ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ວັນສະເຫຼີມສະຫຼອງວັນສຸຂະພາບໂລກປະຈໍາປີ 2015 ທີ່ນະຄອນຫລວງວຽງຈັນ.
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 28/07/2015

ໃນທຸກໆປີ, ອົງການອະນາໄມໂລກໄດ້ເລືອກເອົາຫົວຂໍ້ບຸລິມະສິດທີ່ເປັນບັນຫາສໍາຄັນທາງດ້ານສາທາລະນະສຸກເປັນຫົວຂໍ້ຂອງງານສະເຫຼີມສະຫຼອງວັນສຸຂະພາບໂລກ. ສໍາລັບປີນີ້ຫົວຂໍ້ຂອງວັນສຸຂະພາບໂລກແມ່ນຄວາມປອດໄພຂອງອາຫານ ຊຶ່ງແມ່ນຂົງເຂດຂອງວຽກງານສາທາລະນະສຸກທີ່ມີເປົ້າໝາຍໃນການປົກປ້ອງຜູ້ບໍລິໂພກ ຈາກຄວາມສ່ຽງຈາກອາຫານເປັນພິດ ແລະ ພະຍາດທີ່ເກີດຈາກອາຫານ ຫຼື ຊໍາເຮື້ອ.

“ອົງການອະນາໄມໂລກ (WHO) ແມ່ນມີຄວາມຍິນດີໃນການເຮັດວຽກກັບກະຊວງສາທາລະນະສຸກ ແລະບັນດາກະຊວງທີ່ກ່ຽວຂ້ອງເຊັ່ນ: ກະຊວງສຶກສາທິການ, ກະຊວງຖະແຫຼງຂ່າວ, ວັດທະນາທໍາແລະທ່ອງທ່ຽວ, ກະຊວງອຸດສະຫະກໍາແລະການຄ້າ, ກະຊວງກະສິກໍາແລະປ່າໄມ້, ກະຊວງການຕ່າງປະເທດແລະຫ້ອງການລັດຖະບານ ກັບບັນດາອົງການສະຫະປະຊາຊາດ ແລະຄູ່ຮ່ວມພັດທະນາອື່ນໆເພື່ອສະເຫຼີມສະຫຼອງວັນສຸຂະພາບໂລກ ຊຶ່ງຫົວຂໍ້ດັ່ງກ່າວແມ່ນມີຄວາມສຳຄັນທີ່ສຸດສໍາລັບປະຊາຊົນລາວທຸກຄົນ “ກ່າວໂດຍ ທ່ານນາງ ດຣ. ຈູລຽດ ໄຟລໂຊຄ໌ຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປລາວ.

ຄວາມປອດໄພຂອງອາຫານ ແມ່ນບັນຫາທີ່ກ່ຽວຂ້ອງກັບຫລາຍພາກສ່ວນ ແລະການມີຄວາມຮັບຜິດຊອບຮ່ວມກັນ, ອົງການອະນາໄມໂລກແມ່ນຍິນດີໃນການປະກອບສ່ວນຂອງຂະແໜງການອື່ນໆທີ່ບໍ່ນອນໃນຂະແໜງການສາທາລະນະສຸກ ແລະ ຄູ່ຮ່ວມພັດທະນາ ໃນການເຂົ້າຮ່ວມຂະບວນການນີ້ ແລະ ພວກເຮົາຂໍຖືໂອກາດ ນີ້ເພື່ອຊັກຊວນບັນດາອົງການຈັດຕັ້ງຂອງລັດຖະບານ, ຜູ້ຜະລິດ, ຜູ້ຂາຍ ແລະປະຊາຊົນ ເພື່ອໃຫ້ເຂົ້າໃຈກ່ຽວກັບຄວາມສໍາຄັນຂອງຄວາມປອດໄພອາຫານ ເພື່ອຮັບປະກັນວ່າອາຫານທີ່ເສີບໃສ່ຈານໃຫ້ແກ່ຜູ້ບໍລິໂພກແມ່ນມີຄວາມປອດ.

ພະຍາດທີ່ເກີດຈາກອາຫານແມ່ນໄດ້ກາຍເປັນບັນຫາທີ່ສໍາຄັນທາງດ້ານສາທາລະນະສຸກ ແຕ່ລະປີໄດ້ມີການລະບາດທີ່ເປັນສາເຫດມາຈາກເຊື້ອພະຍາດ ເຊັ່ນ: ການປົນເປື້ອນເຊື້ອພະຍາດອາຫານ ໃນສະຫະລັດ, ໃນປະເທດຢູໂລບ, ການປົນເປື້ອນສານເມລາມິນ, ເຊື້່ອພະຍາດໃນນົມ, ສານເນື້ອແດງໃນຊີ້ນ, ສານຫ້າມໃຊ້ໃນອາຫານ ເຊັ່ນ: ບໍແລັກ, ສານຟອກຂາວ, ຟໍມາລິນ ແລະອື່ນໆ ທີ່ເປັນບັນຫາ ແລະ ກໍ່ຄວາມເສຍຫາຍໃຫ້ແກ່ປະຊາຊົນໃນທົ່ວໂລກ . ໃນສ ປປ ລາວ ໂດຍສະເພາະ ກະຊວງສາທາລະນະສຸກ ທີ່ເປັນອົງການຈັດຕັ້ງລັດທີ່ມີໜ້າທີ່ປົກປ້ອງສຸຂະພາບຂອງປະຊາຊົນ ແມ່ນໄດ້ຮ່ວມມືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ສ້າງກົດໝາຍແລະຂໍ້ກໍານົດລະບຽບການແລະມາດຕະຖານຂອງອາຫານ ແລະ ໄດ້ເຜີຍແຜ່ໃຫ້ແກ່ ພະນັກງານລັັດ ແລະ ຜູ້ປະກອບການດ້ານອາຫານໃນທົ່ວປະເທດ. ນອກຈາກນັ້ນແມ່ນໄດ້ລົງຕິດຕາມກວດກາເກັບຄືນ ແລະ ປະຕິບັດມາດຕະຖານຕໍ່ອາຫານທີ່ມີການປົນເປື້ອນດັ່ງກ່າວ, ນອກຈາກນັ້ນຍັງໄດ້ຈັດຕັ້ງ ການຝຶກອົບຮົມໃຫ້ແກ່ຜູ້ປະກອບການອາຫານ ທີ່ຜະລິດ, ນໍາເຂົ້າ, ຈໍາໜ່າຍ, ເກັບຮັກສາ, ປຸງແຕ່ງແລະບໍລິການອາຫານ ກ່ຽວກັບຄວາມປອດໄພຂອງອາຫານ, ການຜະລິດອາຫານທີ່ດີ ແລະ ການສຸຂະນາໄມທີ່ດີຕາມ 5 ຂໍກຸນແຈອາຫານປອດໄພຂອງອົງການອະນາໄມໂລກເພື່ອຫຼຸດຜ່ອນເຫດການການປົນເປື້ອນດ້ານອາຫານ ໃຫ້ຫລຸດນ້ອຍຖອຍລົງທັງເປັນການຫລຸດຜ່ອນຄວາມເຈັບປ່ວຍຂອງປະຊາຊົນ.

ມາດຕະການທາງດ້ານສຸຂະນາໄມທີ່ເໝາະສົມຈະຕ້ອງໄດ້ນໍາໃຊ້ໃນການຈັດການກັບອາຫານ, ການເກັບຮັກສາ, ການປຸງແຕ່ງ, ຂົນສົ່ງແລະແຈກຢາຍເພື່ອຫຼີກລຽງການປົນເປື້ອນ.

ໃນເວລາດຽວກັນນັ້ນ, ລັດຖະບານ ສປປລາວ ໄດ້ມີມາດຕະການໃນການປັບປຸງຄວາມປອດໄພອາຫານຕັ້ງແຕ່ບ່ອນປູກຝັງ/ລ້ຽງສັດ, ໂຮງງານ, ສະຖານທີ່ຂາຍອາຫານ ແລະ ຜູ້ຂາຍອາຫານແຄມທາງ. ລັດຖະບານໄດ້ປັບປຸງມາດຕະຖານອາຫານ ແລະລະບຽບການໃຫ້ສອດຄ່ອງກັບອາຊຽນ (AEC) ແລະ ມາດຕະຖານສາກົນ(CODEX Alimentarius) ຄູ່ມືແລະມາດຖານການປະຕິບັດຕົວຈິງ ທີ່ແນະນໍາໂດຍອົງການອະນາໄມໂລກເພື່ອຊ່ວຍບັນດາປະເທດຕ່າງໆໃນການປ້ອງກັນ,ຊອກຫາ ແລະຕອບໂຕ້ການລະບາດຂອງພະຍາດທີ່ເກີດຈາກອາຫານ.

ມັນມີຄວາມຈໍາເປັນໃນການເຊື່ອມສານມາດຕະຖານແລະລະບຽບການຕ່າງໆເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າລະຫວ່າງປະເທດອາຊຽນດ້ວຍກັນ ແລະກົມອາຫານແລະຢາໄດ້ທົບທວນຄືນກ່ຽວກັບ ບົດບາດຂອງປະຊາຄົມອາຊຽນ ກ່ຽວກັບການຄໍ້າປະກັນສະບຽງອາຫານ ແລະຄວາມປອດໄພອາຫານ ເພື່ອເບິ່ງສະຖານະການຂອງອາຫານ ແລະເຊື່ອມສານກັບບັນດາລະບຽບການສາກົນ.

ມີສິ່ງທ້າທາຍຫລາຍຢ່າງໃນຕໍ່ໜ້າ ໂດຍສະເພາະບັນຫາການຄໍ້າປະກັນສະບຽງອາຫານ ແລະ ຄວາມປອດໄພຂອງອາຫານແມ່ນຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ເທົ່າທີ່ຄວນຈາກພາກລັດຖະບານໃນຫລາຍປະເທດອາຊຽນ, ນອກນີ້ຍັງເຫັນວ່າຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຄວາມປອດໄພອາຫານຍັງຢູ່ໃນລະດັບຕໍ່າ,ຄວາມແຕກຕ່າງທາງດ້ານລະບຽບການຂອງບັນດາປະເທດຕ່າງໆ, ໃນທົ່ວໂລກ ເຮັດໃຫ້ການປົນເປື້ອນແຜ່ກະຈາຍຢ່າງກ້ວາງຂວາງ, ຍ້ອນການຕິດຕາມ ແລະການເຝົ້າລະວັງພະຍາດທີ່ເກີດຈາກອາຫານຍັງບໍ່ທັນເຂັ້ມແຂງພຽງພໍ, ຂາດແຄນທຶນຮອນ ແລະພື້ນຖານໂຄງລ່າງຍັງທັນພຽບພ້ອມ ຊຶ່ງໃນຂະນະດຽວກັນກໍ່ມີບັນຫາໃໝ່ຍັງສືບຕໍ່ເກີດຂຶ້ນ.

ການປ່ຽນແປງການຜະລິດ,ການແຈກຢາຍ ແລະການບໍລິໂພກ, ການປ່ຽນແປງສະພາບແວດລ້ອມ, ດິນຟ້າ ອາກາດ, ເຊື້ອພະຍາດໃໝ່ ແລະ ພິດເບື່ອ, ການດື້ຕໍ່ຢາ ແລະບັນຫາກ່ຽວກັບຄວາມສ່ຽງຂອງອາຫານ ໄດ້ເພີ້ມຂຶ້ນຊຶ່ງເຮັດໃຫ້ອາຫານມີການປົນເປື້ອນຫລາຍຂື້ນ.

ການສະເຫຼີມສະຫຼອງວັນສຸຂະພາບໂລກໃນປີນີ້ ມີຈຸດປະສົງເພື່ອຈະສົ່ງເສີ່ມດ້ານຄວາມປອດໄພຂອງອາຫານ ຜ່ານກິດຈະກຳແບບຄອບຄົວ ເພື່ອສົ່ງເສີ່ມໃຫ້ເດັກນ້ອຍມີຄວາມຮູ້ກ່ຽວກັບອາຫານທີ່ດີຕໍ່ສຸຂະພາບ, ພໍ່ແມ່ມີຄວາມເຂົ້າໃຈກ່ຽວກັບຄວາມປອດໄພຂອງອາຫານ ແລະ ເພື່ອເຮັດໃຫ້ຄູ່ຮ່ວມພັດທະນາ ແລະ ກະຊວງອື່ນໆ ປະຕິບັດວຽກງານດັ່ງກ່າວໃຫ້ເຂັ້ມງວດ ເພື່ອປັບປຸງຄວາມປອດໄພອາຫານທຸກຈານທີ່ຈະບໍລິໂພກ.

ທ່ານ ສາດສະດາຈານ ດຣ. ເອກສະຫວ່າງ ວົງວິຈິດໄດ້ກ່າວວ່າ “ພະຍາດທີ່ເກີດຈາກອາຫານແມ່ນໄດ້ກະທົບເຖິງການພັດທະນາທາງດ້ານເສດຖະກິດ-ສັງຄົມ, ຊຶ່ງເປັນຕົວຖ່ວງດຶງວຽກງານຮັກສາສຸຂະພາບ ເຊັ່ນພະຍາດຖອກທ້ອງຍັງເປັນພະຍາດໜຶ່ງ ໃນ 5 ພະຍາດ ທີ່ເປັນສາຍເຫດຂອງການເສຍຊີວິດ ໃນເດັກນ້ອຍຕໍ່າກ່ວາ 5 ປີ ໃນປະເທດເຮົາ. ບັນຫາຄວາມປອດໄພອາຫານ, ໂພຊະນາການ ແລະການຕາຍຂອງເດັກນ້ອຍແມ່ນເປັນບັນຫາທີ່ເຊື່ອມໂຍງກັນ”

 
 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA