ​ປະຕິບັດ​ຕາມ​ລະບຽບກົດໝາຍຢ່າງ​ເຂັ້ມ​ງວດ.

 
ແຫລ່ງທີ່ມາ:
   
         
ID ຊື່ຜະລິດຕະພັນ ໂຮງງານຜູ້ຜະລິດ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ຈາກໂຮງງານ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ໂດຍສູນວິເຄາະລະບາດວິທະຍາ ເລກທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ວັນທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ບໍລິສັດນຳເຂົ້າ ຮູບພາບ ແລະ ວິທີການນໍາໃຊ້
1Sure Status COVID-19 Antigen Card Test (Nasopharyngeal Swab)Premier Medical Corporation Private Limited (India)ຄວາມໄວ 94.4% (Sensitivity), ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0101/11/2021ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
2Panbio COVID-19 Ag Rapid Test Device (Nasal)Abbott Rapid Diagnostic Jena GmbH (Germany) ຄວາມໄວ 98.1% (Sensitivity) ຄວາມຈຳເພາະ 99.8% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0201/11/2021ບໍລິສັດ ຊີບີເອັຟ ຟາຣມາ ຈຳກັດPREVIEW
3Standard Q COVID-19 Ag Test (Nasopharyngeal Swab)SD Biosensor, Inc (Korea)- ທົດສອບໃນປະເທດເຢຍລະມັນ ຄວາມໄວ 100% (Sensitivity) ຄວາມຈຳເພາະ 99.3% (Specificity), ທົດສອບໃນປະເທດເຢຍບຣາຊີນ ຄວາມໄວ 95.9% (Sensitivity) ຄວາມຈໍາເພາະ 97.6% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0318/11/2021ບໍລິສັດ ເອັສເຄເອັນການຄ້າ ຂາອອກ-ຂາເຂົ້າຈຳກັດ ຜູ້ດຽວPREVIEW
4COVID-19 (SARS-CoV-2) Antigen Test Kit (Kolloidal Gold)Anhui DeepBlue Medical Technology,Co.,Ltd (China)ຄວາມໄວ 96.4% (Sensitivity)ຄວາມຈຳເພາະ 99,8% (Specificity)ບໍ່ໄດ້ທົດສອບຄືນEUA-02-0722/02/2022ບໍລິສັດ ພອນທິດາ ຂາເຂົ້າ - ຂາອອກPREVIEW
5Covid-19 Antigen CARD KitFosun Diagnostics (Shanghai) Co.,Ltd (China)ຄວາມໄວ 96.1% (Sensitivity) ຄວາມຈຳເພາະ 99,5% (Specificity)ບໍ່ໄດ້ທົດສອບຄືນEUA-02-0218/02/2022ບໍລິສັດ ການຢາມິດຕະພາບ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
6SARS-CoV-2 Rapid Antigen Test Kit (Colloidal Gold)Genrui Biotech Inc. (China)ຄວາມໄວ 98.13% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0418/02/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
7One Step Rapid Test, SARS-CoV-2 Rapid Antigen Test (Immunochromatograpphy Assay)Qingdao Hightop Biotech Co.,Ltd (China)ຄວາມໄວ 93% (Sensitivity) ຄວາມຈຳເພາະ 99% (Specificity)ບໍ່ໄດ້ທົດສອບຄືນEUA-02-0318/02/2022ບໍລິສັດ ເອັນເອັນຊີ ຟາກມາຈຳກັດPREVIEW
8Sure Status COVID-19 Antigen Card Test (Home Test)Premier Medical Corporation Private Limited (India)ຄວາມໄວ 95% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0118/02/2022ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
92019-nCoV Antigen Test, W634P0009 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0622/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
102019-nCoV Antigen Test, W196P0010 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0522/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
11SARS-CoV-2 Antigen Test Kit (LFIA)Jiangsu Medomic Medical Technology Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0827/04/2022ບໍລິສັດ ດີເຄເອັດສເຮັດສ ລາວ ຈຳກັດ (DKSH)PREVIEW
122019-nCoV Antigen Rapid Test Cassette Anterior Nasal SwabBeijing Applied Biological Technologies Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0926/04/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
13SARS-CoV-2 Rapid Antigen Test Kit (Colloidal Gold Method)Nanjing Qiitianying Biotech Co., Ltdຄວາມໄວ 96,25% (Sensitivity) ຄວາມຈຳເພາະ 99% (Specificity)N/AEUA-02-1011/05/2022ບໍລິສັດ ຄ່າງອານອິນເຕີເນເຊີນນໍ ຂາເຂົ້າ ແລະ ຂາອອກ ຈຳກັດຜູ້ດຽວPREVIEW

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA