ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ການຮ່ວມມືລາວ-ຈີນ ດ້ານຢາພື້ນເມືອງ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 07/05/2017

ການຮ່ວມມືລາວ-ຈີນ ດ້ານຢາພື້ນເມືອງ

ບົດຂ່າວໂດຍ: ສຸກສົມຄວນ ຈັນທະມາດ (ກົມອາຫານ ແລະ ຢາ) 

          ກະຊວງສາທາລະນະສຸກ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນວັນທີ 5 ພຶດສະພາ 2017 ລະຫວ່າງ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຮ່ວມກັບ ຄະນະກໍາມະການສາທາລະນະສຸກ ແລະ ການວາງແຜນຄອບຄົວ ເຂດປົກຄອງຕົນເອງ ກວາງຊີ ຈວງຈູ ແຫ່ງສາທາລະນະລັດ ປະຊາຊົນຈີນ ກ່ຽວກັບການຮ່ວມມືດ້ານຢາພື້ນເມືອງ. ພິທີເຊັນບົດບັນທຶກຄັ້ງນີ້ ໄດ້ໃຫ້ກຽດເປັນປະທານ ແລະ ສັກຂີພິຍານ ໂດຍທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ມີຜູ້ຕາງໜ້າຈາກຫ້ອງການກະຊວງ, ກົມອາຫານ ແລະ ຢາ, ກົມແຜນການ ແລະ ການຮ່ວມມືສາກົນ, ສະຖານບັນການແພດ ແລະ ການຢາພື້ນເມືອງ, ມະຫາວິທະຍາໄລ ວິທະຍາສາດ-ສຸຂະພາບ (ຄະນະເພສັດສາດ), ສູນຂ່າວສານການແພດ ແລະ ພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ.

          ໃນການລົງນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ຝ່າຍ ລາວ ໂດຍແມ່ນທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ສ່ວນຝ່າຍ ຈີນ ລົງນາມໂດຍ ທ່ານສາດສະດາຈານ ດຣ. ລີກົວຈຽນ ຫົວໜ້າຄະນະກໍາມະການສາທາລະນະສຸກ ແລະ ການວາງແຜນຄອບຄົວ ເຂດປົກຄອງຕົນເອງ ກວາງຊີ ຈວງຈູ.

          ການລົງນາມ MOU ແມ່ນການສືບຕໍ່ປະຕິບັດມູນເຊື້ອສາຍພົວພັນອັນດີງາມລະຫວ່າງສອງຊາດເພື່ອມິດຍຸດທະສາດທີ່ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນມາແຕ່ດົນນານ, ໃນດ້ານສາທາລະນະສຸກ ແມ່ນການຜັນຂະຫຍາຍເນື້ອໃນຈິດໃຈຂອງ ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ຄະນະກໍາມະການສາທາລະນະສຸກ ແລະ ການວາງແຜນຄອບຄົວ ແຫ່ງ ສປ ຈີນ ວ່າດ້ວຍການຮ່ວມມືດ້ານສາທາລະນະສຸກທີ່ສອງຝ່າຍໄດ້ເຊັນ ທີ່ນະຄອນຫຼວງ ປັກກິ່ງ ສປຈີນ ໃນຄັ້ງວັນທີ 14 ຕຸລາ 2013 ເຊິ່ງເນື້ອໃນບົດບັນທຶກຂອງການຮ່ວມມື ແມ່ນໄດ້ລະບຸການຮ່ວມມືດ້ານການແພດ ແລະ ການຢາພື້ນເມືອງ ຂອງທັງສອງຝ່າຍ. ການຈັດຕັ້ງປະຕິບັດຜ່ານມາ ກໍ່ໄດ້ມີການເສີມຂະຫຍາຍການພົວພັນຢ່າງໃກ້ຊິດລະຫວ່າງ ກົມອາຫານ ແລະ ຢາ, ສະຖານບັນການແພດ ແລະ ການຢາພື້ນເມືອງ ກັບຄະນະກໍາມະການສາທາລະນະສຸກ ແລະ ການວາງແຜນຄອບຄົວ ເຂດປົກຄອງຕົນເອງ ກວາງຊີ ຈວງຈູ ໂດຍສະເພາະແມ່ນການຢ້ຽມຢາມທັດສະນະສຶກສາຝຶກອົບຮົມພະນັກງານ ແລະ ໄດ້ມີບົດບັນທຶກຮ່ວມມືໃນດ້ານການອະນຸລັກ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນທໍາມະຊາດທີ່ເປັນຢາ ຊຶ່ງໄດ້ລົງນາມໃນຄັ້ງວັນທີ 28 ເດືອນ 1 ປີ 2016 ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ສະຖານບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ແລະ ສ່ວນພຶກສາສາດ ໂບຕານິກ ກວາງຊີ ຈວງຈຸ.

          ການເຊັນບົດບັນທຶກຄັ້ງນີ້ ຈະເປັນພື້ນຖານອັນສໍາຄັນໃຫ້ແກ່ການຮ່ວມມື ໃນສະເພາະໜ້າ ແລະ ຍາວນານ ກ່ຽວກັບການສ້າງບຸກຄະລາກອນ, ການປັບປຸງພື້ນຖານໂຄງລ່າງ, ການສ້າງຄວາມເຂັ້ມແຂງວຽກງານຄົ້ນຄ້ວາ ແລະ ວຽກງານປົກປັກຮັກຊັບພະຍາກອນທໍາມະຊາດທີ່ເປັນຢາ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດເພື່ອຜະລິດເປັນຜະລິດຕະພັນຮັບໃຊ້ສັງຄົມແບບຢືນຍົງ. 

ຮູບພາບພິທີເຊັນບົດບັນທຶກຄວາມເຂົ້າໃນ ເຊັນໂດຍທ່ານ ສາດສະດາຈານ ດຣ. ລີກົວຈຽນ (ຊ້າຍມື) ກັບທ່ານດຣ. ສົມທະວີ ຈາງວິສົມມິດ (ຂວາມື)

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA