ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມສະຫຼຸບວຽກງານອາຫານ ແລະ ຢາ ທົ່ວປະເທດຄັ້ງທີ VIII ຈັດຂຶ້ນ ວັນທີ 21-23 ພະຈິກ 2016
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 01/12/2016

ບົດຂ່າວໂດຍ: ສຸກສົມຄວນ ຈັນທະມາດ

   ກອງປະຊຸມອາຫານ ແລະ ຢາ ທົ່ວປະເທດຄັ້ງທີ່ VIII ໄດ້ຈັດຂຶ້ນ ລະຫວ່າງວັນທີ 21-23 ພິຈິກ 2016 ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພອນ ພຸດທະວົງ ເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ເປັນປະທານ ໃນວາລະພິທີເປີດກອງປະຊຸມ, ທ່ານ ດຣ. ສົມທະວີ ຈາງວິສົມມິດ ຄະນະປະຈໍາພັກກະຊວງ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ. ນາງ Monica Fong ຕາງໜ້າຈາກອົງການອະນາໄມໂລກ ແລະ ຕາງໜ້າຈາກພາກສ່ວນຕ່າງໆ ເຊັ່ນ: ກົມມະຫາພາກ, ສະຖານບັນ, ສູນ, ກອງ, ພະແນກສາທາລະນະສຸກ 17 ແຂວງ ແລະ ນະຄອນຫຼວງ, ບັນດາຂະແໜງການກ່ຽວຂ້ອງເປັນຕົ້ນ: ຂະແໜງອຸດສາຫະກໍາ ແລະ ການຄ້າ, ກະສິກໍາ ແລະ ປ່າໄມ, ກົມເສນາຮັກ ຂອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ອົງການຈັດຕັ້ງສາກົນ ແລະ ພະນັກງານ-ວິຊາການ ລວມທັງໝົດ 150 ທ່ານ.

 ຈຸດປະສົງຂອງກອງປະຊຸມເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງານປົກປ້ອງຜູ້ບໍລິໂພກອາຫານ, ຢາ ແລະ ຜະລິດຕະພັນການແພດ ໃນໄລຍະຜ່ານມາ ແຕ່ປີ 2011-2015; ປະເມີນການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານຢາ ແລະ ສະເຫນີຜ່ານຮ່າງເນື້ອໃນນະໂຍບາຍແຫ່ງຊາດດ້ານຢາ ສະບັບປັບປຸງ ແລະ ສ້າງແຜນຍຸດທະສາດພັດທະນາວຽກງານອາຫານ ແລະ ຢາ. ກອງປະຊຸມຈະດໍາເນີນ 3 ວັນເຕັມ ໂດຍມີການນໍາສະເຫນີບົດໃນຫຼາຍໆຫົວຂໍ້ກ່ຽວກັບຜົນສໍາເລັດຂອງວຽກງານຄຸ້ມຄອງອາຫານ ແລະ ຢາ ແລະ ວຽກງານຂອງຂະແໜງການຕ່າງໆ ທີ່ປິ່ນອ້ອມວຽກງານຄຸມຄອງ.  

        ຕະຫລອດ 5 ປີ ຜ່ານມາ (2011-2015) ກົມອາຫານ ແລະ ຢາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການສຶກສາອົບຮົມເຜີຍແຜ່ວຽກງານການເມືອງ-ແນວຄິດ ແລະ ເພີ້ມຄວາມເຂັ້ມແຂງການຈັດຕັ້ງປະຕິບັດວຽກງານອາຫານ ແລະ ຢາ ເພື່ອເຊື່ອມໂຍງກັບສາກົນ ແລະ ພາກພື້ນຢ່າງມີປະສິດທີ່ຜົນ ພ້ອມທັງເປັນເຈົ້າການປະຕິບັດວຽກງານວິຊາສະເພາະຕົນດ້ວຍຄວາມຮັບຜິດຊອບສູງ ເຊິ່ງໄດ້ສ້າງ ແລະ ປັບປຸງບັນດາກົດໝາຍ ແລະ ນິຕິກໍາທີ່ສອດຄ່ອງ ເຊິ່ງພົ້ນເດັ່ນໃນປີ 2011 ແມ່ນກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດສະບັບປັບປຸງ ທີ່ປະກາດໃຊ້ໃນປີ 2000 ເປັນຕົ້ນມາ ໄດ້ຮັບການປັບປຸງຄືນເພື່ອໃຫ້ມີຄວາມຖືກຕ້ອງສອດຄ່ອງເໝາະສົມຍິ່ງຂຶ້ນ, ກົດໝາຍວ່າດ້ວຍອາຫານ ສະບັບປັບປຸງ ປີ 2013,  ນິຕິກໍາລຸ່ມກົດໝາຍ ເປັນຕົ້ນຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍການຄຸ້ມຄອງໂຄສະນາອາຫານ, ຢາ ແລະ ຜະລິດຕະພັນການແພດ, ຂໍ້ຕົກລົງວ່າດ້ວຍການທໍາລາຍສະສາງຢາ ແລະ ຜະລິດຕະພັນການແພດ, ຂໍ້ຕົກລົງວ່າດວຍຮ້ານຂາຍຍ່ອຍຢາ ແລະ ບັນດາຄູ່ມືຈັດຕັ້ງປະຕິບັດຕ່າງໆ. ໄດ້ເອົາໃຈໃສ່ຄຸ້ມຄອງຜະລິດຕະພັນຢ່າງເຂັ້ມງວດ ເຊິ່ງປະຈຸບັນມີຜະລິດຕະພັນຢາຂຶ້ນທະບຽນທັງໝົດ 1738 ລາຍການໂຮງງານຜະລິດຢາ ໄດ້ຮັບການຢັ້ງຢືນ ການຜະລິດທີ່ດີ GMP ຈໍານວນ 03 ໂຮງງານ ສາມາດຕອບສະໜອງຢາຮັບໃຊ້ສັງຄົມ ກວາມເອົາ 50% ຂອງຢາທັງໝົດທີ່ນໍາໃຊ້.

 ນອກຈາກນີ້ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງຢາພື້ນເມືອງ, ຄຸມຄອງໂຄສະນາຂ່າວສານອາຫານ ແລະ ຢາ, ວຽກງານຄຸ້ມຄອງ ການຢາລັດ ໂດຍການຊຸກຍູ້ສົ່ງເສີມແພດໜໍນໍາໃຊ້ຢາຢາຢ່າງສົມເຫດສົມຜົນ, ວຽກງານຈັດຊື້ ສະໜອງ ແລະ ເກັບຮັກສາຢາ ໃຫ້ຮັບປະກັນດ້ານຄຸນນະພາບ ແລະ ລາຄາທີ່ເໝາະສົມ, ວຽກງານຄຸ້ມຄອງຢາເສບຕິດ ວັດຖຸອອກລິດຕໍ່ຈິດ-ປະສາດ ເຄມີຄວບຄຸມເຄມີທົ່ວໄປ ແລະ ເຄື່ອງສໍາອາງ. ພັດທະນາວຽກງານກວດກາວິໄຈໃຫ້ເທົ່າທຽມມາດຕະຖານສາກົນ, ວຽກງານຄຸ້ມຄອງຄວາມປອດໄພຂອງອາຫານ, ວຽກງານປະຕິບັດພັນທະສາກົນລວມ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA