ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອົບຮົມຄູຝຶກ GMP ອາຊຽນ ສໍາລັບຢາພື້ນເມືອງ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 17/02/2017

ອົບຮົມຄູຝຶກ GMP ອາຊຽນ ສໍາລັບຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ

ບົດຂ່າວໂດຍ: ທ້າວ ໂສລິວັນ ແສງຈັນ  ວິຊາການສະຖານບັນການແພດການຢາພື້ນເມືອງ

          ຊຸດອົບຮົມຄູຝຶກການກວດກາການຜະລິດທີ່ດີ (Good Manufacturing Practice(GMP)) ສໍາລັບຢາພື້ນເມືອງ ແລະ ອາຫານເສີມສຸຂະພາບ ອາຊຽນ (Traditional Medicine and Health Suppliment(TMHS)) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ກຸມພາ 2017 ທີ່ ແຂວງຫຼວງພະບາງ ສປປ ລາວ ໂດຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ກວດກາຂອງລັດ ແລະ ພາກສ່ວນຜູ້ເຂົ້າຮ່ວມຜະລິດຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ຈໍານວນໜຶ່ງຂອງ 8 ປະເທດ ຂອງປະເທດອາຊຽນ ເຊັ່ນ: ກໍາປູເຈຍ, ອິນໂດເນເຊຍ, ສປປ ລາວ, ມຽນມາ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ສສ ຫວຽດນາມ ລວມທັງໝົດ 34 ຄົນ. ຈຸດປະສົງຂອງການອົບຮົມແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ທົດລອງນໍາສະເໜີຄູ່ມືການສອນ (GMP Training Module)  ທີ່ໄດ້ພັດທະນາຂຶ້ນ ແລະ ເພື່ອສົນທະນາປຶກສາຫາລື ແລກປ່ຽນບົດຮຽນກ່ຽວກັບວິທີການນໍາສະເຫນີ.

          ຄູ່ມືຫຼັກການການຜະລິດທີ່ດີສໍາລັບຢາພື້ນເມືອງ ແລະ ອາຫານເສີມສຸຂະພາບ ຂອງອາຊຽນ ໄດ້ຮັບການພັດທະນາຮ່ວມກັນໂດຍ ບັນດາປະເທດອາຊຽນ ເຊິ່ງພາຍຫຼັງສໍາເລັດການພັດທະນາຄູ່ມືດັ່ງກ່າວແລ້ວ, ອາຊຽນຍັງໄດ້ສືຕໍ່ພັດທະນາຄູ່ມືກ່ຽວກັບການສອນ(GMP Training Module) ຂຶ້ນມາຕື່ມເພື່ອອໍານວຍຄວາມສະດວກໃຫ້ແກ່ ທຸກພາກສ່ວນໄດ້ນໍາເອົາໄປພັດທະນາ ແລະ ຈັດຕັ້ງການຝຶກອົບຮົມຕໍ່ໄປ. ຄູ່ມືດັ່ງກ່າວ ປະກອບມີ 10 ພາກ ຄື: ພາກລະບົບການຄຸ້ມຄອງຄຸນນະພາ (Quality Management System); ບຸກຄະລາກອນ (Personel); ອາຄານ ແລະ ອຸປະກອນ (Premise and Equipments); ສຸກຂະອະນາໄມ ແລະ ຄວາມສະອາດ (Sanitation and Hygine); ລະບົບເອກະສານ (Documentation), ການຜະລິດ (Production); ການຄວບຄຸມຄຸນນະພາບ (Quality Control); ສັນຍາການະລິດ ແລະ ການວິໄຈຄຸມຄຸນນະພາບ (Contract manufacturing and Analysis); ແລະ ການກວດກາຕົນເອງ (Self inspection) ແລະ ເອກະສານແນບຄັດຫລາຍກວ່າ 20 ສະບັບ.

          ການອົບຮົມແມ່ນໄດ້ແບ່ງອອກເປັນ 3 ໄລຍະ, ໄລຍະທີ່ໜຶ່ງແມ່ນຈັດຢູ່ ແຂວງ ຫຼວງພະບາງ ສປປ ລາວ, ໄລຍະຕໍ່ໄປແມ່ນ ຈະຈັດທີ່ປະເທດມາເລເຊຍ ແລະ ຟີລິບປຶນ ພາຍໃຕ້ການສະໜັບສະໜູນງົບປະມານຂອງກອງທຶນພັດທະນາອາຊີ (ASEAN Development Fund-ADF).

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA