ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ສາຍອາຫານ ແລະ ຢາ ຈັດພິທີປະກາດການຈັດຕັ້ງ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 24/03/2017

ສາຍອາຫານ ແລະ ຢາ ຈັດພິທີປະກາດການຈັດຕັ້ງ

 

ເພື່ອສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງກະຊວງສາທາລະນະສຸກ ແຕ່ລະຂັ້ນ ໃຫ້ເໝາະສົມ ສອດຄ່ອງກັບຄວາມ ຮຽກຮ້ອງ ຕ້ອງການຂອງວຽກງານໃນແຕ່ລະໄລຍະ. ໃນຕອນເຊົ້າຂອງວັນທີ 14 ມິນາ 2017, ກົມຈັດຕັ້ງ ແລະ ພະນັກງານ ກະຊວງສາທາລະນະສຸກ ໄດ້ປະສານສົມທົບກັບ ກົມອາຫານ ແລະ ຢາ ແລະ ສະຖາບັນການແພດ ແລະ ການຢາພື້ນເມືອງ  ຈັດພິທີປະກາດການຈັດຕັ້ັງຂອງກົມອາຫານ ແລະ ຢາ ແລະ ສະຖານບັນການແພດ ແລະ ການຢາພື້ນເມືອງຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີດັ່ງກ່າວ ໂດຍທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະສຸກ ແລະ ມີບັນດາຄະນະຫ້ອງການກະຊວງ, ກົມ, ສະຖາບັນ, ສູນ, ໂຮງງານຜະລິດຢາ ໃນສາຍອາຫານ ແລະ ຢາ  ແລະ ພະນັກງານຫຼັກແຫຼ່ງ, ຄະນະອົງການຈັດຕັ້ງມະຫາຊົນ ເຊັ່ນ ຊາວໜຸ່ມ, ສະຫະພັນຍິງ ແລະ ກໍາມະບານຮາກຖານ ຂອງ ກົມອາຫານ ແລະ ຢາ ແລະ ສະຖານບັນການແພດ ແລະ ການຢາພື້ນເມືອງ ເຂົ້າຮ່ວມ.

ການປະກາດການຈັດຕັ້ງຂອງກົມອາຫານ ແລະ ຢາ ແລະ ສະຖານບັນການແພດ ແລະ ການຢາພື້ນເມືອງ ແມ່ນປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງສາທາລະສຸກ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າກົມອາຫານ ແລະ ຢາ  ແລະ ຮອງຫົວໜ້າສະຖານບັນການແພດ ແລະ ການຢາພື້ນເມືອງ ເຊິ່ງປະກອບມີຄື: ທ່ານ ດຣ. ບຸນຊູ ແກ້ວຫາວົງ ເປັນຮອງຫົວໜ້າ ກົມອາຫານ ແລະ ຢາ; ທ່ານ ດຣ. ບຸນເລື່ອນ ດວງເດືອນ  ເປັນຮອງຫົວໜ້າ ສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ທ່ານ ອຸ່ນເນື້ອ ແກ້ວກອງຕັນ  ຮອງຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ.

ໃນພິທີປະກາດການຈັດຕັ້ງຄັ້ງນີ້ ທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ໄດ້ໃຫ້ຄໍາຄິດ, ຄໍາເຫັນ ຕີລາຄາສູງຕໍ່ກັບວຽກງານອາຫານ ແລະ ຢາ ເຊິ່ງແມ່ນວຽກງານໜຶ່ງທີ່ມີຄວາມໝາຍຕໍ່້ກັບວຽກງານສາທາລະນະສຸກ ເຊິ່ງແຜນງານພັດທະນາສາທາສາທາລະນະສຸກ ປະກອບມີ 8 ແຜນງານ ໃນນັ້ນ ແຜນງານປົກປ້ອງຜູ້ບໍລິໂພກດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ແມ່ນແຜນງານທີ່ 4 ຂອງ 8 ແຜນງານ ເຊິ່ງໃນໄລຍະຜ່ານມາ ສາຍງານອາຫານ ແລະ ຢາ ພາຍໃຕ້ການຊີ້ນໍາຂອງຄະນະພັກຄະນະນໍາຂອງກົມອາຫານ ແລະ ຢາ ແລະ ສາຍອາຫານ ແລະ ຢາ ມີຜົນສໍາເລັດໃນຫຼາຍໆດ້ານ ປະກອບສ່ວນເຂົ້າໃນແຜນພັດທະນາສາທາລະນະສຸກ, ແຜນຍຸດທະສາດປະຕິຮູບສາທາລະນະສຸກ ແລະ ເປົ້າໝາຍການພັດທະນາທີ່ຢືນຍົງ ແລະ ທ່ານໄດ້ມີຄໍາເຫັນໃຫ້ທິດເຍືອງທາງແກ່ ຄະນະກົມ ແລະ ຄະນະສະຖາບັນທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພ້ອມດ້ວຍການນໍາຂອງກົມ, ສະຖາບັນ ແລະ ພະນັກງານໃຫ້ ສືບຕໍ່ ສ້າງຜົນງານ ເພື່ອບັນລຸຕາມຄາດໝາຍຂອງກົມ ກໍ່ຄືຂອງກະຊວງໃຫ້ໄດ້ຮັບໝາກຜົນ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA