ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອ.ຢ ບໍ່ແກ້ວທໍາລາຍຜະລິດຕະພັນໝົດອາຍຸ ແລະ ເສຍຄຸນນະພາບ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 21/10/2016

ອ.ຢ ບໍ່ແກ້ວທໍາລາຍຜະລິດຕະພັນໝົດອາຍຸ ແລະ ເສຍຄຸນນະພາບ

 

ຂ່າວ:    ຂະແໜງອາຫານ ແລະ ຢາ ແຂວງ ບໍ່ແກ້ວ

         

ເພື່ອສືບຕໍ່ວຽກງານຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງອາຫານທີ່ຜະລິດ ແລະ ຈໍາໜ່າຍພາຍໃນແຂວງ ບໍ່ແກ້ວ ໃຫ້ມີຄວາມປອດໄພຕໍ່ຜູ້ບໍລິໂພກ, ໃນລະຫວ່າງວັນທີ 11-19 ຕຸລາ 2016 ທີ່ຜ່ານມາ  ຂະແໜງອາຫານ ແລະ ຢາ ພະແນກສາທາລະສຸກແຂວງ ໄດ້ສົມທົບກັບ ອໍານາດການປົກຄອງທີ່ກ່ຽວຂ້ອງ ຂອງເມືອງຕົ້ນເຜິ້ງເປັນຕົ້ນຂະແໜງ ກວດກາພັກ-ລັດ, ຂະແໜງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍ ກໍາລັງປ້ອງກັນຄວມສະຫງົບ ເມືອງ ໄດ້ຈັດຕັ້ງການກວດກາໂຮງງານນໍ້າດື່ມ, ໂຮງານຜະລິດນໍາກ້ອນ, ຜະລິດຕະພັນອາຫານ, ເຄື່ອງດື່ອມທີ່ຈໍາໜ່າຍຢູ່ຕາມຮ້ານຄ້າຕ່າງໆ ລວມທັງຕະຫຼາດສົດ.

          ການຈັດຕັ້ງການກວດກາຄັ້ງນີ້ ແມ່ນເພື່ອສືບຕໍ່ຈັດຕັ້ງປະຕິບັດຕາມແຜນກິດຈະກໍາ ທີ່ຂະແໜງອາຫານ ແລະ ຢາແຂວງ ວາງອອກ ເພື່ອຮັບປະກັນ ຄຸນນະພາບ ແລະ ອາຫານປອດໄພ ເພືອປົກປ້ອງຜູ້ບໍລິໂພກ. ໃນການລົງກວດກາຫົວໜ່ວຍທຸລະກິດຊຸດນີ້ ບັນຫາທີ່ກວດ ແມ່ນການຜະລິດນໍາດື່ມ ຍັງພົບເຫັນໂຮງງານຜະລິດນໍ້າດື່ມຂອງໂຮງງານຈໍານວນໜຶ່ງ ບໍ່ທັນປະຕິບັດໄດ້ບັນລຸຢ່າງຄວບຖ້ວນຕາມມາດຕະຖານທີ່ກະຊວງສາທາລະນະສຸກວາງອອກ, ນອກຈາກນີ້ ຍັງກວດພົບອາຫານ ແລະ ເຄື່ອງດື່ມຈໍານວນໜຶ່ງທີ່ວາງຂາຍ ໄດ້ໝົດອາຍຸການນໍາໃຊ້ ແລະ ເສຍຄຸນນະພາບ. ຕໍ່ກັບບັນຫາຂໍ້ບົກຜ່ອງຕ່າງໆ ໜ່ວຍງານກວດກາ ໄດ້ປະຕິບັດມາດຕະການທີ່ເໝາະສົມ ໂດຍສະເພາະການແນະນໍາຜູ້ປະກອບການຜະລິດໂຮງງານນໍ້າດື່ມ ສືບຕໍ່ປັບປຸງແກ້ໄຂຈຸດບົກຜ່ອງໃຫ້ສໍາເລັດ ແລະ ລາຍງານໃຫ້ຂະແໜງອາຫານ ແລະ ຢາ ຮັບຊາບ. ສໍາລັບຜະລິດຕະພັນທີ່ເສື່ອມຄຸນນະພາບ  ແລະ ໝົດອາຍຸ ທິມງານໄດ້ຢຶດ ແລະ ໃຫ້ການສຶກສາອົບຮົມຜູ້ຂາຍໃຫ້ຜູ້ປະກອບການໄດ້ເອົາໃຈໃສ່ກວດກາຜະລິດຕະພັນທີ່ວາງຂາຍ ຫ້າມບໍ່ໃຫ້ຂາຍຜະລິດຕະພັນດັ່ງກ່າວ ເພາະບໍ່ມີຄວາມປອດໄພສຸຂະພາບຂອງພໍ່ແມ່ປະຊາຊົນ ແລະ ຜູ້ບໍລິໂພກ.

          ນອກຈາກນັ້ນ, ຂະແໜງອະຫານ ໂດຍສົມທົບກັບພາກສ່ວນທີກ່ຽວຂ້ອງ ໄດ້ນໍາເອົາຜະລິດຕະພັນທີ່ບໍ່ປອດໄພ ທີ່ພົບ ໃນການກວດກາ ຈັດຕັ້ງທໍາລາຍ ທໍາລາຍອາຫານ ແລະ ເຄື່ອງດື່ມທີ່ໝົດອາຍຸ ແລະ ເສຍຄຸນນະພາບ ເຊິ່ງພິທີການທໍາລາຍແມ່ນ ໄດ້ຈັດຕັ້ງຂຶ້ນທີ່ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ ໃນວັນທີ 19 ຕຸລາ 2016.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA