ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ເຜີຍແຜ່ຂໍ້ຕົກວ່າດ້ວຍການຄຸ້ມຄອງໂຄສະນາອາຫານ, ຢາ ແລະ ຜະລິດຕະພັນການແພດ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 20/12/2016
 

ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມເຜີຍແຜ່ ນິຕິກໍາຈໍານວນໜຶ່ງທີ່ກະຊວງສາທາລະນະສຸກໄດ້ສ້າງ ແລະ ປັບປຸງ ທີ່ແຂວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ດຣ. ສົມທະວີ ຈາງວິສົມມິດ, ຄະນະປະຈໍາພັກກະຊວງ ຫົວໜ້າກົມອາຫານ ແລະ ຢາ. ກອງປະຊຸມ ໄດ້ມີຜູ້ ເຂົ້າຮ່ວມຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ກົມກອງອ້ອມຂ້າງກະຊວງສາທາລະນະສຸກ, ບັນດາໂຮງໝໍສູນກາງ ແລະ ໂຮງໝໍແຂວງ 17 ແຂວງ ແລະ ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກ ກະຊວງຕ່າງໆ ທີ່ກ່ຽວຂ້ອງເປັນຕົ້ນ ກະຊວງຖະແຫຼງຂ່າວ ວັດຖະນະທໍາ ແລະ ທ່ອງທ່ຽວ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງປ້ອງຊາດ ແລະ ກະຊວງປ້ອງກັນຄວາມສະຫງົບ, ນອກຈາກນີ້ຍັງມີຕາງໜ້າຈາກພາກສ່ວນສື່ມວນຊົນ ເຊັ່ນ: ວິທະຍຸກະຈ່າຍສຽງແຫ່ງຊາດ, ວິທະຍຸກະຈ່າຍສຽງນະຄອນຫຼວງ, ໂທລະພາບແຫ່ງຊາດ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທຽວ, ວິທະຍຸ ໂທລະພາບ ກະຊວງປ້ອງກັນຊາດ, ລວມທັງໝົດ ຈໍານວນ 185 ທ່ານ.

          ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ບັນດານິຕິກໍາ ໂດຍສະເພາະຂໍ້ຕົກລົງຂອງກະຊວງສາທາລະນະສຸກ ເຊັ່ນ: ຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍການໂຄສະນາອາຫານ  ແລະ ຜະລິດຕະພັນການແພດ ສະບັບເລກທີ 1494/ກຊສ  06/07/2016; ຂໍ້ຕົກລົງຂອງກະຊວງສາທາລະນະສຸກ ສະບັບເລກທີ 2922/ສທ, ລົງວັນທີ 21/09/2016 ວ່າດ້ວຍຮ້ານຂາຍຍ່ອຍຢາ, ຂໍ້ຕົກລົງວ່າດ້ວຍການຊໍາລະສະສາງຢາ ແລະ ຜະລິດຕະພັນການແພດ ເລກທີ 1892/ສທ, ລົງວັນທີ 05/08/2016 ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ນໍາເອົາໄປຈັດຕັ້ງປະບັດໃຫ້ປະກົດເປັນຈິງ.

          ໃນປີ 2016 ນີ້ ກະຊວງສາທາລະນະສຸກ ສຸມໃສ່ການປັບປຸງບັນດານິຕິກໍາລຸ່ມກົດໝາຍຈໍານວນໜຶ່ງ ຊຶ່ງໄດ້ສໍາເລັດ ແລະ ຖືກຮັບຮອງຈາກກະຊວງ ເຊິ່ງແມ່ນການຜັນຂະຫຍາຍ ບາງເນື້ອໃນບາງມາດຕາ ຂອງວ່າກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບການປັບປຸງ ໃນປີ 2011; ແລະ ກົດໝາຍວ່າດ້ວຍອາຫານ ສະບັບປັບປຸງປີ 2013 ເພື່ອໃຫ້ສອດຄ່ອງກັບສະພາບວຽກງານການຄຸ້ມຄອງອາຫານ ແລະ ຢາ ຢູ່ ສປປ ລາວ. ກ່ຽວກັບວຽກງານໂຄສະນາ ໃນໄລຍະຜ່ານມາກໍ່ມີການໂຄສະນາ ຢາ ແລະ ຜະລິດຕະພັນການແພດ ຂອງບາງບໍລິສັດ  ແມ່ນບໍ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ. ດັ່ງນັນ, ຈຶ່ງມີການໂຄສະນາເກີນຄວາມເປັນຈິງ, ມີລັກຊະນະຊວນເຊື່ອ, ຫຼອກລວງ ຜູ້ບໍລິໂພກ. ດັ່ງນັ້ນ, ກະຊວງສາທາລະນະສຸກຈຶ່ງໄດ້ທົບທວນ ແລະ ປັບປຸງຄືນ ບາງເນື້ອໃນຂອງຂໍ້ກໍານົດວ່າດ້ວຍການຄຸ້ມຄອງການໂຄສະນາ ຢາ ແລະ ຜະລິດຕະພັນການແພດທີ່ປະກາດໃຊ້ໃນປີ 2003.

          ໃນການຄຸ້ມຄອງຮ້ານຂາຍຍ່ອຍຢາ ແມ່ນໄດ້ມີຂໍ້ຕົກລົງຂອງກະຊວງສາທາລະນະສຸກ ສະບັບເລກທ 482/ກຊສ, ລົງວັນທີ 19 ເມສາ 2002 ເຊິ່ງເປັນບ່ອນອີງໃຫ້ແກ່ພະນັກງານກວດກາ ໃນການກວດກາຕິດຕາມຄຸ້ມຄອງ ລວມທັງຜູ້ປະກອບການນໍາໄປຈັດຕັ້ງປະຕິບັດຢ່າງເຄັ່ງຄັດ. ມາຮອດປະຈຸບັນ ແມ່ນມີຄວາມຈໍາເປັນຕ້ອງປັບປຸງ ເພື່ອໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການດ້ານຢາ ໃຫ້ສອດຄອງກັບສະພາບການຄຸ້ມຄອງໃຫ້ປະຈຸບັນຂອງການຄຸ້ມຄອງຮ້ານຂາຍຍ່ອຍຢາ, ເພື່ອກໍານົດເປັນເຄື່ອງມືສໍາລັບການຄຸ້ມຄອງການບໍລິການຮ້ານຂາຍຍ່ອຍຢາ ແລະ ການ ເຄື່ອນໄຫວຂອງຜູ້ປະກອບການໃນການຂາຍຍ່ອຍຢາ. ຂໍ້ກໍານົດຂອງກະຊວງສາທາລະນະສຸກ ເລກທີ 482/ກຊສ, ລົງວັນທີ 19 ເມສາ 2002 ມີ 10 ໝວດ, 22 ມາດຕາ ໄດ້ປັບປຸງມາເປັນຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍຮ້ານຂາຍຍ່ອຍຢາ ສະບັບເລກທີ 2922/ສທ. ລົງວັນທີ 19 ກັນຍາ 2016 ມີ 10 ໝວດ, 29 ມາດຕາ.      

          ກ່ຽວກັບການຊໍາລະສະສາງທໍາລາຍຢາ ແລະ ຜະລິດຕະພັນການແພດໄດ້ ກະຊວງສາທາລະນະສຸກ ກໍ່ແມ່ນຂໍ້ຕົກລົງສະບັບໜຶ່ງທີ່ໄດ້ຮັບການສ້າງຂຶ້ນ ໂດຍອີງໃສ່ຄວາມຈໍາເປັນ ແລະ ສະພາບຄວາມຮຽກຮ້ອງຕ້ອງການຂອງສັງຄົມເວົ້າລວມ, ເວົ້າສະເພາະ ກໍ່ແມ່ນຄວາມຮຽກຮ້ອງຕ້ອງການຂອງວຽກງານສາທາລະນະສຸກ ຕາມແຜນງານອາຫານ ແລະ ຢາ. ມີຄວາມຈໍາເປັນໃນການເອົາໃຈໃສ່ຕໍ່ສິ່ງແວດລ້ອມ ແລະ ເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍໃນລະບົບສາທາລະນະສຸກ ແລະ ຫຼີກລ້ຽງຜົນກະທົບຕໍ່ສິ່ງແວດລ້ອມ, ຄົນ ແລະ ສັດ. ການສະສາງທໍາລາຍຢາ ແລະ ຜະລິດຕະພັນການແພດແມ່ນມີຄວາມຈໍາເປັນໃຫ້ຈັດຕັ້ງປະຕິບັດຢ່າງເປັນລະບົບບົນພື້ນຖານທາງວິທະຍາສາດ ຫຼື ສອດຄ່ອງກັບເຮັກນິກວິຊາການ.

          ໄລຍະຜ່ານມາມີຢາ ແລະ ອຸປະກອນການແພດຈໍານວນໜຶ່ງ ທີ່ໝົດອາຍຸ ແລະ ເສຍຄຸນ ທີ່ເກັບຮັກສາໄວ້ຢູ່ສາງສູນກາງ, ສາງແຂວງ ຂອງບາງແຂວງ ເຊິ່ງໄດ້ມາຈາກການຊ່ວຍເຫຼືອ ແລະ ອື່ນໆ. ນອກຈາກນັ້ນແມ່ນໃນຂົງເຂດເອກະຊົນ ແລະ ລະບົບກອງທຶນໜູນວຽນຂອງພາກລັດ ຊຶ່ງຍັງຂາດຄູ່ມື ແລະ ການແນະນໍາສະເພາະໃນການຈັດຕັ້ງປະຕິບັດການທໍາລາຍ. ທຸກການຈັດຕັ້ງປະຕິບັດການທໍາລາຍໄດ້ສະເຫນີແຕ່ລະຂັ້ນແຕ່ຍັງບໍ່ມີວິທີການລະອຽດ ຫຼື ເປັນຫຼັກການທີ່ຊັດເຈນໃນການແກ້ໄຂ. ການຈັດຕັ້ງປະຕິບັດການທໍາລາຍ ໄດ້ສະເຫນີແຕ່ລະຂັ້ນແຕ່ຍັງບໍ່ມີວິທີການທີ່ລະອຽດ ຫຼື ເປັນຫຼັກການທີ່ຊັດເຈນ ໃນການແກ້ໄຂ. ການຈັດຕັ້ງປະຕິບັດທໍາລາຍ ແກ່ຍາວ ໃຊ້ເວລາ 1 ຫ 2 ປີ, ບາງຜະລິດຕະພັນໝົດອາຍຸ ແຕ່ຍັງສືບຕໍ່ເກັບໄວ້ໃນສາງເຖິງປະຈຸບັນ ຈຶ່ງເກີດມີສະພາບການອັງອໍໃນເນື້ອທີ່ຂອງສາງ, ເປັນຜົນກະທົບໃຫ້ແກ່ລະບົບການເກັບຮັກສາາທີ່ດີ ພ້ອມນີ້ ຍັງ ມີຄວາມຈໍາເປັນຕ້ອງການນໍາໃຊ້ສ້າງເພື່ອເກັບຮັກສາຢາ ແລະ ອຸປະກອນສະໜອງໃໝ່ໃນແຕ່ລະປີ. ດ້ວຍເຫດຜົນດັ່ງກ່າວ ຈຶ່ງມີຄວາມຈໍາເປັນນໃນການສ້າງລະບຽບການນີ້ຂຶ້ນ ເພື່ອນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງໃຫ້ສອດຄ່ອງກັບພາກພື້ນ ແລະ ສາກົນ. ກົມອາຫານ ແລະ ຢາ ໄດ້ເປັນໃຈກາງໃນການໄດ້ດໍາເນີນການສ້າງຂຶ້ນ ແລະ ໄດ້ຂໍຄໍາຄິດຄໍາເຫັນຈາກພາກສ່ວນຕ່າງໆ ໃນຂົງເຂດສາທາລະນະສຸກ ໂດຍຜ່ານ ກອງປະຊຸມຫຼາຍໆ ຄັ້ງ ແລະ ໄດ້ຂໍຄໍາຄິດຄໍາເຫັນຈາກພາກສ່ວນຕ່າງໆ ຂອງຂົງເຂດສາທາລະນະສຸກ ໂດຍຜ່ານກອງປະຊຸມຫຼາຍຄັ້ງ ໄດ້ຮັບອະນຸມັດ ເປັນຂໍ້ຕົກລົງຂອງລັດຖະມົນຕີະຊວງສາທາລະສຸກ ວ່າດ້ວຍການຊໍາລະສະສາງ ຢາ ແລະ ຜະລິດຕະພັນການແພດ  ເລກທີ 1862/ສທ, ລົງວັນທີ 05 ສິງຫາ 2016 ປະກອບມີ 8 ພາກ 22 ມາດຕາ.
   

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA