ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກຳຈັດພະຍາດໄຂ້ມາລາເຣຍໃຫ້ໝົດໄປ ເພື່ອສຸຂະພາບທີ່ດີຂອງປະຊາຊົນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 26/04/2017

ກຳຈັດພະຍາດໄຂ້ມາລາເຣຍໃຫ້ໝົດໄປ ເພື່ອສຸຂະພາບທີ່ດີຂອງປະຊາຊົນ

 

ບົດຂ່າວຈາກ ໜັງສືພິມປະຊາຊົນ

 

ເນື່ອງໃນໂອກາດວັນໄຂ້ ມາລາເຣຍໂລກ ວັນທີ 25 ເມສາ 2017, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງ ສາທາລະນະສຸກໄດ້ມີຄຳເຫັນ ຕໍ່ວັນດັ່ງກ່າວຜ່ານສື່ມວນຊົນ ເມື່ອວັນທີ 24 ເມສານີ້ວ່າ: ໃນ ຫຼາຍປີຜ່ານມາມີຄົນເຈັບເປັນ ແລະ ຕາຍຍ້ອນພະຍາດໄຂ້ ມາລາເຣຍ ເປັນຈຳນວນຫຼວງ ຫຼາຍ ຈົນກາຍເປັນພາວະສຸກ ເສີນ ດ້ານສາທາລະນະສຸກ, ມີ ຜົນກະທົບຢ່າງກວ້າງຂວາງ ໃສ່ ການພັດທະນາເສດຖະກິດ- ສັງຄົມຢູ່ໃນຫຼາຍປະເທດ, ຫຼາຍ ຂົງເຂດໃນທົ່ວໂລກ ຍ້ອນແນວ ນັ້ນ ທາງອົງການອະນາໄມໂລກ (WHO) ຈຶ່ງໄດ້ນຳສະເໜີຕໍ່ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 60 ໃນເດືອນພຶດສະພາ ປີ 2007 ເພື່ອກຳນົດເອົາວັນທີ 25 ເມ ສາຂອງທຸກໆປີໃຫ້ເປັນວັນໄຂ້ ມາລາເຣຍໂລກ ເພື່ອໃຫ້ບັນ ດາປະເທດ ແລະ ອົງການຈັດ ຕັ້ງຕ່າງໆໃນທົ່ວໂລກເພີ່ມຄວາມ ເອົາໃຈໃສ່ໃນການດຳເນີນການ ຄວບຄຸມພະຍາດໄຂ້ມາລາ ເຣຍຢ່າງມີປະສິດທິພາບ ເພື່ອ ກຳຈັດ ແລະ ລຶບລ້າງພະຍາດ ມາລາເຣຍໃຫ້ໝົດໄປຈາກໂລກ ນີ້ ແລະ ໃນແຕ່ລະປີມີການ ຖະແຫຼງຂ່າວ, ເຮັດກິດຈະກຳ ເຄື່ອນໄຫວຕ່າງໆ ເພື່ອເປັນ ການສະເຫຼີມສະຫຼອງ ແລະ ໂຄສະນາໃຫ້ທົ່ວສັງຄົມເຂົ້າໃຈ ກ່ຽວກັບພະຍາດໄຂ້ມາລາເຣຍ ຢ່າງຖືກຕ້ອງ ພາຍໃຕ້ຄຳຂວັນ ຕ່າງໆທີ່ແຕກຕ່າງກັນ.

ສະເພາະ ປີນີ້, ທາງອົງການອະນາໄມ ໂລກໄດ້ມີຄຳຂວັນວ່າ: "End Malaria For Good" ມີຄວາມ ໝາຍວ່າ "ກຳຈັດພະຍາດໄຂ້ ມາລາເຣຍໃຫ້ໝົດໄປ" ເພື່ອສຸ ຂະພາບທີ່ດີຂອງປະຊາຊົນ. ຕາມການຄາດຄະເນຂອງ ອົງການອະນາໄມໂລກແລ້ວ ເຫັນວ່າ ໃນປີ 2015 ທົ່ວໂລກ ມີຜູ້ເປັນພະຍາດໄຂ້ມາລາເຣຍ ປະມານ 212 ລ້ານຄົນ ແລະ ຜູ້ເສຍຊີວິດ ຍ້ອນພະຍາດນີ້ ປະມານ 429.000 ກ່ວາຄົນ ຍ້ອນຄວາມເອົາໃຈໃສ່ໃນການ ຄວບຄຸມພະຍາດດັ່ງກ່າວຂອງ ຫຼາຍປະເທດ ແລະ ຂົງເຂດໃນ ປີ 2015 ຈຳນວນຜູ້ເປັນພະ ຍາດໄຂ້ມາລາເຣຍໄດ້ຫຼຸຸດລົງ ປະມານ 21% ແລະ ການຕາຍ ຍ້ອນພະຍາດມາລາເຣຍແມ່ນ ໄດ້ຫຼຸຸດລົງປະມານ 29% ຖ້າ ທຽບໃສ່ຈຳນວນຜູ້ເປັນ ແລະ ຕາຍຍ້ອນພະຍາດມາລາເຣຍ ໃນປີ 2010. ສະເພາະຢູ່ ສປປ ລາວ, ດັ່ງທີ່ບັນດາທ່ານຮັບຮູ້ນຳກັນ ແລ້ວ ຖ້ານັບຄືນຫຼັງກ່ອນປີ 2000 ພະຍາດໄຂ້ມາລາເຣຍແມ່ນ ເປັນບັນຫາໃຫຍ່ ແລະ ແມ່ນ ສາເຫດຕົ້ນຕໍຂອງການເຈັບ ເປັນ ແລະ ເສຍຊີວິດຂອງປະ ຊາຊົນລາວ ໂດຍສະເພາະບັນ ດາແຂວງຢູ່ທາງພາກກາງ, ພາກ ໃຕ້ ແຕ່ຍ້ອນແນວທາງອັນຖືກ ຕ້ອງຂອງການນຳພັກ ແລະ ລັດ ທີ່ຖືເອົານະໂຍບາຍວຽກງານ ການກັນພະຍາດ, ເປັນຕົ້ນຕໍ ແລະ ຖືເອົາການປິ່ນປົວທີ່ມີຄຸນ ນະພາບເປັນສຳຄັນ, ຊຸກຍູ້ໃຫ້ ປະຊາຊົນບັນດາເຜົ່າ, ຊຸມຊົນ, ອົງການຈັດຕັ້ງທາງສັງຄົມເຂົ້າ ໃນການຮັກສາສຸຂະພາບ, ຄວບ ຄຸມ ແລະ ກຳຈັດພະຍາດໄຂ້ ມາລາເຣຍ, ເຮັດໃຫ້ຈຳນວນ ການເຈັບເປັນ ແລະ ເສຍຊີວິດ ຍ້ອນພະຍາດດັ່ງກ່າວຫຼຸຸດລົງ ຢ່າງຕໍ່ເນື່ອງ ແລະ ຢູ່ໃນສະພາບ ທີ່ສາມາດຄວບຄຸມໄດ້ເຊັ່ນ: ຈຳນວນຄົນເຈັບເປັນ ຍ້ອນພະ ຍາດໄຂ້ມາລາເຣຍ ໃນປີ 2015 ແມ່ນ 36.056 ກໍລະນີ ເທົ່າກັບ 4,95/1.000 ຄົນ, ປີ 2016 ຈຳນວນຄົນເຈັບເປັນ ຍ້ອນພະ ຍາດໄຂ້ມາລາເຣຍແມ່ນ 16.528 ກໍລະນີ ເທົ່າກັບ 2,51/1.000 ຖ້າທຽບໃສ່ ປີ 2015 ອັດຕາ ການພົບເຊື້ອປະຈຳປີໄດ້ຫຼຸຸດ ລົງ 54%. ອັດຕາການເສຍຊີ ວິດຂອງຜູ້ເປັນພະຍາດໄຂ້ມາ ລາເຣຍແມ່ນ 2 ຄົນ ໃນປີ 2015 ແລະ 1 ຄົນ ໃນປີ 2016 ຕໍ່ຜູ້ເປັນພະຍາດມາລາເຣຍໃນ ທົ່ວປະເທດ.

ເຖິງຢ່າງໃດກໍຕາມ ຖ້າທຽບ ໃສ່ຄາດໝາຍສູ້ສົນຂອງພວກ ເຮົາ ໂດຍສະເພາະນະໂຍບາຍ ແຫ່ງຊາດ ການຄວບຄຸມ ແລະ ກຳຈັດພະຍາດໄຂ້ມາລາເຣຍ ໃນໄລຍະ I (2016-2020) ແມ່ນຫຼຸຸດຜ່ອນກໍລະນີການຕິດ ເຊື້ອພະຍາດໄຂ້ມາລາເຣຍ ໃໝ່ຊະນິດ Plasmodium Falciparum ໃຫ້ຍັງເຫຼືອໜ້ອຍ ກ່ວາ 5 ຄົນຕໍ່ປະຊາກອນ 1.000 ຄົນ ຢູ່ແຂວງພາກໃຕ້ (ທີ່ມີອັດຕາການເຈັບເປັນສູງ), ຫຼຸຸດຜ່ອນກໍລະນີການຕິດເຊື້ອ ໃໝ່ກັບທີ່ຂອງພະຍາດໄຂ້ມາ ລາເຣຍ ຊະນິດ Plasmodium Vivax ໃຫ້ບັນລຸຕ່ຳກ່ວາ 1 ຄົນ ຕໍ່ປະຊາກອນ 1.000 ຄົນ ໃນ ບັນດາແຂວງທາງພາກເໜືອ ເພື່ອບັນລຸຄາດໝາຍສູ້ຊົນດັ່ງ ກ່າວນັ້ນ ພວກເຮົາຍັງມີສິ່ງທ້າ ທາຍທີ່ຈະຕ້ອງໄດ້ເອົາໃຈໃສ່ ຕໍ່ບັນຫາເຊື້ອພະຍາດມາລາ ເຣຍ ຊະນິດ Plasmodium Falciparum ດື້ຕໍ່ຢາປິ່ນປົວ. ໃນປັດຈຸບັນ ເຫັນວ່າສະພາບ ການດື້ຕໍ່ຢາປິ່ນປົວໄດ້ມີທ່າຂະ ຫຍາຍເພີ່ມຂຶ້ນຈາກ 10% ປີ 2013 ມາເປັນ 14% ປີ 2015 ໃນ 3 ແຂວງຄື: ຈຳປາສັກ, ເຊ ກອງ ແລະ ອັດຕະປື. ພະຍາດມາລາເຣຍແມ່ນ ເປັນພະຍາດຕິດຕໍ່ຈາກຄົນຫາ ຄົນ ໂດຍມີຍຸງເປັນພາຫະນຳ ເຊື້ອ ຊຶ່ງພະຍາດດັ່ງກ່າວມີຫຼາຍ ຊະນິດ ແຕ່ຊະນິດທີ່ຫຼາຍກ່ວາ ໝູ່ແມ່ນຊະນິດ Plasmodium Falciparum ແລະ Plasmodium Vivax. ການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ມາລາເຣຍ ທີ່ດີ ແລະ ໄດ້ຜົນດີທີ່ສຸດແມ່ນ ການປ້ອງກັນບໍ່ໃຫ້ຍຸງກັດດ້ວຍ ຫຼາຍວິທີ, ເປັນຕົ້ນນອນໃນມຸ້ງ ຍ້ອມຢາ, ສີດຢາຂ້າຍຸງ, ກິນ ຢາກັນພະຍາດໄຂ້ຍຸງ (ພາຍ ໃຕ້ການແນະນຳຂອງແພດ ໝໍ) ສຳລັບນັກທ່ອງທ່ຽວ ຫຼື ຜູ້ ທີ່ຕ້ອງເດີນທາງໄປບ່ອນເຂດ ທີ່ມີການເປັນພະຍາດໄຂ້ຍຸງ. ຜ່ານມາ ວຽກງານຄວບ ຄຸມພະຍາດໄຂ້ມາລາເຣຍແມ່ນ ວຽກງານໜຶ່ງທີ່ເປັນບຸລິມະສິດ ຂອງກະຊວງສາທາລະນະສຸກ ແລະ ໄດ້ດຳເນີນຫຼາຍວິທີການ ແລະ ມາດຕະການ ໃນການ ຄວບຄຸມພະຍາດດັ່ງກ່າວ, ເປັນ ຕົ້ນໄດ້ເອົາໃຈໃສ່ໂຄສະນາສຸ ຂະສຶກສາຄວາມຮ້າຍແຮງ, ວິ ທີການປ້ອງກັນໃຫ້ປະຊາຊົນ ບັນດາເຜົ່າຮັບຮູ້ເຂົ້າໃຈ, ອົບ ຮົມສ້າງນັກອາສາສະໝັກຂັ້ນ ບ້ານ ເພື່ອເປັນຜູ້ນຳພາຊາວ ບ້ານເຄື່ອນໄຫວກິດຈະກຳໆ ຈັດແຫຼ່ງເພາະພັນຂອງຸຍຸງ, ແຈກຢາຍມຸ້ງຍ້ອມຢາໃຫ້ປະ ຊາຊົນບັນດາເຜົ່າໃນຂອບເຂດ ທົ່ວປະເທດ, ອົບຮົມ, ຍົກລະ ດັບ, ສ້າງຄວາມສາມາດໃຫ້ ພະນັກງານແພດໝໍ ແລະ ດຳ ເນີນການກວດເລືອດຊອກຫາ ເຊື້ອພະຍາດໄຂ້ມາລາເຣຍໃນ ຜູ້ທີ່ສົງໄສ ຖ້າພົບເຊື້ອແມ່ນໃຫ້ ການປິ່ນປົວຢ່າງຄົບຖ້ວນ ໂດຍ ບໍ່ເສຍຄ່າ ແລະ ໃຫ້ມາກວດ ຄືນ ຖ້າຮູ້ສຶກບໍ່ດີຂຶ້ນ. ສຸດທ້າຍນີ້, ຂ້າພະເຈົ້າຂໍ ຕາງໜ້າໃຫ້ການນຳກະຊວງ ສາທາລະນະສຸກ ຂໍສະແດງ ຄວາມຊົມເຊີຍບັນດາພະນັກ ງານແພດໝໍທຸກຂັ້ນ, ອຳນາດ ການປົກຄອງທຸກຂັ້ນ, ອາສາ ສະໝັກຂັ້ນບ້ານ, ພໍ່ແມ່ປະຊາ ຊົນບັນດາເຜົ່າ, ອົງການຈັດຕັ້ງ ທາງສັງຄົມ ແລະ ພາກສ່ວນ ຕ່າງໆທີ່ກ່ຽວຂ້ອງທີ່ໄດ້ອຸທິດ ສະຕິປັນຍາເຫື່ອແຮງ, ທຶນຮອນ ເຂົ້າໃນການກຳຈັດ ແລະ ຄວບ ຄຸມພະຍາດໄຂ້ຍຸງ, ຂໍຂອບ ໃຈນຳບັນດາອົງການຈັດຕັ້ງສາ ກົນ, ເປັນຕົ້ນກອງທຶນໂລກ (Global Fund), President's Malaria Initiative (PMI), WHO ADB, University of California, San Francisco (UCSF) ແລະ ອື່ນໆທີ່ໃຫ້ການ ສະໜັບສະໜູນຊ່ວຍເຫຼືອດ້ານ ທຶນຮອນ, ເຕັກນິກ, ວິຊາການ ຢ່າງຫຼວງຫຼາຍເຂົ້າໃນການຄວບ ຄຸມພະຍາດໄຂ້ມາລາເຣຍ.

ຫວັງຢ່າງຍິ່ງວ່າ ບັນດາ ທ່ານຄົງຈະສືບຕໍ່ເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນ ຊ່ວຍເຫຼືອ ໃນການຄວບຄຸມ ພະຍາດດັ່ງກ່າວ ເພື່ອໃຫ້ປະ ຊາຊົນບັນດາເຜົ່າຫ່າງໄກຈາກ ການເປັນພະຍາດ ແລະ ໃຫ້ມີ ສຸຂະພາບແຂງແຮງ, ປະກອບ ສ່ວນສຳຄັນເຂົ້າໃນການສ້າງ ເສດຖະກິດຄອບຄົວ, ການ ສ້າງສາພັດທະນາບ້ານເມືອງ ໃຫ້ນັບມື້ຈະເລີນຮຸ່ງເຮືອງ ແລະ ນຳເອົາປະເທດຊາດຫຼຸຸດພົ້ນ ອອກຈາກພາວະດ້ອຍພັດທະ ນາ ໃນປີ 2020 ແລະ ລຶບລ້າງ ພະຍາດໄຂ້ມາລາເຣຍໃຫ້ໝົດ ໄປໃນປີ 2030.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA