ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ມອບ-ຮັບ ອາຄານວິໄຈອາຫານປອດໄພຫຼັງໃໝ່
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 26/04/2017

ບົດຂ່າວຈາກ ໜັງສືພິມປະຊາຊົນ

(ສະບັບລົງວັນທີ 26-4-2017)

    ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບອາຄານວິໄຈອາຫານປອດໄພຫຼັງໃໝ່ໃນວັນທີ 24 ເມສາ ນີ້ ຊຶ່ງນອນຢູ່ໃນສູນວິໄຈພະຍາດຊຶມເຊື້ອ ຄຣິດສະຕົບ ເມຣິເອີລາວ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ມີເອກອັກຄະລະຖະທູດຝຣັ່ງປະຈໍາລາວ, ມີປະທານສະຖານບັນ ເມຣິເອີ ພ້ອມແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

        ອາຄານວິໄຈອາປອດໄພ ໄດ້ຮັບການຊ່ວຍເຫຼືອຈາກມູນນິທິ ເມຣິເອີ ປະເທດຝຣັ່ງ ໃນມູນຄ່າ 1,5 ລ້ານໂດລາສະຫະລັດ ແລະ ລັດຖະບານລາວ ໄດ້ສົມທົບທຶນເຂົ້າໃນການກໍ່ສ້າງຫ້ອງວິໄຈອາຫານທີ່ທັນສະໄໝ ຊຶ່ງປະກອບມີເຄື່ອງວິໄຈ, ສັບຊ້ອນບັນຈຸພະນັກງານວິຊາການ ເພື່ອໃຫ້ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ ຊຶ່ງການກໍ່ສ້າງ ໄດ້ດໍາເນີນເປັນ ເວລາ 18 ເດືອນ ຈຶ່ງສໍາເລັດ. ພາຍຫຼັງສໍາເລັດແລ້ວ ຕຶກວິໄຈອາຫານປອດໄພໃໝ່ ແມ່ນມອບໃຫ້ກະຊວງສາທາລະນະສຸກເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ຕໍ່ໄປ ຊຶ່ງຈະເປັນການປະກອບສ່ວນອັນໃຫຍ່ຫຼວງຕໍ່ວຽກງານວິໄຈຄຸນນະພາບອາຫານ ເພື່ອຄຸ້ມຄອງ ແລະ ເຝົ້າລະວັງໃຫ້ມີອາຫານທີ່ປອດໄພຕໍ່ຜູ້ບໍລິໂພກ ທັງສອດຄ່ອງຕາມກົດໝາຍ, ລະບຽບການ ແລະ ມາດຕະຖານທີ່ກໍານົດໄວ້. ໂອກາດດັ່ງກ່າວ ທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ແລະ ແຂກຖືກເຊີນ ໄດ້ຮ່ວມກັນຕັດແຖບຝ້າເພື່ອມອບ-ຮັບ ແລະ ເປີດນໍາໃຊ້ຕຶກວິໄຈອາຫານປອດໄພ ຫຼັງໃໝ່ຢ່າງເປັນທາງການ. 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA